ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ FBI ຢືນຢັນ ຕໍ່ການສືບສວນ ກ່ຽວກັບ ຄະນະໂຄສະນາຫາສຽງ ຂອງທ່ານທຣຳ


FBI Director Reveals Russia Election Investigation
please wait

No media source currently available

0:00 0:02:30 0:00

ຫົວໜ້າ​ອົງການ​ສັນຕິ​ບານ​ກາງຫຼື FBI ທ່ານ James Comey ​ໄດ້ປະຕິ​ເສດ​ບໍ່​ຮັບ​ຮູ້ ​
ການກ່າວ​ອ້າງ​ທີ່​ຮ້າຍ​ແຮງ​ຂອງ​ປະທານາທິບໍ​ບດີ Donald Trump ທີ່ວ່າ​ ອະດີດ​ປະ
ທານາທິບໍດີ Barack Obama ​ໄດ້​ລັກ​ຟັງ​ໂທລະສັບ​ຂອງ​ທ່ານ​ຫຼາຍ​ອາທິດ​ກ່ອນ​ການ
​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ​ກາຍ​ນີ້.

​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້ການຕໍ່ໜ້າ​ຄະນະ​ກຳມະການ​ສືບ​ລັບ​ຂອງສະພາ​ຕ່ຳໃນ​ວັນ​ຈັນ
​ວານ​ນີ້ ທ່ານ Comey ຍັງ​ໄດ້​ຢືນ​ຢັນ​ວ່າ ອົງການ​ຂອງ​ທ່ານ​ກຳລັງ​ສືບສວນເບິ່ງວ່າ
ບັນດາ​ຜູ້​ຊ່ວຍ ໃນ​ການໂຄສະນາ​ຫາ​ສຽງ​ ຂອງ​ທ່ານ Trump ສົມຮູ້​ຮ່ວມ​ຄິດ​ກັນຫຼືບໍ່
ເພື່ອ​ຜົນ​ປະ​ໂຫຍ​ດຂອງຣັດ​ເຊຍ ທີ່​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບໄຊຊະນະ.

Comey: ‘No Information That Supports' Wiretapping Tweets
please wait

No media source currently available

0:00 0:00:22 0:00

ທ່ານ Comey ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ມີ​ຂໍ້ມູນ​ທີ່​ສະໜັບສະໜູນການສົ່ງ​ຂໍ້ຄວາມທາງ
Twitter ຂອງ ປະທານາທິບໍດີ Trump ທີ່ກ່າວ​ອ້າງ​ວ່າ ທ່ານ Obama ​ໄດ້​ລັກ​ຟັງໂທ
ລະສັບຢູ່​ທີ່ສູນ​ກາງຫາ​ສຽງ​ຂອງ​ທ່ານ ທີ່​ຕຶກ Trump Tower ​ໃນ​ ນະຄອນ
ew York​.”

​ເຖິງ​ແມ່ນໄດ້​ມີ​ການ​ຖະ​ແຫລ​ງ​ດັ່ງກ່າວກໍ​ຕາມ ​ໂຄສົກ​ທຳນຽບຂ່າວ​ທ່ານ Sean
Spicer ​ໃນ​ເວລາຕໍ່​ມາ​ໄດ້​ກ່າວ​ວ່າ ປະທານາທິບໍດີ Trump ຈະ​ບໍ່​ຍອມຖອນ​ການ
​ກ່າວ​ຫາ​ກ່ຽວ​ກັບການລັກຟັງ​ໂທລະສັບ​ຂອງ​ທ່ານ. ທ່ານ Spicer ກ່າວ​ວ່າ "ພວກ
​ເຮົາ​ໄດ້​ເລີ້ມ​ການ​ຮັບ​ຟັງຄຳ​ໃຫ້ການ ທີ່​ຍັງດຳ​ເນີນ​ຕໍ່​ໄປຢູ່ ຍັງ​ມີ​ຢູ່ອີກຫຼາຍ​ຂົງ​ເຂດ
ທີ່ຍັງ​ຈະຕ້ອງກ່າວ​ເຖິງ. ຍັງ​ມີອີກ​ຫຼາຍ​ຂໍ້​ມູນ​ທີ່ຍັງ​ຈະ​ຕ້ອງໄດ້​ສົນທະນາກັນ.”

Comey: FBI Investigating 'Any Links' Between Trump Campaign-Russia
please wait

No media source currently available

0:00 0:01:05 0:00

ທ່ານ Comey ກ່າວຕໍ່​ຄະນະ​ກຳມະການ​ວ່າ ​ເພາະວ່າ​ ການສືບສວນ​ຕໍ່ຕ້ານ​ການສືບ
​ລັບຂອງຣັດ​ເຊຍ ​ເພື່ອ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ສະຫະລັດ​ເປັນ​ເລື່ອງ​ລັບ “ຂ້າ
ພະ​ເຈົ້າ​ຈຶ່ງ​ບໍ່​ສາມາດເວົ້າ​ຫຍັງ​ຫລາຍ​ໄປອີກ​ກວ່າ​ນີ້​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ປະ
ຕິບັດແລະ​ການ​ກະທຳ​ຂອງ​ໃຜທີ່​ພວກ​ເຮົາ​ກຳລັງ​ພິຈາລະນາຢູ່.” ທ່ານ​ກ່າວ​ວ່າບັນດາ
​ຜູ້ນຳ​ລັດຖະສະພາ​ໄດ້​ຖືກ​ລາຍ​ລາຍ​ງານໃຫ້​ຟັງ​ແລ້ວ ຢ່າງ​ເປັນ​ການລັບ.

Rogers: Asking GCHQ to Wiretap Trump ‘Expressly Against Five Eyes Agreement’
please wait

No media source currently available

0:00 0:00:41 0:00

ແຕ່​ທ່ານ Comey ​ກ່າວ​ວ່າ ທ່ານໄດ້ຮັບ​ອະນຸຍາດ​ຈາກ​ກະຊວງ​ຍຸຕິ​ທຳ ​ເພື່ອ​ໃຫ້ການ
​ຢືນຢັນ​ກ່ຽວ​ກັບ​ການ​ສືບສວນ​ຂອງອົງການ FBI “ຮວມທັງລັກສະນະຂອງ​ການ​ສືບ
ສວນທີ່​ພົວພັນ​ກັບ​ສ່ວນ​ບຸກຄົນ ​ທີ່ກ່ຽວຂ້ອງກັບ​ການ​ໂຄສະນາ​ຫາ​ສຽງ​ຂອງທ່ານ
Trump ​ແລະ​ລັດຖະບານຣັດ​ເຊຍ ​ແລະກວດ​ເບິ່ງ​ວ່າ ​ມີ​ການ​ປະ ສານ​ງານ​ໃດໆຫຼືບໍ່
​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ແລະ​ຄວາມ​ພະຍາຍາມ​ຂອງ ຣັດ​ເຊຍ.”

ພວກປະທ້ວງເຕົ້າໂຮມກັນຢູ່ນະຄອນ Philadelphia ລະຫວ່າກອງປະຊຸມພັກແຫ່ງຊາດພັກ ເດໂມແຄຣັດ.
ພວກປະທ້ວງເຕົ້າໂຮມກັນຢູ່ນະຄອນ Philadelphia ລະຫວ່າກອງປະຊຸມພັກແຫ່ງຊາດພັກ ເດໂມແຄຣັດ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ ປະທານາທິບໍບໍດີ Trump ​ໄດ້​ກ່າວ​ວ່າ ​ການສະ ເໜີ​
ໃດໆກໍ​ວ່າ ​ທີ່ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ປະສານ​ງານ​ກັບຜົນ​ປະ​ໂຫຍ​ດ
ຂອງຣັດ​ເຊຍ ​ທີ່​ຊ່ວຍ​ໃຫ້​ທ່ານ​ໄດ້​ຮັບໄຊຊະນະ​ເພື່ອ​ເຂົ້າກຳ​ຕຳ​ແໜ່​ງທີ່​ທຳນຽບຂາວ
​ນັ້ນ ​ໂດຍ​ກ່າວ​ວ່າ​ມັນ​ເປັນ​ຂໍ້​ແກ້​ຕົວ “ທີ່ສ້າງ​ຂຶ້ນ” ​ໂດຍ​ພັກ​ເດ​ໂມ​ແຄຣັດ​ທີ່​ເສຍ​ໄຊ
ໃນການ​ເລືອກ​ຕັ້ງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG