ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ປະຕິເສດ​ວ່າ ບໍ່ໄດ້ຕ່າວປີ້ນ ແຜນການ ໃນຊີເຣຍ ຫຼັງຈາກ ໄດ້ຕັດສິນໃຈ ປະທະຫານ ຫຼາຍຮ້ອຍຄົນ ໄວ້ທີ່ນັ້ນ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກຸມພາ 2019.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 19 ກຸມພາ 2019.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ການຕັດສິນໃຈ ຂອງທ່ານ
ທີ່ຈະຈົ່ງທະຫານສະຫະລັດຈຳນວນບໍ່ຫຼາຍ ໄວ້ໃນຊີເຣຍນັ້ນ ກໍບໍ່ ໄດ້ໝາຍເຖິງການ
ຕ່າວປີ້ນ ແຜນການຂອງທ່ານ ທີ່ຈະຖອນກຳລັງທະຫານ ທັງໝົດ ອອກຈາກປະເທດນີ້.

ທ່ານທຣຳ ໄດ້ກ່າວບອກບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ໃນວັນສຸຸກວານນີ້ ວ່າ “ຂ້າ
ພະເຈົ້າ ບໍ່ຕ່າວປີ້ນແຜນການ ດອກ.”


ທ່ານທຣຳ ກ່າວຕໍ່ໄປວ່າ “ມັນ ນ້ອຍຫຼາຍ ພຽງສ່ວນນ້ອຍໆ ຂອງພວກຄົນ ທີ່ພວກເຮົາ
ມີ”
ຊຶ່ງໝາຍເຖິງ ພວກທະຫານອາເມຣິກັນ ຫຼາຍກວ່າ 2,000 ຄົນ ຢູ່ໃນຊີເຣຍ ຜູ້ທີ່ກຳ
ລັງໃຫ້ການສະໜັບສະໜຸນ ແກ່ກຳລັງຊາວເຄີດ ທີ່ຕໍ່ສູ້ຕ້ານ ກຸ່ມລັດອິສລາມ ຫຼື IS
ຈຸສຸດທ້າຍ.

ຂະບວນລົດຂອງທະຫານ ສະຫະລັດ ກຳລັງແລ່ນ ຢູ່ທ້ອງຖະໜົນ ກັບພວກຄົນໃນທ່້ອງຖິ່ນ ທີ່ເປັນພວກນັກລົບ ພັນທະມິດ, ໃນເມືອງ ມານບິຈ (Manbij), ຢູ່ທາງພາກເໜືອຂອງຊີເຣຍ, ວັນທີ 31 ມີນາ 2018.
ຂະບວນລົດຂອງທະຫານ ສະຫະລັດ ກຳລັງແລ່ນ ຢູ່ທ້ອງຖະໜົນ ກັບພວກຄົນໃນທ່້ອງຖິ່ນ ທີ່ເປັນພວກນັກລົບ ພັນທະມິດ, ໃນເມືອງ ມານບິຈ (Manbij), ຢູ່ທາງພາກເໜືອຂອງຊີເຣຍ, ວັນທີ 31 ມີນາ 2018.

ບັນດາເຈົ້າໜ້າທີ່ ໃນຄະນະລັດຖະບານທ່ານທຣຳ ໄດ້ກ່າວວ່າ ສະຫະລັດ ຈະປະພວກ
ທະຫານຈຳນວນຫຼາຍຮ້ອຍຄົນ ໄວ້ໃນຊີເຣຍ ໃນຂະນະທີ່ ສ່ວນທີ່ເຫຼືອ ຈະຖືກຖອນ
ອອກຈາກຊີເຣຍ.

ເຈົ້າໜ້າທີ່ອະວຸໂສ ໃນກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວບອກ ວີໂອເອ ວ່າ
ພວກທະຫານເຫຼົ່ານັ້ນ ຍັງຈະປະຈຳການຢູ່ໃນຊີເຣຍຢູ່ຕໍ່ໄປ ເພື່ອຊ່ອຍ “ສົ່ງເສີມໃຫ້
ກອງກຳລັງທ້ອງຖິ່ນ ສະກັດກັ້ນ ບໍ່ໃຫ້ກຸ່ມລັດອິສລາມ ຫຼື ISIS ຟື້ນໂຕຄືນອີກ.”

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວອີກວ່າ ການຄາດຄະເນໄວ້ ກໍແມ່ນວ່າ ພວກທະຫານ
ຈຳນວນຫຼາຍຮ້ອຍຄົນດັ່ງກ່າວ ຈະເປັນພາກສ່ວນນຶ່ງຂອງ ກຳລັງຮັກສາສັນຕິພາບ.

ປະທານາທິບໍດີ ທຣຳ ໄດ້ກ່າວໃນວັນສຸກວານນີ້ ວ່າ “ພວກເຮົາໄດ້ປະສົບຜົນສຳເລັດ
ຢ່າງໃຫຍ່ຫລວງ ໃນການຜາບແພ້ ພວກທີ່ປະກາດຕົນ​ເອງ ເປັນລັດອິສລາມ ຫຼື
caliphate.”
ທ່ານໄດ້ກ່າວຕື່ມວ່າ ສະຫະລັດ “ສາມາດປະກຳລັງ ຈຳນວນນ້ອຍໆ
ໄວ້ກັບພວກທະຫານອື່ນ....ບໍ່ວ່າຈະເປັນພວກທະຫານຂອງ ເນໂຕ້ ຫຼື ຜູ້ໃດກໍຕາມ
ຊຶ່ງມັນອາດເປັນເຊັ່ນນັ້ນ ເພື່ອບໍ່ໃຫ້ ພວກຄາລີເຟຕ ເກີດຂຶ້ນມາອີກ.”

ໃນເດືອນທັນວາປີກາຍນີ້ ທ່ານ ທຣຳ ໂດຍການຄາດຫວັງ ໃນການປະລາໄຊ ຂອງກຸ່ມ
ລັດອິສລາມ ໃນຊີເຣຍ ນັ້ນ ຈຶ່ງໄດ້ປະກາດອອກໄປວ່າ ກຳລັງສະຫະລັດທັງໝົດ ຈະຖອນ
ອອກຈາກຊີເຣຍ ພາຍໃນທ້າຍເດືອນເມສານີ້ ຊຶ່ງມັນໄດ້ເຮັດໃຫ້ຫຼາຍຄົນແປກໃຈ. ໃນ
ການເຮັດເຊັ່ນນັ້ນ ທ່ານໄດ້ເຮັດໃຫ້ ພັນທະມິດທັງຫຼາຍຂອງສະຫະລັດ ໃນຢູໂຣບ
ຈົນປັນຍາ ແລະໄດ້ເຮັດໃຫ້ພັນທະມິດບາງສ່ວນ ຂອງທ່ານເອງ ຢູ່ໃນວໍຊິງຕັນ ບໍ່ພໍໃຈ.

ສະມາຊິກສະພາສູງ ທ່ານ ລິນເສ ແກຣມ ຜູ້ທີ່ເປັນພັນທະມິດໃກ້ຊິດ ຂອງ ທ່ານທຣຳ
ຢູ່ລັດຖະສະພາ ກໍໄດ້ເອີ້ນການປະກາດ ນັ້ນວ່າ ເປັນແນວຄິດ “ທີ່ໂງ່ຈ້າທີ່ສຸດ” ທີ່ຂ້າ
ພະເຈົ້າເຄີຍໄດ້ຍິນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG