ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ຍັງທ້າທາຍ ຂະນະທີ່ບັນດາຜູ້ແທນລັດ ສຫລ ກຽມພ້ອມທີ່ຈະລົງຄະແນນ ຢັ້ງຢືນຂັ້ນສຸດທ້າຍ ໃນໄຊຊະນະຂອງ ທ. ໄບເດັນ


ປະທານາທິບໍດີ ດໍໂນລ ທຣຳ ຍ່າງຢູ່ສວນຫຍ້າກ້ຳໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ອນຈະຂຶ້ນເຮືອບິນເຮລິຄອບເຕີ້ Marine One, ວັນທີ 12 ທັນວາ 2020.
ປະທານາທິບໍດີ ດໍໂນລ ທຣຳ ຍ່າງຢູ່ສວນຫຍ້າກ້ຳໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ອນຈະຂຶ້ນເຮືອບິນເຮລິຄອບເຕີ້ Marine One, ວັນທີ 12 ທັນວາ 2020.

ເຫຼືອອີກບໍ່ພໍເທົ່າໃດຊົ່ວໂມງຈົນກວ່າວ່າ ບັນດາຜູ້ແທນລັດ ຫຼື Electoral College ຈະລົງຄະແນນສຽງເພື່ອຮັບຮອງຢ່າງເປັນທາງການ ໃຫ້ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ເປັນປະທານາທິບໍດີ ຄົນທີ 46 ຂອງສະຫະລັດ ຊຶ່ງຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ ທ່ານດໍໂນລ ທຣຳ ກໍສືບຕໍ່ກ່າວອ້າງທີ່ບໍ່ຖືກ ຕ້ອງວ່າ ທ່ານໄດ້ຊະນະການເລືອກຕັ້ງເມື່ອເດືອນແລ້ວນີ້.

“ບໍ່ ມັນຍັງບໍ່ທັນສິ້ນສຸດ” ທ່ານທຣໍາ ໄດ້ກ່າວຕໍ່ອົງການຂ່າວ Fox News ໃນການໃຫ້ສຳພາດ ທີ່ໄດ້ຖ່າຍທອດອອກອາກາດເມື່ອຕອນເຊົ້າວັນອາທິດວານນີ້ ເຖິງແມ່ນວ່າ ການທ້າທາຍຢູ່ສານມາແລ້ວ ຫຼາຍກວ່າສິບຄັ້ງ ກໍໄດ້ຖືກສານຕັດ ສິນຄັດຄ້ານຕໍ່ການກ່າວອ້າງຂອງທ່ານປະທານາທິບໍດີ ທີ່ວ່າ ທ່ານໄດ້ຖືກສໍ້ໂກງໃນການເລືອກຕັ້ງເຂົ້າຮັບຕຳແໜ່ງອີກສະໄໝນຶ່ງໄລຍະສີ່ປີ.

ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາຈະສູ້ຕໍ່ໄປ ແລະພວກເຮົາຈະສືບຕໍ່ເດີນໜ້າ. ພວກເຮົາມີຄະດີຫຼາຍອັນຢູ່ຂັ້ນພື້ນຖານ. ພວກເຮົາໄດ້ ເຈົ້າກໍຮູ້. ພວກເຮົາໄດ້ຊະນະໃນລັດເພັນຊີລເວເນຍ. ພວກເຮົາໄດ້ຊະນະໃນລັດມິຊິແກນ. ພວກເຮົາໄດ້ຊະນະໃນລັດຈໍເຈຍ ດ້ວຍຄະແນນຫຼາຍ.”

ບັນດາເຈົ້າໜ້າທີ່ເລຶອກຕັ້ງລັດ ໄດ້ຕັດສິນໄປແລ້ວ ຖ້າບໍ່ດັ່ງນັ້ນ ເຖິງຢ່າງໃດກໍຕາມ ແລະກອງປະຊຸມຂອງບັນດາຜູ້ແທນລັດ ຢູ່ໃນເມືອງເອກຂອງລັດຕ່າງໆ ໃນທົ່ວປະເທດເມື່ອວັນຈັນມື້ນີ້ ແມ່ນຄາດໝາຍກັນວ່າ ຈະຢັ້ງຢືນວ່າ ທ່ານໄບເດັນ ອະດີດສະມາຊິກສະພາສູງສະຫະລັດ ເປັນເວລາ 36 ປີ ແລະເປັນຮອງ ປະທານາທິບໍດີ 8 ປີ ພາຍໃຕ້ອະດີດປະທານາທິບໍດີ ບາຣັກໂອບາມາ ແລະໄດ້ຊະນະຄະແນນຜູ້ແທນລັດ 306 ຄະແນນ ຫຼາຍກວ່າ 270 ຄະແນນ ທີ່ຕ້ອງ ການເພື່ອໃຫ້ໄດ້ຮັບໄຊຊະນະ.

ປະທານາທິບໍດີ ທີ່ຖືກເລືອກໃໝ່ ໃນແລງວັນຈັນມື້ນີ້ ຈະກ່າວຄຳປາໄສຊຶ່ງຄາດ ວ່າ ຈະຖືກຖ່າຍທອດສົດໂດຍຊ່ອງໂທລະພາບທີ່ສຳຄັນໆ ຈາກເມືອງວີລມິງຕັນ ລັດແດລາແວ ຈະກ່າວວ່າ “ກ່ຽວກັບການລົງຄະແນນສຽງຂອງບັນດາຜູ້ແທນລັດ ເພື່ອການຢັ້ງຢືນ ແລະຄວາມເຂັ້ມ ແຂງ ແລະຄວາມແຂງແກັ່ນຂອງປະຊາທິປະ ໄຕພວກເຮົາ” ນັ້ນແມ່ນຄຳເວົ້າ ອີງຕາມຖະແຫລງການຈາກທີມງານມອບໂອນອຳນາດຂອງທ່ານໄບເດັນ.

ທ່ານທຣຳ ໃນວັນອາທິດວານນີ້ ໄດ້ໄປຢ້ຽມຊົມສະໂມສອນຕີກັອຟສ່ວນຕົວຂອງທ່ານ ໃນເຂດຕອນເໜືອຂອງລັດເວີຈີເນຍ ແລະໄດ້ກ່າວອ້າງທີ່ບໍ່ມີມູນຄວາມຈິງຊ້ຳອີກ ຢູ່ໃນທວິດເຕີ້ ວ່າ ການເລືອກຕັ້ງປະທານາທິບໍດີ ໄດ້ຖືກສໍ້ໂກງ.

ທ່ານໄບເດັນ ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບຄຳເຫັນຂອງທ່ານທຣຳ ໃນວັນອາທິດວານນີ້.

ການນັບຄະແນນສຽງຂອງບັນດາຜູ້ແທນລັດຂັ້ນສຸດທ້າຍ ແມ່ນຄາດກັນວ່າ ຈະໃຫ້ທ່ານໄບເດັນ ເປັນຜູ້ຊະນະ ດ້ວຍ 306 ຕໍ່ 232 ຄະແນນສຽງ ຊຶ່ງເປັນຂະໜາດຄະແນນສຽງອັນດຽວກັນ ທີ່ ທ່ານທຣຳ ໄດ້ຮັບ ເພື່ອເອົາຊະນະທ່ານນາງຮີລລາຣີ ຄລິນຕັນ ສັງກັດພັກເດໂມແຄຣັດ ໃນປີ 2016 ເມື່ອພັກຣີພັບບລີກັນ ໄດ້ປະກາດມັນວ່າ ເປັນໄຊຊະນະທີ່ຖ້ວມລົ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG