ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ປະ​ຕິ​ເສດວ່າ ທ່ານ​ໄດ້ສະ​ເໜີ ໃຫ້​ອະ​ໄພ​ໂທດ ​ເຈົ້າ​ໜ້າ​ທີ່ ສຳ​ລັບ ​ການ​ປິດ​ຊາຍ​ແດນ


ປະ​ທາ​ນາ​ທິບໍດີ​ດໍໂນ​ລ ທ​ຣ​ຳ ຮ່ວມ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ
ກ່ຽວ​ກັບ​ຄົນ​ເຂົ້າ​ເມ​ືອງ ແລະ​ຊາ​ຍ​ແດນ ວັນ​ທີ 5 ມ​ສາ 2019.
ປະ​ທາ​ນາ​ທິບໍດີ​ດໍໂນ​ລ ທ​ຣ​ຳ ຮ່ວມ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ​ຄົນ​ເຂົ້າ​ເມ​ືອງ ແລະ​ຊາ​ຍ​ແດນ ວັນ​ທີ 5 ມ​ສາ 2019.

ໃນ​ຂໍ້ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີຫຼາຍ​ຄັ້ງ ໃນ​ຕອນ​ແລງວັນ​ເສົາ​ວານ​ນີ້ ປະ​ທາ​ນາ​ທິບໍດີ​ດໍ
​ໂນ​ລ ທ​ຣ​ຳ ໄດ້​ປະ​ຕິ​ເສດ​ລາຍ​ງານ​ທີ່​ວ່າ ທ່ານ​ໄດ້​ຮຽກຮ້ອງ​ໃຫ້ເຈົ້າ​ໜ້​າ​ທີ່​ຄວບ​ຄຸ​ມ​ຊາຍ
​ແດນ ​ປິດ​ຊາຍ​ແດນ​ສະ​ຫະ​ລັດ ກັບ​ເມັກ​ຊິກ​ໂກ ແລະ​ວ່າ ທ່ານ​ໄດ້​ສະ​ເໜີ​ທີ່​ຈະໃຫ້​ອະ​
ໄພ​ຍາໂທດ​ສຳ​ລັບ​ເຈົ້າ​ໜ້າ​ທີ່ ຖ້າ​ລາວ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ດ້ານ​ກົດ​ໝາຍ​ສຳ​ລັບ​ການ
​ເຮັດ​ແບບ​ນັ້ນ.


ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ໜັງ​ສື​ພິມ​ນິວຢອກ​ທາມ​ສ໌ ແລະ CNN ໄດ້​ລາຍ​ງານວ່າ ​ອາ​ທິດ
​ແລ້ວ​ນີ້ ປະ​ທາ​ນາ​ທິບໍ​ດີ​ ທ​ຣຳ ໄດ້​ບອກ​ໃຫ້​ທ່ານ ​ເຄ​ວິນ ແມັກອາລີ​ນັນ ອະ​ດີດຫົວ​ໜ້າ​
ກົມ​ພາ​ສີ ແລະ​ ຄວບ​ຄຸມ​ເຂດຊາຍ​ແດນ ໃຫ້​ປິດ​ຊາຍ​ແດນ ​ສະ​ຫະ​ລັດ ກັບ ​ເມັກ​ຊິ​ໂກ
ເພື່ອ​ຢຸດ​ບໍ່​ໃຫ້​ຄົນ​ເຂົ້າ​ມາ​ ສະ​ຫະ​ລັດ. ທ່ານ​ ແມັກ​ອາ​ລີ​ນັນ ແຕ່​ນັ້ນ​ມາ​ໄດ້​ຖືກ​ແຕ່ງ​ຕັ້ງ
​ໃຫ້​ເປັນ​ຜູ້​ວ່າ​ການ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ ສະຫະລັດ
ຫຼັງ​ຈາກ​ທ່ານ​ນາງ ເຄີ​ສ​ເຈັນ ນຽ​ລ​ສັນ ໄດ້​ລາ​ອອກ​ໃນ​ວັນ​ທີ 10 ເມ​ສາທີ່​ຜ່ານ​ມາ.

ອົງ​ການ​ຂ່າວ​ທັງ​ສອງ​ໄດ້ອ້າງ​ເຖິງ​ ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທີ່​ບໍ່ປະ​ສົງ​ອອກ​ຊື່ວ່າ​
ເປັນ​ແຫຼ່ງ​ຂ່າວໃນ​ລາຍ​ງານ​ຂອງ​ເຂົາ​ເຈົ້າ. ໜັງ​ສື​ພິມ​ທາ​ມ​ສ໌​ ຍັງ​ໄດ້​ສະ​ເໜີ​ວ່າ “ເປັນ​ໄປ
ໄດ້​ທີ່ ທ່ານ ​ທ​ຣຳ ​ມີ​ເຈ​ຕະ​ນາ​ທີ່​ຈະ​ເວົ້າ​ວ່າ ຄຳ​ເຫັນ​ທີ່​ທ່ານ​ໄດ້​ເວົ້າ​ກັບ​ທ່ານ ແມັກ​ອາ​ລີ
​ນັນ ນັ້ນເປັນ​ເລື້ອງ​ຕະ​ລົກ.

ໃນ​ວັນ​ເສົາ​ວານ​ນີ້ ໂຄ​ສົກ​ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ ສະຫະລັດ ​ໄດ້
​ອອກ​ຖະ​ແຫຼງ​ການວ່າ “ບໍ່​ມີ​ຈັກ​ຄັ້ງເລີຍ​ທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ບອກ, ຂໍ, ຊີ້​ນຳ ຫຼື​ກົດ
​ດັນ​ໃຫ້​ລັດ​ຖະ​ມົນ​ຕີ​ວ່າ​ການ ​ເຮັດ​ສິ່ງ​ທີ່​ຜິດ​ກົດ​ໝາຍ. ແລະ​ກໍ​ບໍ່​ມີ​ລັດ​ຖະ​ມົນ​ຕີວ່າ​ການ
ຄົນ​ໃດ ​ໄດ້ດຳ​ເນີນ​ການ​ທີ່ບໍ່​ສອດ​ຄ່ອງ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ ເພື່ອ​ບັງ​
ຄັບ​ໃຊ້​ກົດ​ໝາຍ.

ທ່ານ ​ເຄ​ວິນ ແມັກອາລີ​ນັນ ຫົວ​ໜ້າ​ ກົມ​ພາ​ສີ ແລະ​ ຄວບ​ຄຸມ​ເຂດຊາຍ​ແດນ ໃຫ້​ປິດ​ຊາຍ​ແດນ ​ສະ​ຫະ​ລັດ (ກາງ) ປະ​ກາດ​ວ່າ​ການ​ສັບ​ປ່ຽນເຈົາ​ໜ້າ​ທີ​ກວດ​ຄົນ​ເຂົ້າ​ເມືອງ ຊົ່ວ​ຄາວ​ ຫຼາຍ​ຮ້​ອຍ​ຄົນ ທີ່​ເມືອງ ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ ວັນ​ທື 27 ມີ​ນາ 2019.
ທ່ານ ​ເຄ​ວິນ ແມັກອາລີ​ນັນ ຫົວ​ໜ້າ​ ກົມ​ພາ​ສີ ແລະ​ ຄວບ​ຄຸມ​ເຂດຊາຍ​ແດນ ໃຫ້​ປິດ​ຊາຍ​ແດນ ​ສະ​ຫະ​ລັດ (ກາງ) ປະ​ກາດ​ວ່າ​ການ​ສັບ​ປ່ຽນເຈົາ​ໜ້າ​ທີ​ກວດ​ຄົນ​ເຂົ້າ​ເມືອງ ຊົ່ວ​ຄາວ​ ຫຼາຍ​ຮ້​ອຍ​ຄົນ ທີ່​ເມືອງ ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ ວັນ​ທື 27 ມີ​ນາ 2019.

ໃນ​ຕອນ​ແລງວັນ​ເສົ​າວານນີ້ ທ່ານ ​ທ​ຣຳ ​ໄດ້​ໃຊ້​ສື່​ສັງ​ຄົມ​ເພື່ອ​ປະ​ກາດ​ຄຳ​ປະ​ຕິ​ເສດ​ຂອງ​
ທ່ານ, ໂດຍ​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ທ່ານ “ບໍ່​ເ​ຄີຍ​ສະ​ເໜີ​ໃຫ້ອະ​ໄພ​ຍາ​ໂທດ​ສຳ​ລັບ
ບັນ​ດາ​ເຈົ້າ​ໜ້າ​ທີ່ ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​, ບໍ່​ເຄີຍ​ໄດ້​ສັ່ງ​ໃຫ້​ຜູ້​ໃດ​ປິດ​ເຂດຊາຍ​
ແດນ​ທາງ​ພາກ​ໃຕ້​ຂອງ​ພວກ​ເຮົາ (ເຖິງ​ແມ່ນ​ວ່າ​ຂ້າ​ພະເຈົ້າ​ຈະມີ​ສິດ​ຢ່າງ​ເຕັມ​ທີ່ ທີ່​ຈະ
​ເຮັດ ແລະ​ ອາດ​ຈະ​ເຮັດ ຖ້າ​ຫາກ​ ເມັກ​ຊິ​ໂກ ບໍ່​ຈັບ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຈາກ
​ການ​ເຂົ້າ​ມາ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ ແລະ ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ “ອຶດ​ອັດ​ໃຈ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG