ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣ​ຳ ສັ່ງ​ໃຫ້​ປະ​ຕິ​ຮູບ ການ​ຂໍ​ລີ້​ໄພ ຮວມ​ທັງການ​ເກັບ​ຄ່າ​ທຳ​ນຽມ​ໃບ​ຄຳ​ຮ້ອງ


ບັນ​ດາ​ຄອບຄົວທີ່​​ຫວັງວ່າ​ຈະ​ຂໍ​ລີ້​ໄພ ຢູ່​ໃນ​ສະ​ຫະ​ລັດ ກຳ​ລັງ ລໍ​ຖ້າ​ຢູ່​ຂົວ​ຂ້າມ ຕໍ່​ກັບ​ເມືອງ​ເຣ​ໂນ​ຊາ ເມັກ​ຊິກໂກ​ໄປຫາ ເມືອງ​ຮີ​ດາ​ລ​ໂກ ລັດ​ເທັກ​ຊັ​ສ ວັນ​ທີ 15 ມີ​ນາ 2019.
ບັນ​ດາ​ຄອບຄົວທີ່​​ຫວັງວ່າ​ຈະ​ຂໍ​ລີ້​ໄພ ຢູ່​ໃນ​ສະ​ຫະ​ລັດ ກຳ​ລັງ ລໍ​ຖ້າ​ຢູ່​ຂົວ​ຂ້າມ ຕໍ່​ກັບ​ເມືອງ​ເຣ​ໂນ​ຊາ ເມັກ​ຊິກໂກ​ໄປຫາ ເມືອງ​ຮີ​ດາ​ລ​ໂກ ລັດ​ເທັກ​ຊັ​ສ ວັນ​ທີ 15 ມີ​ນາ 2019.

ປະ​ທ​າ​ນາ​ທິບໍດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກຳ​ລັງ​ຊອກ​ຫາ​ວິທີ​ປ່ຽນ​ແປງ​ການຂໍ​ລີ້​ໄພ​
ຢູ່​ໃນ​ປະ​ເທດ ຮວມ​ທັງ​ຂໍ້​ສະ​ເໜີ​ເກັບ​ຄ່າ​ທຳ​ນຽມ​ຄຳ​ຮ້ອງ ໃນ​ຂະ​ນະ​ທີ່​ລັດ​ຖ​ະ​ບານ​ຂອງ​
ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ຍຸຕິການເພີ້ມການ​ຫຼັ່ງ​ໄຫຼເຂົ້າ​ມາ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຂອງ
​ຄົນ​ຂ້າມຊາ​ຍ​ແດນລະຫວ່າງ​ສະ​ຫະ​ລັດກັບ​ເມັກ​ຊິ​ໂກຢູ່ນັ້ນ.

ຢູ່​ໃນ​ເອກກ​ະ​ສານ​ຄວາມຊົງຈຳໃນ​ວັນ​ຈັນ​ທີ່​ຜ່ານ​ມານັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ໄດ້​ຂໍໃຫ້​
ລັດຖະ​ມົນຕີກະຊວງ​ຍຸ​ຕິ​ທຳ ແລະ​ຫົວ​ໜ້າ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ
​ສະ​ຫະ​ລັດ ໃຫ້​ເຮັດກົດ​ລະ​ບຽບ​ສີ່​ຂໍ້​ຂຶ້ນ​ມາ​ພາຍ​ໃນ 90 ມຶ້.ທັງ​ໝົດ​ນັ້ນໃຫ້​ຮວມ​ທັງ:

​ການບົ່ງ​ຄ່າ​ທຳ​ນຽມ​ການ​ຂໍລີ້​ໄພ ແລະ​ໃບ​ອະ​ນຸ​ຍາດ​ເຮັດ​ວຽກ ໃນ​ຂະ​ນະ​ທີ່​ກໍ​ລະ​ນີດັ່ງ
ກ່າວ​ກຳ​ລັງ​ພິ​ຈາ​ລ​ະ​ນາຢູ່​.

ໃຫ້ປະ​ຕິ​ເສດ ບໍ່​ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ແກ່​ບັນ​ດາຜູ້ຂໍ​ລີ້​ໄພທີ່​ເຂົ້າ​ມາ​ສະ​ຫະ​ລັດ ຫຼື​ພະ​ຍາ
​ຍາມ​ເຂົ້າ​ມາ​ປະ​ເທດຢ່າງ​ຜິດ​ກົດ​ໝາຍ ນັ້ນ​ອາດ​ໝາຍ​ເຖິງການ​ຈຳ​ກັດບັນ​ດາ​ຜູ້​ຂໍລີ້​ໄພ
ທີ່ປະ​ກາດ​ຕົນເອງ​ຢູ່​ດ່ານ​ເຂົ້າ ດັ່ງທີ່​ສະ​ພາກະ​ຊວງຮັກ​ສາ​ຄວາມ​ປອດ​ໄພ​ພາຍໃນ​ສະ​ຫະ
​ລັດ​ໄດ້​ສະເ​ໜີ​ແຕ່​ຕົ້ນເດືອນ​ນີ້.

ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຮິ​ກາ​ກາງ ​ຖືກ​ກັກ​ຂັງ​ໄວ້ໂດຍ​ພາ​ສີ ແລະ​ຕຳ​ຫຼວດ​ປ້ອງ​ກັນ​ຊາຍ​ແດນ ຢູ່​ທີ່​ຊາຍ​ແດນ​ເມັກ​ຊິ​ໂກ ກັບ​ເມືອງ​ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ ວັນ​ທີ 29 ເມ​ສາ 2019.
ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຮິ​ກາ​ກາງ ​ຖືກ​ກັກ​ຂັງ​ໄວ້ໂດຍ​ພາ​ສີ ແລະ​ຕຳ​ຫຼວດ​ປ້ອງ​ກັນ​ຊາຍ​ແດນ ຢູ່​ທີ່​ຊາຍ​ແດນ​ເມັກ​ຊິ​ໂກ ກັບ​ເມືອງ​ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ ວັນ​ທີ 29 ເມ​ສາ 2019.

ບົ່ງວ່າໃຫ້ລັດຖະບານຕັດສິນໃຈເລື້ອງຂໍລີ້ໄພພາຍໃນຫົກເດືອນ. ການດຳເນີນງານຈະ
ໃຊ້ເວລາໂດຍສະເລ່ຍ ດົນກວ່າສອງປີໃນປັດຈຸບັນ.

ໃຫ້ຈັດຕັ້ງເສັ້ນທາງນຶ່ງຕ່າງຫາກ ຢູ່ພາຍສານຄົນເຂົ້າເມືອງສຳລັບ​ກໍ​ລະ​ນີ​ຂໍ​ລີ້​ໄພ​ພາຍ
ໃນ​ຫົກ​ເດືອນ. ການ​ດຳ​ເນີນ​ງານຈະໃຊ້​ເວ​ລາ ໂດຍສະ​ເລ່ຍແລ້ວຫຼາຍກວ່າ​ສອງ​ປີ​ໃນ​
ປັດ​ຈຸ​ບັນ​ນີ້. ເທົ່າທີ່ຜ່ານມາບັນ​ດາ​ຜູ້​ຂໍ​ລີ້​ໄພຈະ​ສະ​ເໜີ​ໂຕ​ເຂົາ​ເຈົ້າ​ເອງ ​ຕໍ່​ຜູ້ພິພາກສາ
​ຄົນ​ເຂົ້າ​ເມືອງ ແລະ​ສາ​ມາ​ດ​ຊ່ວຍ​ໂຕ​ເຂົາ​ເຈົ້າ​ເອງ​ ເພື່ອ​ຜົນ​ປະ​ໂຫຍດ​ແກ່ເຂົາ​ເຈົ້າ​ໃຫ້​
ສົມ​ຄວນໄດ້​ຮັບຖານະທາງດ້ານກົດໝາຍ ກົດ​ລະ​ບຽບ​ດັ່ງ​ກ່າວຈະ​ສາມາດຈຳ​ກັດ​ການ
​ຕັດ​ສິນຂໍ​ລີ້​ໄພ ແລະ​ລົບ​ລ້າງ​ຄວາມ​ສາ​ມາດການ​ຂໍ​ລີ້​ໄພໃນ​ເວ​ລ​າ​ນັ້ນກໍເປັນໄດ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG