ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ກ່າວ​ໂຈມ​ຕີ​ ຫົວ​ໜ້າ​ ​ອົງ​ການ​ສືບ​ລັບ​ຕ່າງໆ ໂດຍການ​ຂຽນ​ລົງ​ ໃນ​ທວີດ​ເຕີ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ສວນ​ກຸ​ຫລາບ​ ຂອງທຳ​ນຽບ​ຂາວ ໃນ​ວັນ​ທີ 25 ມັງ​ກອນ, 2019
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ສວນ​ກຸ​ຫລາບ​ ຂອງທຳ​ນຽບ​ຂາວ ໃນ​ວັນ​ທີ 25 ມັງ​ກອນ, 2019

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດຂຽນ​ລົງ​ໃນ​ທວີດ​ເຕີ ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ປາ​ກົດ​ວ່າເພື່ອ​ເຮັດໃຫ້​ມີ​ຄວາມບາດໝາງ​ໃຈ​ທີ່​ມີ​ແຕ່​ດົນ​ນານ ກັບ​ບັນ​ດາ​ອົງ​ການ​ສືບ​ລັບ​ຂອງ​ປະ​ເທດ​ກັບມາ​ຄືນ​ອີກ ໂດຍ​ການຖື​ວ່າ ​ການ​ປະ​ເມີນ​ສະ​ພາບ​ການ ​ຂອງ​ອົງ​ການ​ເຫລົ່າ​ນັ້ນ ກ່ຽວ​ກັບ​ລັດ​ອິ​ສ​ລາມ, ເກົາ​ຫລີ​ເໜືອ ແລະ​ອີ​ຣ່ານ ໃຊ້​ການ​ຫຍັງບໍ່​ໄດ້​ເລີຍ.

ຢູ່​ໃນ​ການ​ຂຽນ​ລົງ​ຢູ່​ໃນ​ທວີດ​ເຕີນັ້ນ ທ່ານທ​ຣຳ ໄດ້​ອ້າງວ່າ ​ຕົນເປັນ​ຄົນ​ເຮັດ​ໃຫ້ ສະ​ພາບ​ການ​ສຳ​ຄັນ​ຫລາຍ​ຢ່າງດີ​ຂຶ້ນ ໃນ​ຂະ​ນະ​ທີ່​ເອີ້ນບັນ​ດາ​ຫົວ​ໜ້າ​ດ້ານ​ສືບ​ລັບ​ຂອງ​ທ່ານ​ວ່າ ພາ​ກັນ "ເຊື່ອງ​ຊ້າ​ ແລະໄຮ້​ດຽງ​ສາ​ແບບ​ສຸດໆ​ເລີຍ."

"ຕອນຂ້າ​ພະ​ເຈົ້າຂຶ້ນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ພວກໄອ​ຊິ​ສ (ISIS) ແມ່ນຮ້າຍ​ແຮງ​ເກີນ​ທີ່​ຈະ​ຄວບ​ຄຸມ​ໄດ້ ​ຢູ່​ໃນ​ຊີ​ເຣຍ ແລະປ່າ​ເຖື່ອນ. ນັບ​ແຕ່ນັ້ນ​ມາ ແລ້ວ ​ກໍ​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫລວງ​ຫລາຍ, ໂດຍ​ສະ​ເພາະ​ ແ​ມ່ນໃນໄລ​ຍະ 5 ອາ​ທິດ​ຜ່ານ​ມານີ້," ນັ້ນ​ຄື​ສິ່ງ​ທ່ານ​ທີ່ທ່ານ​ຂຽນ ໂດຍ​ໃຊ້ຊື່​ຫຍໍ້​ສຳ​ລັບ​ກຸ່ມກໍ່​ການ​ຮ້າຍ. ທ່ານ​ຂຽນ​ເພີ້ມ​ອີກວ່າ "ລັດ​ອິ​ສ​ລາມ ຈະ​ຖືກ​ດັບ​ສູນ​ໃນ​ໄວໆ​ນີ້, ຊຶ່ງ​ສອງ​ປີ​ກ່ອນ​ໜ້ານັ້ນ​ ອັນນີ້​ຖື​ວ່າ ​ຄິດບໍ່​ເຖິງ​ເລີຍ."

"ສາຍ​ສຳ​ພັນ​ກັບ​ເກົາ​ຫລີ​ເໜືອ ທີ່​ຜ່ານ​ມາບໍ່​ເຄີຍ​ດີ​ປານນີ້​ຈັກ​ເທື່ອ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ທ່ານ​ຂຽນ​ລົງໃນ​ທວີດ​ເຕີ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ ​ໃນ​ການ​ພົວ​ພັນ​ກັບ​ພຽງ​ຢາງ. ທ່ານ​ຂຽນ​ເພີ້ມ​ອີກວ່າ "ເປັນໂອ​ກາດດີ ທີ່​ຈະ​ລົບ​ລ້າງ​ ອາ​ວຸດ​ນີວ-​ເຄ​ລຍ..."
ແລະ​ສຳ​ລັບ​ເລື້ອງ​ອີ​ຣ່ານນັ້ນ ທ່ານ​ຂຽນ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ "ເວົ້າ​ບໍ່​ຖືກ!"
ທ່ານປະ​ທາ​ນາ​ທິ​ບໍ​ດີ​ຂຽນ​ຕໍ່​ໄປ​ວ່າ "ບາງ​ເທື່ອ​ພວກ​ສືບ​ລັບ​ຄວນກັບ​ຄືນ​ໄປ​ເຂົ້າ​ໂຮງ​ຮຽນ​ອີກ​ສາ!"

ການ​ໃຫ້​ຄວາມ​ເຫັນ​ໃນ​ທວີດ​ເຕີ​ຂອງ​ທ່ານທ​ຣຳ ​ມີຂຶ້ນໃນພຽງນຶ່ງມື້ຫຼັງຈາກ​ຫົວ​ໜ້າ​ອົງ​ການສືບ​ລັບ​ແຫ່ງ​ຊາດ​ຂອງ​ທ່ານ ພ້ອມ​ກັບ​ຫົວ​ໜ້າ​ຂອງ​ອົງ​ການ​ສືບ​ລັບ​ສຳ​ຄັນ ອື່ນ​ໆອີກ 5 ອົງການ ຊຶ່ງລວມ​ທັງອົງ​ການສືບ​ລັບ CIA, FBI ແລະ ອົງ​ການ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຫລື NSA ໄດ້​ພາ​ກັນ​ລາຍ​ງານ​ບົດ​ປະ​ເມີນ​ໄພ​ຂົ່ມ​ຂູ່ຢູ່​ທົ່ວ​ໂລກ​ປະ​ຈຳ​ປີ ຕໍ່​ບັນ​ດາ​ສະ​ມາ​ຊິກ ​ລັດ​ຖະ​ສະ​ພາສະ​ຫະ​ລັດ.

ທ່ານ​ແດນ ໂຄດ​ສ໌, ຫົວ​ໜ້າ​ສືບ​ລັບ​ແຫ່ງ​ຊາດ​ສະ​ຫະ​ລັດ ກ່າວລາຍ​ງານຂອງ​ຕົນ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການສືບ​ລັບ​ຂອງ​ສະ​ພາ​ສູງ​ໃນ​ລັດ​ຖະ​ສະ​ພາສະ​ຫະ​ລັດ​ໃນ​ວັນ​ທີ 29 ມັງ​ກອນ, 2019
ທ່ານ​ແດນ ໂຄດ​ສ໌, ຫົວ​ໜ້າ​ສືບ​ລັບ​ແຫ່ງ​ຊາດ​ສະ​ຫະ​ລັດ ກ່າວລາຍ​ງານຂອງ​ຕົນ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການສືບ​ລັບ​ຂອງ​ສະ​ພາ​ສູງ​ໃນ​ລັດ​ຖະ​ສະ​ພາສະ​ຫະ​ລັດ​ໃນ​ວັນ​ທີ 29 ມັງ​ກອນ, 2019

​ການ​ໃຫ້​ຄວາມ​ເຫັນ​ໃນ​ທວີດ​ເຕີ​ຂອງ​ທ່ານທ​ຣຳ ​ມີຂຶ້ນໃນພຽງນຶ່ງມື້ຫຼັງຈາກ​ຫົວ​ໜ້າ​ອົງ​ການສືບ​ລັບ​ແຫ່ງ​ຊາດ​ຂອງ​ທ່ານ ພ້ອມ​ກັບ​ຫົວ​ໜ້າ​ຂອງ​ອົງ​ການ​ສືບ​ລັບ​ສຳ​ຄັນ ອື່ນ​ໆອີກ 5 ອົງການ ຊຶ່ງລວມ​ທັງອົງ​ການສືບ​ລັບ CIA, FBI ແລະ ອົງ​ການ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຫລື NSA ໄດ້​ພາ​ກັນ​ລາຍ​ງານ​ບົດ​ປະ​ເມີນ​ໄພ​ຂົ່ມ​ຂູ່ຢູ່​ທົ່ວ​ໂລກ​ປະ​ຈຳ​ປີ ຕໍ່​ບັນ​ດາ​ສະ​ມາ​ຊິກ ​ລັດ​ຖະ​ສະ​ພາສະ​ຫະ​ລັດ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG