ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ສືບຕໍ່ປ້ອງກັນ ກອງປະຊຸມສຸດຍອດ
ຫວ່າງມໍ່ໆມານີ້ ກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ. ທ່ານທຣຳ
ໄດ້ຂຽນລົງໃນທວິດເຕີ ໃນວັນຈັນວານນີ້ ທີ່ວ່າ ທ່ານບໍ່ໄດ້ໃຫ້ຫຍັງເລີຍ ຕໍ່ທ່ານ
ປູຕິນໃນການພົບປະຂອງພວກທ່ານ ໃນສັບປະດາແລ້ວນີ້.
ການປະຕິບັດງານຂອງປະທານາທິບໍດີ ແມ່ນໄດ້ຮັບຜົນລົບໃນການທົບທວນ ໂດຍໜັງສືພິມວໍຊີງຕັນໂພສຕ໌ກັບຕາໜ່າງຂ່າວ ABC ຫລ້າສຸດ ທີ່ໄດ້ພົບເຫັນວ່າ 50 ເປີເຊັນ ຂອງຊາວອາເມຣິກັນ ແມ່ນບໍ່ເຫັນດີ ກັບການຮັບມືຂອງທ່ານ ໃນກອງປະຊຸມສຸດຍອດນັ້ນ, ຖ້າປຽບທຽບໃສ່ 33 ເປີເຊັນ ຂອງການເຫັນພ້ອມນຳນັ້ນ.
ທ່ານທຣຳ ແມ່ນໄດ້ຢູ່ໃນທ່າປ້ອງກັນ ຕໍ່ກອງປະຊຸມສຸດຍອດ ນັບຕັ້ງແຕ່ ກັບຄືນມາຈາກນະຄອນແຮລຊິງກີ, ໂດຍສະເພາະໃນນາທີສຳຄັນ ຕອນທີ່ທ່ານໄດ້ຖືກຖາມກ່ຽວກັບການທີ່ຣັດເຊຍເຂົ້າແຊກແຊງໃນການເລືອກຕັ້ງປະທານາທິບໍດີສະຫະລັດປີ 2016 ໃນຂະນະທີ່ທ່ານປູຕິນ ໄດ້ຢືນຢູ່ຄຽງຂ້າງທ່ານ.
“ປະຊາຊົນຂອງຂ້າພະເຈົ້າ ເຂົ້າມາຫາຂ້າພະເຈົ້າ ທ່ານແດນ ໂຄຕສ໌ ເຂົ້າມາຫາຂ້າພະເຈົ້າ ແລະພວກອື່ນໆ, ພວກເຂົາເຈົ້າ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ຄິດວ່າ ມັນແມ່ນຣັດເຊຍ,” ທ່ານທຣຳ ໄດ້ກ່າວໃນໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບທ່ານປູຕິນ. ແລະທ່ານໄດ້ກ່າວຕໍ່ໄປວ່າ “ຂ້າພະເຈົ້າໄດ້ຖາມທ່ານປູຕິນ; ທ່ານໄດ້ກ່າວວ່າ ມັນບໍ່ແມ່ນຣັດເຊຍ.”
ໃນການກ່າວປ້ອງກັນການຂຽນລົງໃນທວິດເຕີຂອງທ່ານ, ທ່ານທຣຳ ໄດ້ຂຽນວ່າ “ທ່ານບໍ່ໄດ້ໃຫ້ຫຍັງ” ໃນການພົບປະກັບທ່ານປູຕິນ ແລະ ໄດ້ກ່າວກ່ຽວກັບ “ຜົນປະໂຫຍດໃນອານາຄົດຂອງສອງປະເທດ.”
ທ່ານທຣຳ ຍັງໄດ້ສືບຕໍ່ກ່າວເຖິງ ຫຼັກຖານການໂຈມຕີຕໍ່ຣັດເຊຍ ໃນການຂຽນລົງທວິດເຕີ ເມື່ອວັນອາທິດ ແລະອະທິບາຍເຖິງມັນວ່າ “ເປັນການເລື້ອງບ້າບິ່ນ ທີ່ໃຫຍ່ຫຼວງ.”
ໃນຮອບຫຼາຍມື້ ທີ່ຜ່ານມານີ້ ທັງສອງພັກເດໂມແຄຣັດ ແລະພັກຣີພັບບລີກັນ ໄດ້ຕຳໜິຕິຕຽນ ການປະຕິບັດໜ້າທີ່ຂອງທ່ານທຣຳ ທີ່ນະຄອນແຮລຊິງກີ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເຊີນຊົມ: ການຢັ່ງຫາສຽງລະຫວ່າງທ່ານທຣຳ ກັບທ່ານປູຕິນ