ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕໍ່ວ່າບັນດາຜູ້ທ້າຊິງເອົາຕຳແໜ່ງຂອງທ່ານຈາກພັກເດໂມແຄຣັດໃນວັນພຸດວານນີ້ ຫຼັງຈາກການໂຕ້ວາທີຄັ້ງ ຫຼ້າສຸດຂອງເຂົາເຈົ້າ, ໂດຍເອີ້ນເຂົາເຈົ້າວ່າ “ໂຕຕະຫຼົກ” ຜູ້ທີ່ຈະເຮັດໃຫ້ເສດຖະກິດພັງ.
ທ່ານ ທຣຳ ໄດ້ກ່າວໃນທວິດເຕີ ຫຼັງຈາກຜູ້ແຂ່ງຂັນ 12 ທ່ານໄດ້ໃຊ້ເວລາສ່ວນໃຫຍ່ໃນການໂຕ້ວາທີດົນສາມຊົ່ວໂມງຂອງເຂົາເຈົ້າໂຈມຕີການປະຕິບັດວຽກງານໂດຍທຳນຽບຂາວຂອງທ່ານ ທຣຳ ໃນສາມປີທີ່ຜ່ານມາ ແລະ ການຮຽກຮ້ອງໃຫ້ຟ້ອງຮ້ອງຕໍ່ທ່ານ.
ຜູ້ນຳ ສະຫະລັດ ໄດ້ປະກາດວ່າ “ຕອນນີ້ພວກທ່ານໄດ້ເຫັນແລ້ວວ່າ ເປັນຫຍັງເຂົາເຈົ້າຈຶ່ງບໍ່ມີທາງເລືອກ ແຕ່ຜັກດັນການຟ້ອງທີ່ຜິດກົດໝາຍ ແລະ ບໍ່ມີເຫດຜົນຕໍ່ປະທານາທິບໍດີຄົນນຶ່ງ ທີ່ປະສົບຄວາມສຳເລັດຫຼາຍທີ່ສຸດ.”
ທ່ານ ທຣຳ ໄດ້ກ່າວວ່າ ຖ້າທ່ານເສຍໄຊໃນການເລືອກຕັ້ງໃນເດືອນພະຈິກປີ 2020 ຫຼັງຈາກການດຳລົງຕຳແໜ່ງສະໄໝດຽວສີ່ປີນັ້ນ, “ສະຖິຕິດ້ານເສດຖະກິດຂອງພວກເຮົາຈະພັງ, ຄືໃນປີ 1929, ຖ້ານຶ່ງໃນພວກຕະຫຼົກທີ່ວ່ານັ້ນກາຍເປັນປະທານາທິບໍດີ.”
ຜູ້ລົງແຂ່ງຂັນ 12 ທ່ານນັ້ນບໍ່ໄດ້ເສຍເວລາ ໃນຄ່ຳຄືນຂອງວັນອັງຄານແລ້ວນີ້ ກ່ອນບອກຜູ້ຊົມໂທລະພາບແຫ່ງຊາດວ່າເປັນຫຍັງທ່ານ ທຣຳ ຈຶ່ງຄວນຖືກຟ້ອງຮ້ອງໂດຍສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດ ເພື່ອປະເຊີນກັບການດຳເນີນຄະດີໃນສະພາສູງທີ່ມີສະມາຊິກພັກຣີພັບກັນສ່ວນຫຼາຍ, ເຖິງແມ່ນການປົດທ່ານ ທຣຳ ອອກຈາກຕຳແໜ່ງຜ່ານຂະບວນການຟ້ອງຮ້ອງຍັງຄົງເບິ່ງຄືຈະບໍ່ມີຜົນອອກມາກໍຕາມ.
ໃນການກ່າວເປີດຂອງທ່ານນັ້ນ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ເຊິ່ງແມ່ນນຶ່ງໃນຜູ້ທ້າຊິງລະດັບສູງຂອງທ່ານ ທຣຳ, ໄດ້ປະກາດວ່າ “ປະທານາທິບໍດີຄົນຜູ້ນີ້ ແມ່ນຊົ່ວທີ່ສຸດໃນປະຫວັດສາດຂອງພວກເຮົາ.” ເປັນການປະເມີນທີ່ດັ່ງສະໜັ່ນໄປທົ່ວເວທີການໂຕ້ວາທີ.
ຜູ້ລົງແຂ່ງຂັນທີ່ມີຄະແນນນຳໜ້າອີກທ່ານນຶ່ງ, ຈາກລັດ ແມສຊາຈູເຊັດສ໌, ສະມາຊິກສະພາສູງ ທ່ານນາງ ເອລິຊາເບັດ ວໍເຣັນ ໄດ້ກ່າວວ່າ “ບາງເທື່ອມັນກໍມີບັນຫາຕ່າງໆທີ່ໃຫຍ່ກວ່າການເມືອງ. ທ່ານ ດໍໂນລ ທຣຳ ໄດ້ລະເມີດກົດໝາຍ. ບໍ່ມີຜູ້ໃດຢູ່ເໜືອກົດໝາຍ. ການຟ້ອງຮ້ອງຕ້ອງດຳເນີນຕໍ່ໄປ.”
ບັນດາຄູ່ແຂ່ງຂອງທ່ານ ທຣຳ ໄດ້ທຳການໂຈມຕີທີ່ໜັກທີ່ສຸດຂອງເຂົາເຈົ້າ ຕໍ່ທ່ານ ທຣຳ ໃນການຖອນກອງກຳລັງ ສະຫະລັດ ອອກຈາກພາກເໜືອຂອງ ຊີເຣຍ ໃນບໍ່ເທົ່າໃດວັນທີ່ຜ່ານມາ, ປະຖິ້ມນັກຮົບຊາວ ເຄີດ, ເຊິ່ງແມ່ນພັນທະມິດຂອງ ສະຫະລັດ ໃນສະໜາມຮົບ ໃນການຕໍ່ສູ້ສົງຄາມກັບພວກກໍ່ການຮ້າຍລັດອິສລາມ, ສ້າງຄວາມສ່ຽງຕໍ່ການຖືກບຸກເຂົ້າໂຈມຕີຈາກກອງກຳລັງ ເທີກີ ຈາກພາກເໜືອ. ທ່ານ ທຣຳ ໄດ້ກ່າວໃນວັນພຸດວານນີ້ວ່າ ການບຸກໂຈມຕີຂອງ ເທີກີ “ບໍ່ແມ່ນບັນຫາຂອງພວກເຮົາ.” ແລະ ປະກາດວ່າພວກນັກຮົບຊາວເຄີດບໍ່ແມ່ນ “ເທວະດາ.”