ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ກ່າວປະນາມ ທ.ນ. ເພໂລຊີ ໃນເລື້ອງ ງົບປະມານ ເພື່ອສ້າງກຳແພງ

ປະທານາທິບໍດີ ດໍໂນລ ທຣຳ ພວມຟັງ ໃນລະຫວ່າງ ການປະຊຸມ ເລື້ອງການຄ້າມະນຸດ ໃນຫ້ອງຄະນະລັດຖະບານ ຂອງທຳນຽບຂາວ, ວັນທີ 1 ກຸມພາ 2019, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ພວມຟັງ ໃນລະຫວ່າງ ການປະຊຸມ ເລື້ອງການຄ້າມະນຸດ ໃນຫ້ອງຄະນະລັດຖະບານ ຂອງທຳນຽບຂາວ, ວັນທີ 1 ກຸມພາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ຂອງສະຫະລັດ ໄດ້ກ່າວຕຳໜິຢ່າງໜັກ ຕໍ່ປະທານສະພາຕ່ຳ ທ່ານນາງ
ແນນຊີ ເພໂລຊີ ໂດຍເອີ້ນທ່ານນາງ ວ່າ “ບໍ່ດີແທ້ໆເລີຍ ສຳລັບ ປະເທດຊາດຂອງ
ພວກເຮົາ”
ແລະກ່າວວ່າ “ເພິ່ນບໍ່ຫົວຊາເລີຍ ໃນເລື້ອງການ ຄ້າມະນຸດ” ຍ້ອນວ່າ ເພິ່ນ
ຄັດຄ້ານ ໃນການອະນຸມັດເງິນ ສຳລັບກຳແພງ ຢູ່ ຊາຍແດນ ລະຫວ່າງ ສະຫະລັດ ກັບ
ເມັກຊິໂກ.

ໃນການໃຫ້ສຳພາດ ກັບລາຍການໂທລະພາບ CBS ໃນວັນສຸກວານນີ້ ທ່ານ ດໍໂນລ
ທຣຳ ໄດ້ກ່າວວ່າ ທ່ານນາງເພໂລຊີ ແມ່ນ “ແຂງກະດ້າງຫຼາຍ” ແລະ ວ່າ ເພິ່ນພະຍາ
ຍາມ “ຈະໄດ້ຊະນະຄະແນນໃນດ້ານການເມືອງ” ດ້ວຍການປະ ຕິເສດ ທີ່ຈະບໍ່ໃຫ້ເງິນ
ແກ່ທ່ານ ສຳລັບສ້າງກຳແພງຢູ່ຊາຍແດນ ອັນເປັນສ່ວນ ປະກອບຫຼັກ ຂອງຄວາມສຳ
ເລັດໃນການໂຄສະນາຫາສຽງເປັນປະທານາທິບໍດີ ຂອງທ່ານ.

ລົດເຈົ້າໜ້າທີ່ ລາດຕະເວນຊາຍແດນ ກຳລັງແລ່ນຢູ່ໃກ້ໆ ຮົ້ວເຂດຊາຍແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ໃນເມືອງ Sunland Park, ລັດນິວ ເມັກຊິໂກ, ວັນທີ 4 ມັງກອນ 2016.
ລົດເຈົ້າໜ້າທີ່ ລາດຕະເວນຊາຍແດນ ກຳລັງແລ່ນຢູ່ໃກ້ໆ ຮົ້ວເຂດຊາຍແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ໃນເມືອງ Sunland Park, ລັດນິວ ເມັກຊິໂກ, ວັນທີ 4 ມັງກອນ 2016.

​ໃນລະຫວ່າງ ການໂຄສະນາຫາສຽງຢູ່ນັ້ນ ເຖິງແມ່ນວ່າທ່ານທຣຳ ໄດ້ສັນຍາວ່າ
ເມັກຊິໂກ ຈະຈ່າຍຄ່າສ້າງກຳແພງ. ແຕ່ເມັກຊິໂກ ກໍໄດ້ປະຕິເສດ. ບັດນີ້ທ່ານ ທຣຳ
ຢາກໃຫ້ລັດຖະສະພາ ອະນຸມັດເງິນໃຫ້ທ່ານ ສຳລັບກຳແພງຢູ່ຊາຍແດນ ແລະພັກ
ເດໂມແຄຣັດ ທີ່ຄວບຄຸມສະພາຕ່ຳໃນເວລານີ້ ກໍໄດ້ປະຕິເສດເຊັ່ນກັນ.

ທ່ານ ແອນດຣູ ແຮມໂມລ ໂຄສົກຂອງທ່ານນາງ ເພໂລຊີ ກ່າວວ່າ “ພັກເດໂມແຄຣັດ ໄດ້ນຳສະເໜີຂໍ້ແກ້ໄຂໃນດ້ານການຮັກສາຄວາມປອດໄພຢູ່ຊາຍແດນ ທີ່ເຂັ້ມແຂງ
ສະຫຼາດ ແລະມີປະສິດທິພາບ ຈາກການເຫັນພ້ອມ ໃນກອງປະຊຸມ ຂອງຄະນະກຳ
ມະການ ຂອງທັງສອງພັກການເມືອງ.”
ແລະທ່ານກ່າວຕື່ມວ່າ ທ່ານປະທານາທິບໍດີ
“ຍັງປະຕິເສດ ທີ່ຈະເອົາການປິດລັດຖະບານຄັ້ງທີສອງ ອອກຈາກການເຈລະຈາ.”

ພວກທະຫານໜ່ວຍວິສາວະກຳ ຂອງກອງທັບບົກ ສະຫະລັດ ໄດ້ວາງຮົ້ວໜາມໝາກຈັບ ລ້ອມຄ້າຍທະຫານ ຂອງ ກະຊວງປ້ອງກັນປະເທດ ແລະ ກົມອາກອນ ແລະປົກປ້ອງເຂດຊາຍແດນ ສະຫະລັດ ຢູ່ທີ່ເຂດຊາຍແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ໃກ້ກັບຂົວສາກົນ, ວັນທີ 4 ພະຈິກ 2018, ໃນເມືອງ ດອນນາ ລັດເທັກຊັສ.

​ທ່ານ ທຣຳ ເມື່ອມໍ່ໆມານີ້ ໄດ້ຍຸຕິການປິດລັດຖະບານ ໃນບາງສ່ວນ ທີ່ແກ່ຍາວມາໄດ້
35 ວັນ ໂດຍປາດສະຈາກທຶນ 5 ພັນ 7 ຮ້ອຍລ້ານໂດລາທີ່ທ່ານຕ້ອງການ ເພື່ອສ້າງ
ກຳແພງຂອງທ່ານນັ້ນ.

ທ່ານປະທານາທິບໍດີ ໄດ້ກ່າວໃນວັນສຸກວານນີ້ວ່າ ທ່ານຈະພິຈາລະນາປະກາດ “ພາວະ
ສຸກເສີນແຫ່ງຊາດ”
ຊຶ່ງເປັນທິດທາງໃນ​ຂັ້ນ​ຕໍ່​ໄປ ເພື່ອສ້າງກຳແພງ ຢູ່ເລາະຕາມຊາຍ
ແດນ ລະຫວ່າງ ສະຫະລັດ ແລະເມັກຊິໂກ ຍ້ອນວ່າ ທ່ານຄຶດ ວ່າ ການເຈລະຈາພາຍໃນ
ບັນດາສະມາຊິກສະພາ ຈະບໍ່ນຳມາຊຶ່ງທຶນຮອນ ທີ່ ທ່ານຕ້ອງການ.

ທ່ານທຣຳ ໄດ້ເວົ້າໃນວັນສຸກວານນີ້ວ່າ “ພວກເຮົາຈະເບິ່ງໄປໃນທາງ ພາວະສຸກເສີນ
ແຫ່ງຊາດ ຍ້ອນວ່າ ຂ້າພະເຈົ້າຄຶດວ່າ ບໍ່ມີຫຍັງຈະເກີດຂຶ້ນເລີຍ. ຂ້າພະເຈົ້າ ຄຶດວ່າ
ພັກເດໂມແຄຣັດບໍ່ຢາກໄດ້ຄວາມປອດໄພຢູ່ຊາຍແດນ. ແລະໃນເມື່ອຂ້າພະເຈົ້າໄດ້
ຍິນ ພວກເຂົາເຈົ້າເວົ້າກ່ຽວກັບຄວາມເປັນຈິງ ທີ່ວ່າ ກຳແພງແມ່ນຜິດສິນທຳ ກຳແພງ
ຈະບໍ່ໄດ້ຜົນ ພວກເຂົາເຈົ້າ ຮູ້ດີວ່າ ກຳແພງໄດ້ຜົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG