ຜູ້ສະໜັກເປັນປະທານາທິບໍດີສະຫະລັດສັງກັດພັກ Republican ທ່ານ Donald Trump ໄດ້ກ່າວເຖິງນະໂຍບາຍຄົນເຂົ້າເມືອງຂອງທ່ານໃນຄືນວັນພຸດວານນີ້ ໂດຍໃຫ້ບູລິມະສິດໃນການຮັກສາຄວາມປອດໄພຊາຍແດນ ແລະຄ້ຳປະກັນວ່າພວກທີ່ຈະເຂົ້າມາໃນສະຫະ ລັດນັ້ນຕ້ອງໃຫ້ການເຄົາລົບຕໍ່ຫລັກຄຸນຄ່າຂອງປະເທດນີ້.
ທ່ານໄດ້ກ່າວຕໍ່ພວກສະໜັບສະໜຸນທ່ານໃນລັດ Arizona ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ໂດຍໃຊ້ພາສາທີ່ໜັກແໜ້ນກວ່າທີ່ທ່ານໄດ້ກ່າວກ່ອນໜ້ານັ້ນຫລາຍຊົ່ວໂມງທີ່ນະຄອນ Mexico City ບ່ອນທີ່ທ່ານໄດ້ພົບປະ ໃນອັນທີ່ທ່ານເອີ້ນວ່າ ການໂອ້ລົມສົນທະນາທີ່ “ສຳຄັນແລະກົງໄປກົງ” ກັບປະທານາທິບໍດີ Mexico ທ່ານ Enrique Pena Nieto.
ຕົວຢ່າງສຳຄັນຂອງການບໍ່ລົງຮອຍກັນ ກໍແມ່ນການໃຫ້ຄຳໝັ້ນສັນຍາຢ່າງແຂງຂັນມາເປັນເວລາດົນນານແລ້ວຂອງທ່ານ Trump ທີ່ຈະສ້າງກຳແພງ ຕາມຊາຍແດນ ສະຫະລັດ ກັບ Mexico. ທ່ານ Trump ໄດ້ກ່າວວ່າ ຫຼັງຈາກທີ່ທ່ານໄດ້ພົບປະສົນທະນາກັບທ່ານ Pena Nieto ກ່ຽວກັບແຜນການແລ້ວ ແຕ່ວ່າ ບໍ່ແມ່ນການກ່າວຢ້ຳຂອງທ່ານ Trump ທີ່ວ່າ Mexico ຈະເປັນຜູ້ຈ່າຍຄ່າກຳແພງນີ້. ແຕ່ເຖິງຢ່າງນັ້ນກໍຕາມ ທ່ານ Pena Nieto ໄດ້ກ່າວວ່າ Mexico ຈະບໍ່ເປັນຜູ້ຈ່າຍ.
ແຕ່ວ່າ ທ່ານ Trump ໄດ້ເປີດເຜີຍແຜນການ 10 ຂໍ້ ກ່ຽວກັບນະໂຍບາຍຄົນເຂົ້າເມືອງ ຂອງທ່ານ ທີ່ລັດ Arizona ຊຶ່ງເປັນບ່ອນທຳອິດ ທີ່ກຳພແງອັນ “ສູງ, ແຂງແຮງແລະສວຍງາມ” ໄດ້ສ້າງຂຶ້ນ.
ທ່ານໄດ້ກ່າວວ່າ “ພວກເຂົາເຈົ້າຍັງບໍ່ຮູ້ເທື່ອ, ແຕ່ວ່າພວກເຂົາເຈົ້າຈະເປັນຜູ້ທີ່ຈ່າຍຄ່າເຮັດກຳແພງນີ້.” ຊຶ່ງພວກທີ່ໄປເຕົ້າໂຮມຢູ່ທີ່ນັ້ນພາກັນໂຮຮ້ອງອອກມາວ່າ “ສ້າງກຳແພງນັ້ນ!”
ທ່ານ John Podesta ປະທານຄະນະໂຄສະນາຫາສຽງຂອງຜູ້ສະໜັກເປັນປະທານາທິບໍດີສະຫະລັດສັງກັດພັກ Democrat ຂອງທ່ານນາງ Hillary Clinton ໄດ້ກ່າວເຖິງ ທ່ານ Trump ວ່າ ທ່ານ “ຊັອກ” ທີ່ໄດ້ອະທິບາຍເຖິງບັນຫາຕ່າງໆນາໆກັບທ່ານ Pena Nieto.
“ສິ່ງທີ່ພວກເຮົາເຫັນມື້ນີ້ ຈາກຜູ້ຊາຍຄົນນຶ່ງທີ່ອ້າງຕົນວ່າ ເປັນຜູ້ທີ່ສຸດຍອດຂອງ ‘ການຕໍ່ລອງ’ ແມ່ນວ່າ ທ່ານ ບໍ່ມີຄວາມກ້າທີ່ຈະອະທິບາຍ ໃຫ້ຄວາມຮູ້ເພື່ອການໂຄສະນາຫາສຽງທີ່ທ່ານໄດ້ຮັບປາກໄວ້ ຕອນທີ່ທ່ານບໍ່ຢູ່ຊຶ່ງໜ້າກັບພວກທີ່ນິໄສດີ,” ຊຶ່ງທ່ານ Podesta ໄດ້ກ່າວເຊັ່ນນັ້ນ.
ຫຼັງຈາກຫຼາຍໆສັບປະດາທີ່ມີລາຍງານວ່າ ທ່ານ Trump ອາດຈະອ່ອນຂໍ້ລົງ ກ່ຽວກັບນະໂຍບາຍຂອງຄົນເຂົ້າເມືອງ ທ່ານໄດ້ສະເໜີໃນແລງວັນພຸດວານນີ້ ໂດຍຈະຈ້າງບັນດາເຈົ້າໜ້າທີ່ 5 ພັນຄົນ ເພື່ອລາດຕະເວນຊາຍແດນ ເພີ້ມເປັນສາມເທົ່າ ຂອງຈຳນວນເຈົ້າໜ້າທີ່ປ້ອງກັນຄົນເຂົ້າເມືອງ ແລະຈະຈັດສົ່ງເນລະເທດພວກທີ່ຖືກຈັບ ໃນການເຂົ້າມາຍັງສະຫະລັດ ແບບຜິດກົດໝາຍ. ທ່ານໄດ້ກ່າວວ່າ ການເຮັດຜິດກົດໝາຍແລະຜ່ານຂ້າມມາຈາກຊາຍແດນ ຈະຫຼຸດໜ້ອຍລົງ ແລະພວກໂຈນອັນຕະພານຈະຫລຸດນ້ອຍລົງ.