ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ສັບປ່ຽນ ຜູ້ນຳລະດັບສູງ ຂອງການໂຄສະນາຫາສຽງອີກ ຫຼັງຈາກ ການຢັ່ງຫາງສຽງ ຕົກຕ່ຳ


ທ່ານ Paul Manafort ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນ, ວັນທີ 17 ກໍລະກົດ 2016, ໃນນະຄອນ Cleveland.
ທ່ານ Paul Manafort ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນ, ວັນທີ 17 ກໍລະກົດ 2016, ໃນນະຄອນ Cleveland.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ສັບ​ຊ້ອນ ພວກ​ຜູ້ນຳ​ໃນລະດັບສູງຂອງການໂຄສະນາຫາສຽງທ່ານອີກຄັ້ງໜຶ່ງ ໃນ ວັນພຸດວານນີ້ ບໍ່ເຖິງ 3 ເດືອນ ກ່ອນທີ່ຊາວ ອາເມຣິກັນ ຈະເລືອກເອົາຜູ້ທີ່ຈະເຂົ້າ​ໄປ ​ກຳຕຳ​ແໜ່​ງ ຢູ່ທຳນຽບຂາວ ໃນເດືອນມັງກອນນີ້.

ທ່ານໄດ້ວ່າຈ້າງ ທ່ານ Stephen Bannon ຜູ້ບໍລິຫານອາວຸໂສຂອງ ເວັບໄຊຂ່າວ Breitbart ທີ່ອານຸລັກນິຍົມ ໃຫ້ເປັນຫົວໜ້າບໍລິຫານງານ ການໂຄສະນາຫາສຽງ ແລະ ໄດ້ເລື່ອນຊັ້ນນັກວິ​ເຄາະຫາງສຽງ ທ່ານນາງ Kellyanne Conway ໃຫ້ເປັນຜູ້ຈັດການ ການໂຄສະນາຫາສຽງ.

ຜູ້ໄດ້ຖືກສະເໜີຊື່ ລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຈັດການຊຸມນຸມໂຄສະນາຫາສຽງ ໃນເມືອງ West Bend, ລັດ Wisconsin, ວັນທີ 16 ສິງຫາ 2016.
ຜູ້ໄດ້ຖືກສະເໜີຊື່ ລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຈັດການຊຸມນຸມໂຄສະນາຫາສຽງ ໃນເມືອງ West Bend, ລັດ Wisconsin, ວັນທີ 16 ສິງຫາ 2016.

ການໂຄສະນາຫາສຽງຂອງທ່ານ Trump ໄດ້ກ່າວວ່າ ຕຳແໜ່ງຂອງທ່ານ Bannon ນັ້ນ ຈະກ່ຽວພັນກັບ ການກຳກັບນຳບຸກຄະລາກອນ ແລະ “ຂໍ້ລິເລີ້ມທີ່ສຳຄັນຂອງການ ໂຄສະນາຫາສຽງ” ໃນຂະນະດຽວກັນ ທ່ານນາງ Conway ຈະເພັ່ງເລັງໃສ່ເລື່ອງ “ເນື້ອໄນ” ແລະ ຈະເດີນທາງໄປກັບຜູ້ສະໝັກ ຢູ່ເລື້ອຍໆ.

ຢູ່ໃນນະຄອນ Cleveland ຂອງລັດ Ohio ຊຶ່ງເປັນເມືອງເຈົ້າພາບ ຈັດກອງປະຊຸມໃຫຍ່ ແຫ່ງຊາດຂອງພັກຣີພັບບລີກັນ ໃນເດືອນກໍລະກົດຜ່ານມາ ຄູ່ແຂ່ງຂອງທ່ານ Trump ທ່ານນາງ Hillary Clinton ຜູ້ທີ່ຖືກສະເໜີຊື່ຈາກພັກເດໂມແຄຣັດ ໄດ້ກ່າວວ່າ ການ ເຄື່ອນໄຫວໃໝ່ຂອງທ່ານ Trump ນັ້ນ ຈະບໍ່ປ່ຽນແປງຕົວຂອງທ່ານ Trump ເອງເລີຍ. “ລາວຍັງເປັນຄົນຜູ້ເກົ່າຢູ່” ທ່ານນາງ Clinton ໄດ້ເວົ້າໃນຄຳປາໄສຢູ່ທີ່ໂຮງຮຽນ ມັດທະຍົມ ແຫ່ງໜຶ່ງ ໃນເມືອງດັ່ງກ່າວນັ້ນ.

ການໂຄສະນາຫາສຽງ ປີ 2016 ຂອງທ່ານນາງ Clinton ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ກ່າວຖະແຫລງ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ Scranton, ລັດ Pennsylvania, ວັນຈັນ ທີ 15 ສິງຫາ 2016.
ການໂຄສະນາຫາສຽງ ປີ 2016 ຂອງທ່ານນາງ Clinton ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ກ່າວຖະແຫລງ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ Scranton, ລັດ Pennsylvania, ວັນຈັນ ທີ 15 ສິງຫາ 2016.

ທ່ານນາງ Clinton ໄດ້ກ່າວອີກວ່າ “ລາວເປັນຄົນຜູ້ເກົ່າ ຜູ້ທີ່ໄດ້ດູຖູກ ຄອບຄົວທະຫານ ທີ່ໄດ້ຮັບຫລຽນຄຳ ບໍ່ໃຫ້ກຽດແກ່ພວກແມ່ຍິງ ເຍາະເຍີ້ຍພວກຄົນພິການ ແລະ ຄິດວ່າ ລາວຮູ້ຈັກ ກ່ຽວກັບ ກຸ່ມລັດອິສລາມ ຫຼາຍກວ່າພວກນາຍພົນຂອງພວກເຮົາ. ບໍ່ມີ Donald Trump ຄົນໃໝ່ເລີຍ. ແມ່ນຄົນນີ້ແຫລະ.”

ການເພີ້ມທີ່ປຶກສາລະດັບສູງຄົນໃໝ່ໆຂອງທ່ານ Trump ປາກົດວ່າ ໄດ້ເຮັດໃຫ້ການມີ ອິດທິພົນ ຂອງທ່ານ Paul Manafort ຫລຸດນ້ອຍຖອຍລົງ ຊຶ່ງເປັນຜູ້ທີ່ໄດ້ເປັນປະທານ ການໂຄສະນາຫາສຽງ ນັບຕັ້ງແຕ່ ຜູ້ໄດ້ຖືກສະເໜີຊື່ ໄລ່ອະດີດຫົວໜ້າໂຄສະນາຫາສຽງ ທ່ານ Corey Lewandowski ອອກ ໃນເດືອນມິຖຸນາ ເປັນຕົ້ນມາ. ແຕ່ຫາກວ່າ ຖະແຫຼງ ການຂອງທ່ານ Trump ໄດ້ກ່າວວ່າ ການເຄື່ອນໄຫວນັ້ນ ບໍ່ໄດ້ກະທົບຕໍ່ບົດບາດ ຂອງທ່ານ Manafort ເລີຍ.

ທ່ານ Manafort ໄດ້ປະເຊີນໜ້າກັບ ການກວດສອບ ​ໃນສາຍສຳພັນຂອງທ່ານ ກັບ ອະດີດ ປະທານາທິບໍດີຂອງຢູເຄຣນ ທ່ານ Viktor Yanukovich ທີ່ນິຍົມຣັດເຊຍ ຜູ້ທີ່ ຖືກຂັບໄລ່ອອກຈາກຕຳແໜ່ງ ໃນປີ 2014. ການສັບ​ຊ້ອນຕຳແໜ່ງໃໝ່ ໃນວັນພຸດມື້ນີ້ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກທີ່ໜັງສືພິມ New York Times ໄດ້ລາຍງານວ່າ ມີບັນຊີລັບ ຈຳນວນໜຶ່ງ ຢູ່ໃນຢູເຄຣນ ທີ່ສະແດງໃຫ້ເຫັນເຖິງການ​ຈ່າຍເງິນສົດ ຈຳນວນ 12 ລ້ານ 7 ແສນ ໂດລາ ໃຫ້ແກ່ ທ່ານ Manafort. ອົງການຂ່າວ Associated Press ໄດ້ລາຍ ງານ ເມື່ອວັນພຸດວານນີ້ ວ່າ ແຫລ່ງຂ່າວຕ່າງໆ ໃນຢູເຄຣນ ກ່າວວ່າ ທ່ານ Manafort ໄດ້ນຳສົງເງິນ ຢ່າງນ້ອຍ 2 ລ້ານ 2 ແສນ ໂດລາ ເປັນຄ່າຊຳລະ ໄປໃຫ້ 2 ບໍລິສັດ ວິ້ງເຕັ້ນເພື່ອປ່ຽນແປງກົດໝາຍ ຢູ່ໃນວໍຊິງຕັນ ໃນປີ 2012 ຢ່າງລັບໆ ໃນທາງທີ່ປິດບັງ ແຫລ່ງທີ່ມາ ຂອງເງິນຢູ່ຕ່າງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:02:18 0:00

XS
SM
MD
LG