ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີທຣໍາ ກ່າວປ້ອງກັນ ການໃຊ້ຢາປົວໄຂ້ມາເລເຣຍ ສຳລັບປົວໂຄວິດ-19


ປະທານາທິບໍດີດໍໂນລ ທຣໍາ ກ່າວລະຫວ່າງກອງປະຊຸມຄະນະລັດຖະບານ ທີ່ທຳນຽບຂາວ.
ປະທານາທິບໍດີດໍໂນລ ທຣໍາ ກ່າວລະຫວ່າງກອງປະຊຸມຄະນະລັດຖະບານ ທີ່ທຳນຽບຂາວ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວປ້ອງກັນການສົ່ງເສີມ ແລະການນຳ
ໃຊ້ສ່ວນໂຕ ຢາຕ້ານໄຂ້ມາເລເຣຍ ເພື່ອເປັນຢາປົວໂຄວິດ-19.

ປະທານາທິບໍດີທຣໍາກ່າວວ່າ “ນີ້ແມ່ນການຕັດສິນໃຈຂອງສ່ວນບຸກຄົນທີ່ຈະຕ້ອງໄດ້
ເຮັດ” ແລະທ່ານກ່າວຕື່ມວ່າ ຢາເກົ່າທີ່ຜະລິດມາໄດ້ຫຼາຍທົດສະວັດ hydroxychlor
oquine ແມ່ນມີ “ຊື່ສຽງທີ່ຍິ່ງໃຫຍ່.” ປະທານາທິບໍດີ ໄດ້ໄປກວດເບິ່ງວ່າ ຕິດໂຄວິດ-
19 ຫຼາຍເທື່ອ ແຕ່ມີຜົນເປັນລົບ.

ບໍ່ມີຫລັກຖານທາງດ້ານວິທະຍາສາດຢ່າງໜັກແໜ້ນວ່າ ຢາດັ່ງກ່າວສາມາດປ້ອງກັນ
ແລະປິ່ນປົວພະຍາດທີ່ມີສາເຫດມາຈາກໄວຣັສໂຄໂຣນາທີ່ໄດ້ຕິດແປດຢ່າງ ໜ້ອຍ 4
ລ້ານ 8 ແສນຄົນຢູ່ໃນທົ່ວໂລກ.

ໃນການວິເຄາະຄືນຫຼັງອີງຕາມຂໍ້ມູນຈາກອົງການຄຸ້ມຄອງສຸຂະພາບພວກນັກລົບ ເກົ່
ສະຫະລັດ ໄດ້ລົງຄວາມເຫັນວ່າຢາທີ່ນຳມາປິ່ນປົວໂຄວິດ-19 ຮ່ວມກັບຢາ ຕ້ານເຊື້ອ
azithromycin ຫຼືບໍ່ ນອກຈາກອາດຈະບໍ່ຊ່ວຍໃຫ້ຫລຸດຜ່ອນຜົນກະ ທົບຂອງເຊື້ອໄວ
ຣັສແລ້ວ ຍັງອາດພາໃຫ້ອັດຕາການເສຍຊີວິດເພີ້ມຂຶ້ນນຳດ້ວຍ.

ໃນການອ້າງອີງຕໍ່ການຄົ້ນຄວ້າດັ່ງກ່າວໃນວັນອັງຄານວານນີ້ ປະທານາທິບໍດີໄດ້ປະ
ກາດວ່າ “ນັ້ນແມ່ນຄຳຖະແຫຼງຈາກສັດຕູຂອງທ່ານທຣໍາ.”

ລະຫວ່າງກອງປະຊຸມຄະນະລັດຖະບານຕໍ່ມາໃນມື້ນັ້ນ ລັດຖະມົນຕີກະຊວງນັກລົບ
ເກົ່າ ທ່ານໂຣເບີດ ວິລກີ ໄດ້ຕ້ອງຕິເອກກະສານນັ້ນວ່າບໍ່ໄດ້ມີການທົບທວນເບິ່ງ.

ປະທານາທິບໍດີທຣໍາກ່າວວ່າ “ຫຼາຍໆພັນ ແລະຫຼາຍໆພັນ” ຂອງພະນັກງານການແພດ
ແຖວໜ້າພາກັນໃຊ້ຢາ hydroxychloroquine ແລະໄດ້ຮັບຮູ້ຈາກ ພວກນາຍແພດ
ຫຼາຍໆຄົນ.”

ປະທານາທິບໍດີທຣໍາກ່າວວ່າ “ມັນບໍໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜູ້ຄົນ” ທີ່ນຳໃຊ້
ຢານີ້ ເພື່ອປົວໄຂ້ມາເລເຣຍແລະລູປັສ “ຂ້າພະເຈົ້າຄິດວ່າ ມັນເພີ້ມລະດັບຄວາມປອດ
ໄພໃຫ້ແກ່ພວກທ່ານ.”

ປະທານາທິບໍດີ ກ່າວໃນລະຫວ່າງກອງປະຊຸມຄະນະລັດຖະບານວ່າ “ປາກົດວ່າ ບໍ່ມີ
ຜົນກະທົບໃດໆຕໍ່ຂ້າພະເຈົ້າ.”

ບັນດານາຍແພດທັງຫຼາຍ ເຖິງຢ່າງໃດກໍດີກ່າວວ່າ ມີການສ່ຽງຮ້າຍແຮງທີ່ພົວພັນ
ກັບການໃຊ້ຢານີ້ ຮວມທັງການຂົ່ມຂູ່ທີ່ຈະລົບກວນຕໍ່ການເຕັ້ນຂອງຫົວໃຈ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG