ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໄດ້ປຶກສາຫາລື ກັບ ຜູ້ນຳເກົາຫຼີເໜືອ ພ້ອມດ້ວຍ ປ. ເກົາຫຼີໃຕ້ ແລະ ນາຍົກຢີ່ປຸ່ນ

ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ກ່າວ ໃນຂະນະທີ່ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແນມເບິ່ງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບສີຟ້າ ຫຼື Blue Houseໃນນະຄອນຫຼວງ ໂໍຊລ ຂອງເກົາຫຼີໃຕ້ South Korea, Tuesday, Nov. 7, 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ສະແດງອອກ ເຖິງການ
ມອງໂລກ ໃນແງ່ດີ ກ່ຽວກັບ ແຜນການພົບປະ ກັບ ຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈົງ-ອຶນ ຫຼັງຈາກທີ່ໄດ້ມີການສົນທະນາກັນ ໃນວັນເສົາວານນີ້
ກັບ ປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ນາຍົກ
ລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໄປແລ້ວ.

ທ່ານທຣຳ ໄດ້ຂຽນລົງໃນທວີດ ວ່າ ທ່ານໄດ້ “ໂອ້ລົມຢ່າງດີຫຼາຍອັນ”
ກັບ ທ່ານ ມູນ ແລະ ໄດ້ແຈ້ງຄວາມຄືບໜ້າ ໃຫ້ແກ່ ທ່ານອາເບະຊາບ
ກ່ຽວກັບແຜນການເຂົ້າ ກອງປະຊຸມສຸດຍອດ ທີ່ຄາດໝາຍໄວ້ລ່ວງໜ້າ
ກັບ ທ່ານກິມ.

ປະທານາທິບໍດີ ດໍໂນລ ທຣຳ ພົບປະ ກັບ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອງເກີລາ ເມີໂກລ ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ, ວັນທີ 27 ເມສາ 2018, in Washington.
ປະທານາທິບໍດີ ດໍໂນລ ທຣຳ ພົບປະ ກັບ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອງເກີລາ ເມີໂກລ ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ, ວັນທີ 27 ເມສາ 2018, in Washington.

ທ່ານທຣຳ ໄດ້ບອກກຸ່ມໂຮມຊຸມນຸມ ດ້ານການເມືອງກຸ່ມນຶ່ງໃນລັດ
ມິຊິກແກນ ໃນຄືນວັນເສົາວານນີ້ວ່າ ທ່ານໄດ້ຄາດໝາຍວ່າ ກອງປະຊຸມ
ສຸດຍອດ ຈະມີຂຶ້ນ ໃນ ສອງ ຫາ ສີ່ ສັບປະດາໜ້ານີ້.

ບັນດາຜູ້ນຳທີ່ສຳຄັນ ຂອງສະຫະລັດ ພາກັນສະແດງອອກເຖິງຄວາມ
ຫວັງອັນດີ ທີ່ກຳລັງງອກງາມຂຶ້ນ ເຊິ່ງການຮາວີກັນ ຢູ່ໃນແຫຼມເກົາຫຼີ
ໄດ້ມີມາເປັນເວລາຫຼາຍທົດສະວັດແລ້ວນັ້ນ ແມ່ນໃກ້ເຂົ້າມາຫຼາຍທີ່ສຸດ
ທີ່ບໍ່ເຄີຍມີ ທີ່ວ່າເລື່ອງນີ້ຈະຍຸຕິລົງໄດ້.

ທ່ານທຣຳ ໄດ້ກ່າວຢູ່ ກອງປະຊຸມຖະແຫລງຂ່າວ ທີ່ທຳນຽບຂາວ ກັບນາຍົກ
ລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອງເກີລາ ເມີເກິລ ໃນວັນສຸກຜ່ານມາ
ນີ້ ວ່າ “ຂ້າພະເຈົ້າ ບໍ່ຄິດວ່າ ລາວກຳລັງຫລິ້ນເກມ” ໃນເວລາ ໄດ້ຖືກຖາມ
ກ່ຽວກັບ ກອງປະຊຸມສຸດຍອດ ທີ່ເປັນປະຫວັດການ ລະຫວ່າງ ເກົາຫຼີເໜືອ
ກັບ ເກົາຫຼີໃຕ້ນັ້ນ.

ລັດຖະມົນຕີປ້ອງກັນປະເທດ ທ່ານ ເຈມສ໌ ແມັດຕິສ ຕອບຄຳຖາມ ຈາກບັນດາສະມາຊິກ ສື່ມວນຊົນ ຂອງໂປແລນ, ກ່ອນທີ່ຈະເດີນທາງໄປຮອດ ພິທີເພື່ອຕ້ອນຮັບ ລັດຖະມົນຕີປ້ອງກັນປະເທດ ຂອງໂປແລນ ທ່ານ ມາຣີອຸສ ແລບສແຊັກ, ວັນທີ 27 ເມສາ 2018, ຢູ່ທີ່ ທຳນຽບຫ້າແຈ.

ທ່ານທຣຳ ໄດ້ກ່າວອີກວ່າ ມັນຂຶ້ນຢູ່ກັບ 3 ສະຖານທີ່ ທີ່ເປັນໄປໄດ້ ແມ່ນ
ກຳລັງຖືກພິຈາລະນາເບິ່ງຢູ່ ສຳລັບ ກອງປະຊຸມສຸດຍອດ ທີ່ຄາດໝາຍ
ເອົາໄວ້ ລ່ວງໜ້າ.

ໃນວັນສຸກຜ່ານມານີ້ ທ່ານກິມ ໄດ້ກາຍເປັນ ຜູ້ນຳເກົາຫຼີເໜືອ ຄົນທຳອິດ
ທີ່ໄດ້ວາງຕີນລົງໃນເກົາຫຼີໃຕ້ ໃນເວລາທີ່ທ່ານໄດ້ຍ່າງຂ້າມເຂົ້າໄປເຂດ
ຊາຍແດນ ເພື່ອຈັບມືກັບປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນແຈອິນ.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຊ້າຍ, ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ພາກັນຈັບມືແລ້ວຍົກຂຶ້ນ ຫຼັງຈາກທີ່ໄດ້ລົງນາມ ຖະແຫລງການຮ່ວມ ຢູ່ທີ່ບ້ານຊາຍແດນ ປານມູນຈອມ ໃນເຂດປອດທະຫານ, ຂອງເກົາຫຼີໃຕ້, ວັນທີ 27 ເມສາ 2018.

ຜູ້ນຳທັງສອງ ໄດ້ຕົກລົງທີ່ຈະທຳງານໄປສູ່ ການຍົກຍ້າຍອາວຸດນິວເຄລຍ
ທັງໝົດ ອອກໄປຈາກແຫຼມເກົາຫຼີ ແລະ ໄດ້ປະຕິຍານທີ່ຈະຕິດຕາມການ
ເຈລະຈາ ທີ່ຈະນຳມາ ເຊິ່ງ ການສິ້ນສຸດສົງຄາມເກົາຫຼີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG