ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ສະພາສູງ ວາງແຜນ ພິຈາລະນາ ຮັບຟັງ ຄຳໃຫ້ການ ຂອງ ທ່ານ ຄາແວນໍ ແລະ ຜູ້ກ່າວຫາທ່ານ


ທ່ານ ແບຣັດ ຄາແວນໍ ຜູ້ທີ່ປະທານາທິບໍດີ ດໍໂນລ ທຣຳ ສະເໜີຊື່ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ ກຳລັງໃຫ້ການ ຕໍ່ໜ້າ ຄະນະກຳມະການ ຕຸລາການ ສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ມື້ທີສາມ ສຳລັບ ການພິຈາລະນາຮັບຮອງເອົາທ່ານ ເພື່ອມາປ່ຽນແທນ ຜູ້ພິພາກສາ ທ່ານ ແອນໂທນີ ເຄັນເນດີ ຜູ້ທີ່ໄດ້ອອກກິນເບ້ຍບຳນານ, ວັນທີ 6 ກັນຍາ 2018.
ທ່ານ ແບຣັດ ຄາແວນໍ ຜູ້ທີ່ປະທານາທິບໍດີ ດໍໂນລ ທຣຳ ສະເໜີຊື່ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ ກຳລັງໃຫ້ການ ຕໍ່ໜ້າ ຄະນະກຳມະການ ຕຸລາການ ສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ມື້ທີສາມ ສຳລັບ ການພິຈາລະນາຮັບຮອງເອົາທ່ານ ເພື່ອມາປ່ຽນແທນ ຜູ້ພິພາກສາ ທ່ານ ແອນໂທນີ ເຄັນເນດີ ຜູ້ທີ່ໄດ້ອອກກິນເບ້ຍບຳນານ, ວັນທີ 6 ກັນຍາ 2018.

ຄະນະກຳມະການຕຸລາການສະພາສູງ ຈະຈັດໃຫ້ມີກອງປະຊຸມພິຈາລະນາແບບເປີດ
ເຜີຍ ໃນສັບປະດາໜ້າ ເພື່ອຮັບຟັງຄຳໃຫ້ການຈາກ ທ່ານ ແບຣັດ ຄາແວນໍ ຜູ້ຖືກສະ
ເໜີຊື່ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ແລະ ຜູ້ຍິງຄົນນຶ່ງ ຜູ້ທີ່ໄດ້ກ່າວຫາທ່ານວ່າ
ລວນລາມທາງເພດຜູ້ກ່ຽວເມື່ອ 3 ທົດສະວັດຜ່ານມາ ໃນຊ່ວງເວລາທີ່ທັງສອງເຂົ້າ
ໂຮງຮຽນມັດທະຍົມ ນຳກັນຢູ່ນັ້ນ.

ທ່ານ ຈຊັກ ແກຣສລີ ປະທານຄະນະກຳມະການດັ່ງກ່າວ ໄດ້ກ່າວໃນຖະແຫລງການ
ທີ່ຂຽນເປັນລາຍລັກອັກສອນ ວ່າ “ເພື່ອໃຫ້ມີຄວາມໂປ່ງໃສພຽງພໍ ພວກເຮົາຈະຈັດ
ກອງປະຊຸມພິຈາລະນາ ແບບເປີດເຜີຍ ໃນວັນຈັນໜ້າ ເພື່ອໃຫ້ການກ່າວຫາທັງຫຼາຍ
ເຫຼົ່ານີ້ ໄດ້ຖືກເຜີຍແບຢ່າງຄົບຖ້ວນ.”

ບັນດາສະມາຊິກຄະນະກຳມະການ ທີ່ສັງກັດພັກຣີພັບບລີກັນ ຫວັງວ່າ ຈະໃຫ້ມີການລົງ
ຄະແນນສຽງ ເພື່ອຮັບຮອງເອົາທ່ານ ຄາແວນໍ ຄືບໜ້າຕໍ່ໄປ ໄວທີ່ສຸດເທົ່າທີ່ຈະໄວໄດ້
ພາຍໃນວັນພະຫັດ ສັບປະດານີ້.

ບັນດາຜູ້ນຳຂອງພັກຣີພັບບລີກັນ ໄດ້ສະເໜີແນະ ໃຫ້ຈັດການກ່ຽວກັບການສືບສວນ
ການກ່າວຫາຕໍ່ທ່ານ ຄາແວນໍ ແລະຜູ້ກ່າວຫາທ່ານນັ້ນ ໂດຍຜ່ານການໂທລະສັບປຶກສາ
ຫາລືກັນ ລະຫວ່າງບັນດາສະມາຊິກ ຂອງຄະນະກຳມະການ ໄດ້ບໍ່. ແຕ່ມີສຽງຮຽກຮ້ອງ
ຫຼາຍຂຶ້ນ ໃຫ້ມີການພິຈາລະນາໂດຍຄະນະກຳມະການຢ່າງຄົບຖ້ວນ ໂດຍມີລວມທັງ
ບັນດາສະມາຊິກພັກຣີພັບບລີກັນ ເຊິ່ງບໍ່ອາດຈະເມີນເສີຍໄດ້.

ສ່ວນປະທານາທິບໍດີ ດໍໂນລ ທຣຳ ແມ່ນມີທ່າທີສະໜັບສະໜູນ ຜູ້ທີ່ທ່ານໄດ້ສະເໜີຊື່
ໂດຍກ່າວວ່າ ທ່ານ ຄາແວນໍ “ບໍ່ເຄີຍມີຂໍ້ບົກຜ່ອງ ແມ່ນແຕ່ໜ້ອຍດຽວ ໃນປະຫວັດ
ຂອງທ່ານເລີຍ.”

ທ່ານ ທຣຳ ໄດ້ໂອ້ລົມກັບບັນດານັກຂ່າວ ໃນຕອນທ່ຽງ ວັນຈັນວານນີ້ ຢູ່ໃນຫ້ອງການ
ໂຣສແວລຕ໌ (Roosvelt) ຂອງທຳນຽບຂາວ ບ່ອນທີ່ທ່ານ ໄດ້ຖືກສອບຖາມຕ່າງໆນາໆ
ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ ທ່ານ ຄາແວນໍ ໄດ້ປະຕິເສດຢ່າງແຂງຂັນ ວ່າ ທ່ານບໍ່ໄດ້
ລວນລາມທາງເພດຕໍ່ຍິງສາວທີ່ຍັງຢູ່ໃນໄວໜຸ່ມ ເມື່ອສາມທົດສະວັດກ່ອນ.

ທ່ານປະທານາທິບໍດີ ປາກົດວ່າ ບໍ່ຄ່ອຍພໍໃຈ ຕໍ່ການທີ່ບັນດາສະມາຊິກສະພາສູງ ເລື່ອນ
ການລົງຄະແນນສຽງ ໃນວັນພະຫັດນີ້ ອອກໄປ.

ທ່ານ ທຣຳ ໄດ້ກ່າວວ່າ “ຖ້າພວກເພິ່ນ ຫາກມີການຊັກຊ້າພຽງໜ້ອຍດຽວ ເພື່ອເຮັດ
ໃຫ້ໝົດທຸກຄົນສະບາຍໃຈ ພວກເພິ່ນຢາກສະບາຍໃຈ, ຂ້າພະເຈົ້າສາມາດບອກ
ພວກເຈົ້າໄດ້ວ່າ ບັນດາສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຕ້ອງການໃຫ້
ໄດ້ຮ້ອຍເປີເຊັນ ເພື່ອຄວາມສະບາຍໃຈ ຂອງພວກເພິ່ນເອງ.”

ທ່ານປະທານາທິບໍດີ ໄດ້ອະທິບາຍວ່າ ທ່ານຢາກຈະເຫັນ ຂັ້ນຕອນທີ່ຄົບຖ້ວນ ສຳລັບ
ທ່ານ ຄາແວນໍ.

Chaos Surrounds Kavanaugh Confirmation
please wait

No media source currently available

0:00 0:02:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG