ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ໄດ້​ລົມ ກ່ຽວ​ກັບ ເອ​ກະ​ສານທີ່​ມີ "ຄວາມ​ລັບ​ເປັນ​ຢ່າງ​ສູງ" ໃນ​ບັນ​ທຶກ​ສຽງ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ຫຼັງ​ຈາກ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ເອ​ກະ​ສາ​ນ​ລັບ​ຢູ່​ເມືອງ ເບດ​ມິ​ນ​ສ​ເຕີ, ລັດ ນິວ​ ເຈີ​ຊີ, 13 ມິ​ຖຸ​ນາ 2023.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ຫຼັງ​ຈາກ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ເອ​ກະ​ສາ​ນ​ລັບ​ຢູ່​ເມືອງ ເບດ​ມິ​ນ​ສ​ເຕີ, ລັດ ນິວ​ ເຈີ​ຊີ, 13 ມິ​ຖຸ​ນາ 2023.

ບັນ​ທຶກ​ສຽງ​ອັນ​ນຶ່ງ​ທີ່​ໄດ້​ມາ​ໂດຍ​ບັນ​ດາ​ອົງ​ການ​ຂ່າວ ສະ​ຫະ​ລັດ ໄດ້​ເປີດ​ເຜີຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ລົມເລື່ອງ​ເອ​ກະ​ສານ​ລັບ ກ່ຽວ​ກັບ ແຜນ​ການ​ໂຈມ​ຕີ ອີ​ຣ່ານ ຫຼັງໄດ້​ອອກ​ຈາກ​ຕຳ​ແໜ່ງ​ໃນ​ປີ 2021, ເຊິ່ງ​ບິດ​ເບືອນ​ຈາກ​ການ​ກ່າວ​ອ້າງ​ຂອງ​ທ່ານ​ເມື່ອບໍ່​ດົນ​ມານີ້​ວ່າ ເອ​ກະ​ສານ​ທີ່​ທ່ານ​ໄດ້​ເບິ່ງ​ນັ້ນ​ແມ່ນ​ໜັງ​ສື​ພິມ ແລະ ວາ​ລະ​ສານ​ຕ່າງ​ໆ.

ບັນ​ດາ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ໄດ້​ອ້າງ​ເຖິງຫຼາຍ​ພາກ​ສ່ວນ​ຂອງ​ການ​ສົນ​ທະ​ນາ​ໃນ​ເດືອນ​ກໍ​ລະ​ກົດ 2021 ໃນ​ການ​ຟ້ອງ​ຮ້ອງ 37 ກ​ະ​ທົງ​ໃນ​ຕົ້ນ​ເດືອນນີ້ ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ທີ່​ວ່າ​ທ່ານ​ໄດ້​ເກັບ​ເອ​ກະ​ສານ​ລັບ​ຂອງ​ລັດ​ຖະ​ບານ​ໄວ້​ຢ່າງ​ຜິດ​ກົດ​ໝາຍ ເວ​ລາ​ທີ່​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ໄດ້​ສິ້​ນ​ສຸດ​ລົງ ແລະ ຕໍ່​ມາ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ຂັດ​ຂວາງ​ການ​ສືບ​ສ​ວນ​ສອບ​ສວນ​ຂອງລັດ​ຖະ​ບານ​ກາງ.

ໂທ​ລະ​ພາບ CNN, ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ໌ ແລະ ນິວຢອກ ໄທ​ມ​ສ໌ ໄດ້​ເປີດ​ເຜີຍ​ຄ​ລິບ​ສຽງ​ດັ່ງ​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ເຊິ່ງ​ທ່ານ ທ​ຣຳ ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ລາຍ​ງານ​ຂ່າວ​ທີ່​ວ່າປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ ມາກ ມິ​ລ​ລີ ຢ້ານ​ວ່າ​ທ່ານ ທ​ຣຳ ຈະ​ກໍ່​ຄວາມ​ຂັດ​ແຍ້ງ​ກັບ ອີ​ຣ່ານ ຫຼັງ​ຈາກ​ໄດ້​ຜ່າຍ​ແພ້​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2020.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ບັນ​ທຶກ​ສຽງ, ເຊິ່ງ​ລວມ​ມີ​ສຽງ​ຂອງ​ເຈ້ຍ​ເໜັງ​ຕີງ​ໄປ​ມາວ່າ “ກັບ​ທ່ານ ມິ​ລ​ລີ, ເອົາ​ມາ​ໃຫ້​ຂ້ອຍ​ເບິ່ງ, ຂ້ອຍ​ຈະ​ເອົາ​ຕົວ​ຢ່າງ​ໃຫ້​ເຈົ້າ​ເບິ່ງ. ລາວ​ໄດ້​ເວົ້າ​ວ່າ​ຂ້ອຍ​ຢາກ​ໂຈມ​ຕີ ອີ​ຣ່ານ. ເຈົ້າ​ວ່າ​ມັນ​ມະ​ຫັດ​ສະ​ຈັນ​ບໍ່? ຂ້ອຍ​ມີ​ເອ​ກະ​ສານກອງ​ບັກ​ໃຫຍ່, ເລື່ອງນີ້​ຫາ​ກໍ່​ມີ​ຂຶ້ນ​ມາ. ເບິ່ງນີ້, ນີ້​ແມ່ນ​ລາວ, ເຂົາ​ເຈົ້າ​ໄດ້​ເອົາ​ອັນ​ນີ້​ໃຫ້​ຂ້ອຍ​ເບິ່ງ. ນີ້​ແມ່ນບໍ່​ໄດ້​ຢູ່​ໃນ​ບັນ​ທຶກ, ແຕ່​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ອັນ​ນີ້​ໃຫ້​ຂ້ອ​ຍ​ເບິ່ງ. ນີ້​ແມ່ນ​ລາວ. ນີ້​ແມ່ນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກັບ​ລາວ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ການ​ປະ​ຕິ​ເສດ​ຕໍ່​ຄວາມ​ຄິ​ດ​ທີ່​ວ່າ​ທ່ານ​ວາງ​ແຜນ​ໂຈມ​ຕີ ອີ​ຣ່ານ​ວ່າ “ອັນ​ນີ້​ຈະ​ເຮັດ​ໃຫ້ກໍ​ລະ​ນີ​ຂອງ​ຂ້ອຍຊະ​ນະ​ຢ່າງ​ສິ້ນ​ເຊີງ, ເຈົ້າ​ຮູ້ບໍ່? ເວັ້ນ​ເສຍ​ແຕ່ວ່າ​ມັນ​ແມ່ນ, ຄື​ວ່າ, ຄວາມ​ລັບ​ທີ່​ລັບ​ເປັນ​ຢ່າງ​ສູງ. ນີ້​ແມ່ນ​ຂໍ້​ມູນ​ລັບ.”

ຕໍ່​ມາ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ, “ເຫັນ​ບໍ່, ໃນ​ຖາ​ນະ​ເປັນ​ປະ​ນາ​ທິ​ບໍ​ດີ​ຂ້ອຍ​ສາ​ມາດ​ເປີດ​ລັບ​ມັນ​ໄດ້, ແຕ່​ດຽວນີ້​ຂ້ອຍ​ເຮັດ​ບໍ່​ໄດ້.”

ໃນ​ການ​ສຳ​ພາດ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ Fox ວ່າ, “ມັນ​ບໍ່​ໄດ້​ມີ​ເອ​ກະ​ສານ. ນັ້ນ​ແມ່ນ​ເຈ້ຍ​ຈຳ​ນວນຫຼວງຫຼາຍ ແລະ ສິ່ງ​ອື່ນໆ, ທີ່​ເວົ້າ​ກ່ຽວ​ກັບ ອີ​ຣ່ານ ແລະ ຢ່າງ​ອື່ນ. ແລະ ມັນ​ອາດ​ຈະ​ແມ່ນ​ຂອງ​ແທ້ ຫຼື ອາດ​ຈະ​ບໍ່​ແມ່ນ. ນັ້ນ​ບໍ່​ແມ່ນ​ເອ​ກະ​ສານ. ຂ້ອຍບໍ່​ໄດ້​ມີ​ເອ​ກະ​ສານ​ໃດໆ. ມັນ​ບໍ່​ມີ​ຫຍັງ​ຖືກ​ເປີດ​ເຜີຍ, ມັນ​ແມ່ນ​ຂ່າວ​ໜັງ​ສື​ພິມ, ຂ່າວ​ໃນ​ວາ​ລະ​ສານ ແລະ ຫົວ​ຂໍ້​ຕ່າງໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG