ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trump ສັບຊ້ອນ ພວກ​ຜູ້ນຳ​ ລະດັບສູງ ໃນການໂຄສະນາຫາສຽງ ຂອງທ່ານ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ສັບ​ຊ້ອນ ພວກ​ຜູ້ນຳ​ໃນລະດັບສູງຂອງການໂຄສະນາຫາສຽງທ່ານໃນວັນພຸດມື້ນີ້ ບໍ່ເຖິງ 3 ເດືອນ ກ່ອນທີ່ຊາວ ອາເມຣິກັນ ຈະເລືອກເອົາຜູ້ທີ່ຈະເຂົ້າ​ໄປ​ກຳ​ຕຳ​ແໜ່​ງ ຢູ່ທຳນຽບຂາວ ໃນເດືອນມັງກອນນີ້.

ທ່ານໄດ້ວ່າຈ້າງ ທ່ານ Stephen Bannon ຜູ້ບໍລິຫານອາວຸໂສຂອງ ເວັບໄຊຂ່າວ Breitbart ທີ່ອານຸລັກນິຍົມ ໃຫ້ເປັນຫົວໜ້າບໍລິຫານງານ ການໂຄສະນາຫາສຽງ ແລະ ໄດ້ເລື່ອນຊັ້ນນັກວິ​ເຄາະຫາງສຽງ Kelly Conway ໃຫ້ເປັນຜູ້ຈັດການ ການ ໂຄສະນາຫາສຽງ.

ທ່ານ Trump ໄດ້ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງວ່າ “ພວກເຂົາເຈົ້າເປັນຄົນທີ່ມີ ​ຄວາມສາມາດ ມີ​ຄຸນ​ນະ​ສົມບັດ​ສູງທີ່​ຮັກ​ໃນ​ໄຊຊະນະ​ ແລະ ຮູ້ຈັກວ່າ​ຈະ​ເອົາຊະນະ​ແບບ​ໃດ.”

ການໂຄສະນາຫາສຽງ 2016 ຂອງທ່ານນາງ Clinton: ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັດເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ, ເມື່ອວັນຈັນ ທີ 15 ສິງຫາ 2016, ໃນເມືອງ Scranton, ລັດ Pensylvania.
ການໂຄສະນາຫາສຽງ 2016 ຂອງທ່ານນາງ Clinton: ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັດເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ, ເມື່ອວັນຈັນ ທີ 15 ສິງຫາ 2016, ໃນເມືອງ Scranton, ລັດ Pensylvania.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ກ່າວ​ວ່າ ຕຳ​ແໜ່​ງຂອງ​ທ່ານ Bannon ຈະ​ບໍ່​ພົວພັນ​ນຳ​ການ​ກຳກັບ​ພວກ​ພະນັກງານ​ແລະ​ການ​ໂຄສະນາ​ຫາ​ສຽງ ຕ່າງໆ ​ໃນ​ຂະນະ​ທີ່ນາງ Conway ຈະ​ເພັ່ງ​ເ​ລັງ​ໃສ່​ເລື້ອງຂໍ້ຄວາ​ມ​ ແລະ ຈະ​ເດີນທາງ​ໄປ​ກັບ​ຜູ້​ສະໝັກ​ເປັນ​ປະຈຳ.

ທ່ານ Trump ກ່າວວ່າ ການເຄື່ອນໄຫວນີ້ຈະບໍ່ກະທົບຕໍ່ບົດບາດຂອງ ທ່ານ Paul Manafort ຜູ້ທີ່ໄດ້ບໍລິຫານງານ ການໂຄສະນາຫາສຽງ ນັບຕັ້ງແຕ່ ທ່ານ Trump ໄດ້ໄລ່ອະດີດຫົວໜ້າໂຄສະນາຫາສຽງທ່ານ Corey Lewandowski ອອກ ໃນ ເດືອນມິຖຸນາ ເປັນຕົ້ນມາ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັດເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ງານໂຄສະນາຫາສຽງ ຢູ່ທີ່ Central Baptist Church ໃນເມືອງ Columbia, ລັດ South Carolina.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັດເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ງານໂຄສະນາຫາສຽງ ຢູ່ທີ່ Central Baptist Church ໃນເມືອງ Columbia, ລັດ South Carolina.

ທ່ານ Manafort ໄດ້ປະເຊີນໜ້າກັບກວດສອບ ​ໃນສາຍສຳພັນຂອງທ່ານ ກັບອະດີດ ປະທານາທິບໍດີຂອງຢູເຄຣນ ທ່ານ Viktor Yanukovich ທີ່ນິຍົມຣັດເຊຍ ຜູ້ທີ່ຖືກ ຂັບໄລ່ອອກ ຈາກຕຳແໜ່ງໃນປີ 2014. ການສັບ​ຊ້ອນຕຳແໜ່ງໃໝ່ ໃນວັນພຸດມື້ນີ້ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກທີ່ໜັງສືພິມ New York Times ໄດ້ລາຍງານວ່າ ມີບັນຊີລັບ ຈຳນວນໜຶ່ງ ຢູ່ໃນຢູເຄຣນ ທີ່ສະແດງໃຫ້ເຫັນເຖິງການ​ຈ່າຍເງິນສົດ ຈຳນວນ 12 ລ້ານ 7 ແສນ ໂດລາ ໃຫ້ແກ່ ທ່ານ Manafort.

ທ່ານ Manafort ໄດ້ປະຕິເສດວ່າ ບໍ່ໄດ້ຮັບຄ່າຈ້າງໃດໆ ເປັນເງິນສົດ ທີ່ບໍ່ໄດ້ຈົດລົງ ໃນບັນຊີ ສຳລັບວຽກງານຂອງທ່ານ ຢູ່ໃນ ຢູເຄຣນ ໂດຍເອີ້ນການກ່າວຫານັ້ນ ວ່າ “ບໍ່ມີມູນຄວາມຈິງ ບໍ່ມີເຫດຜົນ ແລະ​ໄຮ້ສາລະ.”

ທ່ານ Trump ກຳລັງລົງແຂ່ງຂັນ ​ເອົາຕຳແໜ່ງຈາກການເລືອກຕັ້ງ ຄັ້ງທຳອິດຂອງທ່ານ ແລະ ກຳລັງມີ​ຄະ​ແນນ​ເປັນ​ຮອງ ຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ປະມານ 6 ເປີເຊັນ ​ໃນການຢັ່ງຫາງສຽງທົ່ວປະເທດ.

ສ່ວນການໂຄສະນາຫາສຽງຂອງທ່ານນາງ Clinton ໄດ້ຮຽກຮ້ອງໃຫ້ມີການເຜີຍແບ ຢ່າງຄົບຖ້ວນ ການພົວພັນໃດໆ ລະຫວ່າງ ສ່ວນບຸກຄົນ ທີ່ນິຍົມຣັດເຊຍ ແລະ ທ່ານ Manafort ຫຼື ບຸກຄົນໃດໆອື່ນອີກ ຈາກທີມງານຂອງທ່ານ Trump.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:02:18 0:00

XS
SM
MD
LG