ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ເວົ້າ​ວ່າ ທ່ານ​ບໍ່ໄດ້​ດີ​ໃຈ​ເມື່ອ​ໄດ້​ຍິນ​ສຽງ​​ໂຮແຊວ​ຂອງ​ຄົນ​ທີ່ ​ເວົ້າວ່າ 'ສົ່ງ​ລາວ​ກັບ'


ປະ​ທາ​ນາ​ທິ​ບໍ​ດີທ​ຣຳຮ້ອງ​ໃສ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ທ່ານລໍ​ຖ້າ ຕ້ອນ​ຮັບນາ​ຍົກ​ລັດ​ຖະ​ມົນ​ຕີມາກ ຣຸດ​ເຕ ຂອງ​ເນ​ເທີ​ແລນ ຢູ່​ທຳ​ນຽບ​ຂາວ ​ໃນ​ວັນ​ທີ 18 ກໍ​ລະ​ກົດ 2019.
ປະ​ທາ​ນາ​ທິ​ບໍ​ດີທ​ຣຳຮ້ອງ​ໃສ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ທ່ານລໍ​ຖ້າ ຕ້ອນ​ຮັບນາ​ຍົກ​ລັດ​ຖະ​ມົນ​ຕີມາກ ຣຸດ​ເຕ ຂອງ​ເນ​ເທີ​ແລນ ຢູ່​ທຳ​ນຽບ​ຂາວ ​ໃນ​ວັນ​ທີ 18 ກໍ​ລະ​ກົດ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ຕັ້ງ​ຂໍ້​ສົງ​ໄສດ້ານຄວາມ ຈົງ​ຮັກພັກ​ດີຕໍ່​ປະ​ເທດ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ 4 ຄົນທີ່ທ່ານ​ໄດ້​ກ່າວ​ຫາ ມາ​ເປັນ​ເວ​ລາ 5 ມື້​ຕິດ​ຕໍ່​ກັນ​ແລ້ວ​ວ່າ ພວກເຂົ​າ​ເຈົ້າກ່າວ​ຖ້ອຍ​ຄຳ​ທີ່ “ເປັນ​ການ ກຽດ​ຊັງ​ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ”.

ໃນ​ເວ​ລາ​ທີ່​ທ່ານ​ກ່າວຢູ່​ຫ້ອງ​ການ​ຮູບ​ຊົງ​ໄຂ່​ຂອງ​ທຳ​ນຽບ​ຂາວ​ຕໍ່​ພວກ​ນັກ​ຂ່າວ ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ ທ​ຣຳ​ເວົ້າ​ວ່າ ພ​ວກ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ​ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ສະ​ໄໝ​ທຳ​ອິດ ທີ່​ຖືກເອີ້ນຮວມ​ກັນວ່າ “ທີ​ມ” ຫລື "The Squad" ນັ້ນ ມີ​ພາ​ລະ​ໜ້າ​ທີ່​ອັນ​ໃຫຍ່​ຫລວງທີ່​ຕ້ອງ​ຮັກ​ຫອມ​ປະ​ເທດ​ຂອງ​ພວກ​ເຂົາເຈົ້າ.

ໂດຍ​ຢືນຢູ່​ຄຽງ​ຂ້າງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີມາກ ຣຸດ​ເຕ (Mark Rutte) ຂອງ​ເນ​ເທີ​ແລນນັ້ນ, ທ່ານປະ​ທາ​ນາ​ທິ​ບໍ​ດີ​ ຖືກ​ຖາມ​ກ່ຽວ​ກັບ​ສຽງໂຮແຊວ​ໂດຍໃຊ້​ຄຳ​ເວົ້າ​ທີ່​ເວົ້າ​ວ່າ “ສົ່ງ​ລາວ​ກັບ” ຢູ່​ບ່ອນ​ໂຮມ​ຊຸມ​ນຸມທາງ​ການ​ເມືອງ ​ໃນ​ຄືນ​ກ່ອນ ຕອນ​ທີ່​ທ່ານ​ໄດ້​ຕຳ​ໜິ​ສະ​ມາ​ຊິກ​ສະ​ພາ​ຕ່ຳຄົນ​ນຶ່ງ, ທ່ານ​ນາງ ອີ​ລ​ຮ່ານ ໂອມາ (Ilhan Omar) ທີ່​ເປັນ​ອົບ​ພະ​ຍົບ​ຫລົບ​ໜີ​ຈາກ​ສົງ​ຄາມ​ຢູ່​ໂຊ​ມາ​ເລຍນັ້ນ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ຜູ້​ຄົນ​ທີ່​ໂຮ​ແຊວ​ຢູ່ນັ້ນວ່າ "ຄົນເຫລົ່ານີ້ຄື​ພວກ​ທີ່​ຮັກ​ປະ​ເທດ​ຂອງ​ພວກ​ເຮົາ” ແລະ​ກ່າວ​ຕໍ່​ໄປ​ວ່າ “ແຕ່​ວ່າ ​ຂ້າ​ພະ​ເຈົ້າ​ບໍ່ໄດ້​ດີ​ໃຈ​ເມື່ອ​ໄດ້​ຍິນ​ສຽງໂຮ ແຊວ​ໂດຍໃຊ້ເວົ້າ​ຄຳ​ເວົ້າແນວນັ້ນ."

ເມື່ອ​ຖືກ​ຖາມ​ໂດຍ​ນັກ​ຂ່າວ​ຄົນ​ນຶ່ງກ່ອນ​ໜ້ານັ້ນ ໃນ​ວັນ​ພະ​ຫັດ​ວານນີ້ຄື​ກັນ ຢູ່​ໃນງານ​ທີ່​ຈັດ​ຢູ່​ຫ້ອງ​ການ​ຮູບ​ຊົງ​ໄຂ່ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງບໍ່​ພະ​ຍາ​ຍາມ​ທີ່​ຈະ ບອກ​ໃຫ້​ຄົນ​ເຊົາ​ໂຮແຊວ ໂດຍໃຊ້​ຄຳ​ເວົ້າ​ແນວນັ້ນ ຢູ່​ໃນ​ງານ​ໂຮມ​ຊຸມ​ນຸມ​ໃນ​ເມືອງກ​ຣີນ​ວີວ (Greenville), ລັດ​ຄາ​ໂຣ​ໄລ​ນາ​ເໜືອນັ້ນ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕອບ​ວ່າ "ຂ້າ​ພະ​ເຈົ້າ​ຄິດວ່າ​ ຂ້າ​ພະ​ເຈົ້າໄດ້​ບອກແລ້ວ. ຂ້າ​ພະ​ເຈົ້າ​ເລີ້ມຕົ້ນ​ກ່າວ​ຄຳ​ປາ​ໄສ​ຢ່າງວ່ອງ​ໄວ​."

ແຕ່​ວ່າ ພາບຖ່າຍ​ສະ​ແດງ​ຢູ່​ໃນ​ໂທ​ລະ​ພາບເຫັນ​ວ່າ ທ່ານທ​ຣຳ​ຢືນ​ນິ້ງ​ຢູ່​ເປັນ​ເວ​ລາ 13 ວິ​ນາ​ທີ ໃນ​ຂະ​ນະ​ທີ່​ມີ​ການໂຮແຊວ​ໂດຍ​ໃຊ້​ຄຳ​ເວົ້າ​ນັ້ນ ກ່ອນ​ທ່ານຈະ​ເລີ້ມ​ຕົ້ນເວົ້າ.

ເມື່ອ​ພວກ​ນັກ​ຂ່າວ​ທີ່​ຢູ່ນອກ​ຕຶກ​ລັດ​ຖະ​ສະ​ພາຖາມ​ທ່ານ​ນາງ ໂອ​ມາ​ ກ່ຽວ​ກັບ ທ່ານທ​ຣຳ​ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ​ຕອບ​ວ່າ "ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ເພິ່ນ​ເປັນ​ຜູ້​ຜະ​ເດັດ​ການ​ແບບຟາ​ຊິ​ສ."

ແລ້ວ​ທ່ານ​ນາງ​ກໍ​ຖາມ​ຄືນວ່າ, "ຍ້ອນ​ວ່າ ​ຂ້າ​ພະ​ເຈົ້າ​ຖືກ​ປະ​ທາ​ນາ​ທິ​ບໍ​ດີ​ຕຳ​ໜິ ຂ້າ​ພະ​ເຈົ້າ​ຄວນ​ຖືກ​ເນ​ລະ​ເທດບໍ່?"

ທ່ານ​ນາງໂອ​ມາ ເປັນ​ສະ​ມາ​ຊິກສະ​ພາຕ່ຳ​ໃໝ່​ຄົນ​ນຶ່ງ ໃນ 4 ຄົນ ທີ່​ເປັນ​ແມ່​ຍິງ​ທີ່​ບໍ່​ແມ່ນ​ຜິວ​ຂາວ ທີ່​ຖືກ​ໂຈມ​ຕີ​ຈາກ​ທ່ານທ​ຣຳ​ຢູ່​ເລື້ອຍໆນັບ​ແຕ່​ວັນ​ອາ​ທິດ​ແລ້ວນີ້​ເປັນ​ຕົ້ນ​ມາ​ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ ແລະ​ຢູ່​ໃນ​ການ​ກ່າວ​ຢ່າງ​ເປີດ​ເຜີຍ​ຕໍ່​ຊຸ​ມ​ຊົນ.

XS
SM
MD
LG