ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ເລົ່າເຫດການ ກ່ຽວກັບເລື້ອງການສັບສ້ອນຜູ້ນຳໃນທຳນຽບຫ້າແຈ ອີກແບບນຶ່ງ ທີ່ຂັດແຍ້ງກັນ ໃນຂະນະດຽວກັນນັ້ນ ກໍໄດ້ກ່າວປົກປ້ອງການຕັດສິນໃຈຂອງທ່ານ ທີ່ເຂົ້າໄປແຊກແຊງ ໃນນາມຂອງທະຫານເຮືອ ໜ່ວຍ ຊີລ (SEAL) ຜູ້ທີ່ໄດ້ຖືກພົບເຫັນວ່າມີຄວາມຜິດ ຕໍ່ການທຳຜິດໃນສະໜາມລົບ ລະຫວ່າງການສູ້ລົບຕໍ່ຕ້ານກຸ່ມກໍ່ການຮ້າຍລັດອິສລາມຢູ່ໃນອີຣັກ.
ເມື່ອຖືກຖາມກ່ຽວກັບ ການປົດເຈົ້າໜ້າທີ່ພົນລະເຮືອນຂອງກອງທັບເຮືອສະຫະລັດ ເລຂາທິການຂອງກອງທັບເຮືອ ທ່ານ ຣິດຊາດ ສະເປັນເຊີ້ ໃນວັນອາທິດຜ່ານມາ ນັ້ນ ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຂາວ ວ່າ “ພວກເຮົາໄດ້ຄຶດກ່ຽວກັບເລື້ອງນັ້ນມາດົນນານແລ້ວ.”
ທ່ານກ່າວຕື່ມໃນລະຫວ່າງທີ່ປາກົດຕົວ ຢູ່ໃນຫ້ອງການຂອງທຳນຽບຂາວ ໂດຍມີນາຍົກລັດຖະມົນຕີ ຂອງບຸລກາເຣຍ ຢູ່ນຳ ວ່າ “ອັນນັ້ນ ບໍ່ໄດ້ຫາກໍເກີດຂຶ້ນ. ຂ້າພະເຈົ້າ ຕ້ອງປົກປ້ອງພວກນັກລົບສົງຄາມຂອງຂ້າພະເຈົ້າ.”
ທ່ານທຣຳ ຍັງໄດ້ປົກປ້ອງການອອກຄຳສັ່ງແກ່ ລັດຖະມົນຕີປ້ອງກັນປະເທດ ທ່ານມາກ ແອັສເປີ ໃນວັນອາທິດຜ່ານມາ ໃຫ້ຍົກເລີກ ການພິຈາລະນາຮັບຟັງຄືນໃໝ່ຂອງຄະນະກຳມະການ ສຳລັບເລື້ອງຂອງ ຈ່າເອກ ທະຫານເຮືອໜ່ວຍຊີລ ແອດວອດ ກາລາເກີ.
ທ້າວ ກາລາເກີ ໄດ້ຖືກຄະນະຕຸລາການຂອງທະຫານ ຍົກຟ້ອງຕໍ່ຂໍ້ຫາ ການຄາດຕະກຳ ນັກລົບຂອງກຸ່ມກໍ່ການຮ້າຍລັດອິສລາມ ຜູ້ທີ່ບາດເຈັບຢູ່ນັ້ນ ໃນລະຫວ່າງປະຈຳການຢູ່ໃນອີຣັກ ເມື່ອປີ 2017. ແຕ່ຜູ້ກ່ຽວ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການຖ່າຍຮູບກັບສົບຂອງໄວລຸ້ນ ແລະໄດ້ຖືກຫລຸດຊັ້ນລົງ.
ໃນຕົ້ນເດືອນນີ້ ທ່ານທຣຳ ໄດ້ເຂົ້າໄປແຊກແຊງ ເພື່ອຟື້ນຄືນຊັ້ນແລະເງິນເດືອນແກ່ທ້າວກາລາເກີ. ແຕ່ບັນດາເຈົ້າໜ້າທີ່ຂອງກອງທັບເຮືອ ບາງຄົນ ລວມທັງທ່ານສະເປັນເຊີ້ ໄດ້ກ່າວວ່າ ທ້າວກາລາເກີ ຈະຍັງຄົງຕ້ອງໄປປາກົດຕົວຕໍ່ໜ້າຄະນະພິຈາລະນາຄືນໃໝ່ ຊຶ່ງຈະຕັດສິນວ່າ ລາວອາດຈະຍັງອອກກິນເບ້ຍບຳນານ ໄດ້ໃນຖານະເປັນທະຫານໜ່ວຍຊີລ ໄດ້ຫຼືບໍ່ ແລະຮັກສາໄວ້ ຫຼຽນ Trident ທີ່ຜູ້ກ່ຽວໄດ້ຮັບ ຈາກການເປັນສະມາຊິກຂອງໜ່ວຍກ້າຕາຍ.
“ພວກເຂົາເຈົ້າ ຢາກຈະເອົາຫຼຽນ ຈາກລາວຄືນ ແລະຂ້າພະເຈົ້າ ກ່າວວ່າ ບໍ່ໄດ້” ທ່ານປະທານາທິບໍດີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ ໂດຍເອີ້ນທ້າວກາລາເກີ ວ່າ “ເປັນຜູ້ເກັ່ງກ້າ” ແລະ “ເປັນນັກລົບຜູ້ນຶ່ງທີ່ສຸດຍອດ.”