ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປະຕິເສດ ວ່າ ບໍ່ໄດ້ກົດດັນ ຢູເຄຣນ ໃຫ້ກວດສອບ ບໍລິສັດ ທີ່ເຊື່ອມໂຍງ ກັບ ລູກຊາຍ ທ. ບາຍເດັນ


ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບບັນດານັກຂ່າວ ຢູ່ເດີ່ນຫຍ້າກ້ຳໃຕ້ ຂອງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ກັນຍາ 2019.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບບັນດານັກຂ່າວ ຢູ່ເດີ່ນຫຍ້າກ້ຳໃຕ້ ຂອງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ກັນຍາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງ
“ຜິດ” ໃນການສົນທະນາກັນ ທາງໂທລະສັບ ກັບປະທານາທິບໍດີ ໃໝ່ ຂອງຢູເຄຣນ
ຊຶ່ງໃນລະຫວ່າງນັ້ນ ທ່ານທຣຳ ຖືກ່າວຫາວ່າ ໄດ້ຂໍຮ້ອງໃຫ້ປະທານາທິບໍດີ ຢູເຄຣນ
ທຳການສືບສວນສອບສວນ ລູກຊາຍຂອງອະດີດຮອງປະທານາທິບໍດີ ແລະຜູ້ລົງ
ສະໝັກເປັນປະທານາທິບໍດີ ທີ່ມີຄວາມຫວັງສູງ ຈາກພັກເດໂມແຄຣດ ທ່ານໂຈ
ບາຍເດັນ.

ໃນຂະນະດຽວກັນ ບັນດາສະມາຊິກພັກເດໂມແຄຣັດ ໄດ້ເພີ້ມການຕຳນິຕິຕຽນ ທ່ານ
ປະທານາທິບໍດີ ສຳລັບສິ່ງທີ່ພວກເພິ່ນ ຕີລາຄາວ່າ ເປັນຄວາມພະຍາຍາມພົວພັນກັບ
ຜູ້ນຳຕ່າງປະເທດ ໃນການສ້າງແຜນການເພື່ອສ້າງຄວາມເສຍຫາຍ ແກ່ຜູ້ສະໝັກຄູ່
ແຂ່ງ ທີ່ນຳໜ້າໝູ່ຢູ່ນັ້ນ ໃນການແຂ່ງຂັນເປັນປະທານາທິບໍດີ ປີ 2020.

ທ່ານທຣຳ ໄດ້ຂຽນລົງທວີດເຕີ້ ໃນຕອນເຊົ້າ ວັນເສົາວານນີ້ ວ່າ ທ່ານໄດ້ “ສົນທະນາ
ເປັນຢ່າງດີ ແລະເປັນການສົນທະນາທີ່ປົກກະຕິ” ໃນວັນທີ 25 ເດືອນກໍລະກົດ ກັບ
ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ແຊວເລັນສກີ ແລະວ່າ “ບໍ່ມີຫຍັງທີ່ໄດ້
ກ່າວໄປ ທີ່ເປັນໄປໃນທາງທີ່ຜິດ.”

ທ່ານທຣຳ ໄດ້ກ່າວຫາພັກເດໂມແຄຣັດ ແລະສື່ຂ່າວປອມ ໂດຍບໍ່ສົນໃຈຕໍ່ຂໍ້ກ່າວຫາ
ຕໍ່ຕ້ານຄອບຄົວທ່ານບາຍເດັນ ແລະການສ້າງເລື້ອງທີ່ຜິດ ກ່ຽວກັບທ່ານບາຍເດັນ.

ທ່ານທຣຳ ໄດ້ຂຽນລົງທວີດເຕີ້ວ່າ “ສື່ຂ່າວປອມ ແລະຄູ່ຮ່ວມງານຂອງພວກເຂົາເຈົ້າ
ຄືພັກເດໂມແຄຣັດ, ຢາກຈະຢູ່ຫ່າງໄກທີ່ສຸດທີ່ເປັນໄປໄດ້ ຈາກ ໂຈ ບາຍເດັນ ທີ່ຮຽກ
ຮ້ອງ ໃຫ້ລັດຖະບານຂອງຢູເຄຣນ ປົດໄອຍະການຜູ້ທີ່ສືບສວນສອບສວນລູກຊາຍ
ຂອງເພິ່ນ ຫຼືບໍ່ດັ່ງນັ້ນ ພວກເຂົາເຈົ້າ ກໍຈະບໍ່ໄດ້ຮັບເງິນຈຳນວນຫຼວງຫຼາຍ ສະນັ້ນ
ແລ້ວ ພວກເຂົາເຈົ້າ ຈຶ່ງໄດ້ປັ້ນແຕ່ງເລື້ອງກ່ຽວກັບຂ້າພະເຈົ້າ....”

ທ່ານທຣຳ ໄດ້ຊຸກຍູ້ທ່ານແຊວເລັນສກີ ປະມານ 8 ເທື່ອ ໃນລະຫວ່າງການສົນທະນາ
ກັນຢູ່ນັ້ນ ໃຫ້ສືບສວນສອບສວນ ລູກຊາຍຂອງທ່ານບາຍເດັນ ອີງຕາມລາຍງານຂ່າວ
ທີ່ອ້າງເຖິງພວກຄົນທີ່ຮູ້ຈັກດີ ກ່ຽວກັບເລື້ອງນີ້. ໄດ້ມີການອ້າງເຖິງຄຳເວັ້າຂອງແຫລ່ງ
ຂ່າວທັງຫຼາຍ ທີ່ກ່າວວ່າ ເຈດຕະນາຂອງທ່ານທຣຳ ແມ່ນ ຢາກໃຫ້ທ່ານແຊວເລັນສກີ
ຮ່ວມມືກັບ ທ່ານຣູດັອຟ ຈູລີອານີ ທະນາຄວາມຂອງທ່ານທຣຳ ກ່ຽວກັບການສືບສວນ
ສອບສວນ ທີ່ອາດສ້າງຄວາມເສຍຫາຍແກ່ທ່ານບາຍເດັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG