ປະທານາທິບໍດີດໍໂນລ ທຣໍາ ກ່າວປ້ອງກັນການຕັດສິນໃຈຂອງທ່ານ ທີ່ໄດ້ເຮັດວຽກກັບ
ພັກເດໂມແຄຣັດ ເພື່ອໃຫ້ທຶນສະໜັບສະໜູນລັດຖະບານ ໄປຈົນຮອດເດືອນທັນວາ
ແລະເພີ້ມເພດານໃນການກູ້ຢືມເງິນຂອງປະເທດຂຶ້ນຕື່ມ. ປະທານານາທິບໍດີທຣໍາ ແລະ
ບັນດາຜູ້ນຳພັກເດໂມແຄຣັດຢູ່ລັດຖະສະພາໄດ້ບັນລຸຂໍ້ຕົກລົງ ໃນລະຫວ່າງການພົບປະ
ທີ່ທຳນຽບຂາວໃນວັນພຸດອາທິດແລ້ວນີ້ ແຕ່ສະມາຊິກພັກຣີພັບບລິກັນຫລາຍຄົນຍັງບໍ່
ດີໃຈກ່ຽວກັບການຍື່ນມືຂອງປະທານາທິບໍດີໄປຫາພັກຝ່າຍຄ້ານດັ່ງກ່າວ. ນັກຂ່າວແຫ່ງ
ຊາດວີໂອເອ Jim Malone ມີລາຍງານເພີ່ມຕື່ມວໍຊິງຕັນ ກ່ຽວກັບວິທີປົກຄອງຂອງທ່ານ
ທຣໍາທີ່ທຳນາຍບໍ່ໄດ້ຊຶ່ງ ກິ່ງສະຫວັນ ຈະນຳລາຍລະອຽດ ມາສະເໜີທ່ານ.
ຢູ່ທີ່ທຳນຽບຂາວ ໃນວັນພະຫັດອາທິດແລ້ວນີ້ ປະທານາທິບໍດີທຣໍາກ່າວວ່າ ຂໍ້ຕົກລົງທີ່
ທ່ານເຫັນພ້ອມກັບພັກເດໂມແຄຣັດນັ້ນ ແມ່ນດີສຳລັບປະເທດ ຊາດ. ປະທານາທິບໍດີ
ທຣໍາ ກ່າວວ່າ “ປະຊາຊົນຂອງສະຫະລັດ ຕ້ອງການຢາກເຫັນການຕົກລົງກັນ ຢ່າງໜ້ອຍ
ກໍໃນເລື່ອງໃດເລື່ອງນຶ່ງ ກັບບັນດາພັກທີ່ແຕກຕ່າງກັນ. ພວກເຮົາມີຄວາມຄິດແຕກຕ່າງ
ກັນ ມີຄວາມຮູ້ສຶກຕ່າງກັນ ມີແນວຄິດຕ່າງກັນ ແຕ່ຂ້າພະເຈົ້າຄິດວ່າ ທ່ານຈະເຫັນການ
ປຸ້ມລຸມກັນ ທີ່ເຂັ້ມແຂງກວ່າເກົ່າ”
ການຕົກລົງດັ່ງກ່າວ ມີເກີດຂຶ້ນໃນວັນພຸດອາທິດແລ້ວນີ້ໃນການພົບປະທີ່ທຳນຽບຂາວ
ກັບບັນດາຜູ້ນຳລັດຖະສະພາພັກຣີພັບບລິກັນ ແລະເດໂມແຄຣັດ ຮວມທັງຜູ້ນຳສະພາ
ສູງຂອງພັກເດໂມແຄຣັດ ທ່ານ Chuck Schumer.
ທ່ານ Schumer ກ່າວວ່າ "ປະເທດຊາດ ໄດ້ພາກັນຮຽກຮ້ອງໂຮ ໃຫ້ທັງສອງພັກ
ເພື່ອໃຫ້ສອງພັກເຮັດວຽກຮ່ວມກັນ ເຮັດວຽກນຳກັນເພື່ອທຸລະກິດຂອງປະເທດ
ແທນທີ່ຈະເຂົ້າພົວພັນ ໃນການສ່ຽງໄພທີ່ເປັນອັນຕະລາຍ ແບບບໍ່ຈຳເປັນ. ຂໍ້ຕົກ
ລົງມື້ວານນີ້ເປັນແສງແຫ່ງຄວາມຫວັງ."
ຂໍ້ຕົກລົງດັ່ງກ່າວ ໄດ້ຢຸດເຊົາການປະເຊີນໜ້າກັນເປັນການຊົ່ວຄາວກ່ຽວກັບການໃຊ້
ຈ່າຍລັດຖະບານ ແລະເພດານໜີ້ສິນ ໃນໄລຍະ 3 ເດືອນຕໍ່ໜ້າ.
ນອກນັ້ນ ຍັງຈະຈັດສົ່ງການຊ່ວຍເຫຼືອສຸກເສີນ ຫລາຍພັນລ້ານໂດລາ ໄປໃຫ້ຜູ້ເຄາະ
ຮ້າຍຈາກພາຍຸເຮີຣິເຄນຮາວີ.
ສະມາຊິກພັກຣີພັບບລິກັນຫລາຍຄົນ ບໍ່ດີໃຈກັບການທີ່ປະທານາທິບໍດີ ຍື່ນມືໄປຫາ
ພັກເດໂມແຄຣັດ.
ແຕ່ປະທານສະພາຕໍ່າ ທ່ານ Paul Ryan ກ່າວວ່າ ແມ່ນການຢືນຢັດຂອງປະ ທານາ
ທິບໍດີທຣໍາ.
ທ່ານ Ryan ກ່າວວ່າ “ອັນທີ່ທ່ານໄດ້ແນໃສ່ ຢູ່ໃນກອງປະຊຸມໃນມື້ນັ້ນ ແມ່ນ ການ
ຮ່ວມມືຂອງສອງພັກ ໃນຂະນະທີ່ປະເທດຊາດກຳລັງປະເຊີນໜ້າກັບພາຍຸເຮີຣິເຄນ
ສອງຫົວທີ່ຮ້າຍແຮງ.”
ປະທານາທິບໍດີທຣໍາ ຍັງໄດ້ສະເໜີຕໍ່ທັງສອງພັກ ກ່ຽວກັບການປະຕິຮູບພາສີ ຢູ່ທີ່
ການໂຮມຊຸມນຸມ ໃນລັດ North Dakota.
ແຕ່ຄຳຖາມສຳລັບຫລາຍໆຄົນກໍແມ່ນວ່າ ວິທີການໃໝ່ດັ່ງກ່າວນີ້ ຈະໃຊ້ໄດ້ດົນ
ປານໃດ?
ນັກປະຫວັດສາດ Allan Lichtman ກ່າວວ່າ ຈົນເຖິງເທົ້າປັດຈຸບັນນີ້ ປະທານາທິບໍ
ດີທຣໍາ ສ່ວນໃຫຍ່ແລ້ວແມ່ນໄດ້ເນັ້ນໜັກໃສ່ການສ້າງຄວາມພໍໃຈໃຫ້ແກ່
ສະມາຊິກພາຍໃນພັກຂອງທ່ານ.
ທ່ານ Lichtman ກ່າວວ່າ “ແລະທ່ານບໍ່ສົນໃຈເລີຍ ກ່ຽວກັບວ່າ ຜູ້ຄົນມີປະຕິກິລິ
ຍາຢ່າງໃດຕໍ່ສິ່ງທີ່ທ່ານກ່າວ ຍົກເວັ້ນແຕ່ສະມາຊິກພັກຂອງທ່ານ. ເພາະວ່າທ່ານ
ຮັກສະມາຊິກພັກຂອງທ່ານ ເພາະວ່າເຂົາເຈົ້າໄດ້ບູຊາທ່ານ ແລະໃຫ້ຄວາມສົນ
ໃຈແກ່ທ່ານ.”
ນັນດານັກວິເຄາະໃຫ້ຂໍ້ສັງເກດວ່າ ປະທານາທິບໍດີທຣໍາປາກົດວ່າ ໄດ້ສະແດງໃຫ້ເຫັນ
ວ່າ ມີລະບຽບວິໄນຫລາຍຂຶ້ນຫວ່າງມໍ່ໆມານີ້ ບາງທີ່ເພາະວ່າອິດທິພົນຈາກຫົວໜ້າທີ່
ປຶກສາຂອງທຳນຽບຂາວ ທ່ານ John Kelly.
ທ່ານ Chris Whipple ໄດ້ຂຽນກ່ຽວກັບບັນດາຫົວໜ້າທີ່ປຶກສາຂອງທໍານຽບ ຂາວຄົນ
ກ່ອນໆ.
ທ່ານ Whipple ກ່າວວ່າ “ທຸກໆປະທານາທິບໍດີຮຽນຮູ້ ໃນທາງຍາກຢູ່ເລື້ອຍໆ ທີ່
ທ່ານບໍ່ສາມາດປົກຄອງແບບໄດ້ຜົນໂດຍປາດສະຈາກການໃຫ້ສິດອຳນາດແກ່
ຫົວໜ້າທີ່ປຶກສາຂອງທໍານຽບຂາວ ໃຫ້ກ່ອນໝູ່ລະຫວ່າງຄວາມເທົ່າທຽມກັນຢູ່ໃນທຳນຽບຂາວ ກ່ຽວກັບເລື່ອງຕ່າງໆ ແຕ່ທີ່ສຳຄັນສຸດນັ້ນກໍຄືສັ່ງໃຫ້ປະຕິບັດຄຳສັ່ງ
ຂອງທ່ານ ແລະບອກໃຫ້ທ່ານຮູ້ໃນສິ່ງທີ່ທ່ານບໍ່ຢ່າກໄດ້ຍິນ.”
ຜູ້ຊ່ຽວຊານ Larry Sabato ກ່າວຜ່ານທາງ skype ວ່າ ປະທານາທິບໍດີທຣໍາ ຫວັງວ່າ
ຈະຜ່ານຜ່າຄວາມຜິດພາດທີ່ຜ່ານມາ ຄືຄວາມລົ້ມແຫລວໃນຄວາມພະ ຍາຍາມຍົກ
ເລີກ ແລະທົດແທນ Obamacare.
ທ່ານ Sabato ກ່າວວ່າ “ທ່ານເກັ່ງຫຼາຍໃນດ້ານຄຳຂວັນ. ທ່ານບໍ່ເກັ່ງທາງດ້ານ
ລາຍລະອຽດ. ແລະຈະເປັນປະທານາທິບໍດີທີ່ດີ ແລະຮັບຜ່ານຮ່າງກົດໝາຍ ທີ່ມີ
ຊື່ຂອງທ່ານໃສ່ໄວ້ນັ້ນ ທ່ານຕ້ອງຮູ້ເລາຍລະອຽດ.”
ປະທານາທິບໍດີ ກຳລັງຊອກຫາຊ່ອງທາງເພື່ອສ້າງປະຫວັດໃຫ້ແກ່ພັກຣີພັບບລິກັນ
ປົກປ້ອງ ໃນຂະນະທີ່ເຂົາເຈົ້າກະກຽມ ການເລືອກຕັ້ງລັດຖະສະພາກາງສະໄໝ ໃນ
ປີໜ້ານີ້.