ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ປະ​ຕິ​ເສດວ່າ ບໍ່​ມີ​ການກົດ​ດັນ ໃຫ້​​ປ່ຽນ​ຂໍ້​ສະ​ເໜີ​​ລົງ​ໂທດ ຕໍ່​ທ່ານ​ສະ​ໂຕນ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ໃນ​ພິ​ທີ​ລົງ​ນາມ​ສະ​ໜັບ​ສະ​ໜູນວຽກ​ງານ STEM ​ໃຫ້​ແກ່​ພວກນັກ​ລົບ​ເກົ່າ ທີ່​ທຳ​ນຽບ​ຂາວ ວັນ​ທີ 11, 2020.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ໃນ​ພິ​ທີ​ລົງ​ນາມ​ສະ​ໜັບ​ສະ​ໜູນວຽກ​ງານ STEM ​ໃຫ້​ແກ່​ພວກນັກ​ລົບ​ເກົ່າ ທີ່​ທຳ​ນຽບ​ຂາວ ວັນ​ທີ 11, 2020.

ປະ​ທາ​ນາ​ທິບໍດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ປະ​ຕິ​ເສດວ່າ​ລັດ​ຖະ​ບານ​ຂອງ​ທ່ານ​ ​ບໍ່​ໄດ້​ແຊກ​ແຊງ ໃນການສະ​ເໜີ​ ການລົງ​ໂທດຕໍ່ຜູ້​ທີ່​ທ່ານ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ທີ່​ຖືກ​ພົບ​ເຫັນວ່າ ​ມີ​ຄວາມ​ຜິ​ດ​ໃນ​ຖານຕົວະ​ຕໍ່ສະ​ພາ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ຕອບ​ຄຳ​ຖາມນັກ​ຂ່າວຄົນ​ນຶ່ງ​ຢູ່​ທຳ​ນຽບ​ຂາວ ໃນ​ຕອນ​ບ່າຍ​ວັນ​ອັງ​ຄານ​ວານ​ນີ້​ວ່າ “ຂ້າ​ພະ​ເຈົ້າ​ຢູ່​ຫ່າງ​ຈາກ​ສິ່ງ​ຕ່າງໆ​ພໍ​ສົມ​ຄວນທີ່​ຜູ້​ຄົນ​ອາດ​ຈະບໍ່​ເຊື່ອ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າກັບ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າຄິດ​ວ່າ​ຂໍ້​ສະ​ເໜີນັ້ນ​ເປັນ​ທີ່​ໜ້າ​ຢາກ​ຫົວ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ການ​ລົງໂທດ​ທັງ​ໝົດ​ເປັນ​ທີ່​ໜ້າ​ຢາກ​ຫົວ ​ເປັນ​ການ​ໝິ່ນປະ​ໝາດແກ່​ປະ​ເທດ​ຂອງ​ພວກ​ເຮົາ.”

ບັນ​ດາ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ໃນ​ມື້​ກ່ອນ​ນີ້​ ໄດ້​ສະ​ເໜີ​ໃຫ້​ຕັດ​ສິນ ​ຕິດຄຸກ​ແຕ່ ເຈັດ​ຫາເກົ້າ​ປີ ສຳ​ລັບທ່ານ​ໂຣ​ເຈີ ສະ​ໂຕນ ເພື່ອນ​ຂອງ​ທ່ານ​ທ​ຣຳ ​ຜູ້​ປະ​ເຊີນ​ໜ້າ​ກັບການ​ກ່າວຫາຕ່າງໆ ຢູ່​ໃນ​ການ​ສືບ​ສວນ​ຂອງໄອ​ຍະ​ການ​ພິ​ເສດ​ ທ່ານ​ໂຣ​ເບີດ ມັນ​ເລີໃນເວ​ລານັ້ນ ກ່ຽວ​ກັບ​ການ​ແຊກແຊງ​ຂອງ​ຣັດ​ເຊຍເຂົ້າໃນ​ການ​ເລືອກ​ຕັ້ງ​ປີ 2016.

ຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ໃນ​ວັນ​ອັງ​ຄານ​ວານ​ນີ້ ທ່ານ​ທ​ຣຳ​ໄດ້​ຮ້ອງ​ຂໍ້​ສະ​ເໜີ​ນັ້ນ​ວ່າ “ຄວາມ​ລົ້ມ​ແຫຼວຂອງຄວາມ​ເປັນ​ທຳ” ແລະ​ຕໍ່​ມາ​ໃນ​ມື້​ນັ້ນ ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ກ່າວ​ຕໍ່​ສານ ຢູ່​ໃນ​ການຍື່ນຂໍ້​ສະ​ເໜີ​ຂັ້ນ​ຕົ້ນ​ນັ້ນ​ວ່າ “​ອາດ​ຖືກ​ພິ​ຈາ​ລະ​ນາ​ວ່າ​ຮ້າຍ​ແຮງ​ເກີນ​ໄປ ແລະ​ບໍ່​ທ່ຽງ​ທຳ.”

ການຕ່າວ​ປີ້ນ​ດັ່ງ​ກ່າວໄດ້ເຮັດ​ໃຫ້ບັນ​ດາ​ຜູ້​ຕຳ​ນິ​ຮ້ອງ​ໂຮ​ບໍ່​ເຫັນ​ພ້ອມ ແລະ​ເຮັດ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ຕົກ​ຢູ່​ໃນ​ວິ​ກິດ​ການ​ ໂດຍ​ເຮັດ​ໃຫ້​ໄອ​ຍະ​ການສີ່​ຄົນ ​ພາ​ກັນ​ຖອນ​ອອກ​ຈາກ​ການ​ດຳ​ເນີນການ​ດ້ານ​ກົດ​ໝາຍ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ໃດໆ​ເວ​ລາ​ຖາມ​ໂດຍ​ບັນ​ດາ​ນັກ​ຂ່າວ​ວ່າ ທ່ານ​ໄດ້​ພິ​ຈາ​ລະ​ນາ​ທີ່​ຈະໃຫ້​ການ​ອະ​ໄພ​ຍະ​ໂທດ​ໃຫ້​ແກ່​ທ່ານ​ສະ​ໂຕນ​ຫຼືບໍ່.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຕອບ​ວ່າ “ຂ້າພະ​ເຈົ້າບໍ່​ຢາກ​ເວົ້າ​ກ່​ຽວ​ກັບ​ເລື້ອງນີ້​ເທື່ອ.” ພວກ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ເຂົ​າ​ເຈົ້າ​ໄດ້​ເອົາ​ບາດ​ກ້າວ​ຢູ່​ເບື້ອງ​ຫຼັງຕໍ່ຂໍ້​ສະ​ເໜີ​ໄລ​ຍະ​ຍາວ ​ສຳ​ລັບ​ນັກ​ຫຼອກລວງ​ທາງ​ການ​ເມືອງຜູ້​ທີ່​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດໃນ​ຂໍ້ຫາ​ເຈັດ​ຂໍ້​ໃນ​ເດືອນ​ພະ​ຈິກ ຮວມ​ທັງ​ຕົວະຕໍ່ສ​ະ​ພາ ແລະ​ຂົ່ມ​ຂູ່​ພິ​ຍານ​ຄົນ​ນຶ່ງ​ໃນ​ຄະ​ດີ​ຂອງ​ທ່ານ.

ທ່ານ​ສະ​ໂຕນ​ມີ​ກຳ​ນົດທີ່​ຈະ​ຖືກ​ຕັດ​ສິນ​ລົງ​ໂທດ​ຢູ່ ວໍ​ຊິງ​ຕັນ ໃນອາ​ທິດ​ໜ້າ​ນີ້.

ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ຕົນ​ໄດ້​ຕັດ​ສິນ​ໃຈ ​ທີ່​ຈະ​ຮ້ອງ​ຂໍ​ໃຫ້ມີ​ການ​ລົງ​ໂທດ​ໄລ​ຍະ​ສັ້ນ​ສຳ​ລັບ​ທ່ານ​ສະ​ໂຕນໃນ​ຕອນ​ແລງ​ວັນ​ຈັນ ກ່ອນ​ທ່ານ​ທ​ຣຳ​ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທ​ວິດ​ເຕີ ກ່ຽວ​ກັບ​ຄະ​ດີ​ຢູ່​ໃນ​ເວ​ລາເດິກ​ດື່ນ​ຂອງວັນ​ອັງ​ຄານ ເຖິງ​ແມ່ນ​ບໍ່​ໄດ້​ປະ​ກາດ​ໃຫ້​ຮູ້​ຫຼາຍຊົ່ວ​ໂມງຈົນ​ກວ່າ ທ່ານ​ທ​ຣຳ​ໄດ້​ກ່າວ​ໄວ້​ຢູ່​ໃນ​ທວິດ​ເຕີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG