ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ສັ່ງ​ໃຫ້ເປີດ​ເຜີຍ ​ເອກ​ກະ​ສານ ​ທີ່​ພົວ​ພັນ​ກັບ ​ການ​ສືບ​ສວນ ​ກ່ຽວ​ກັບ​ ການແຊກ​ແຊງ ​ຂອງ​ຣັດ​ເຊ​ຍ ເຂົ້າໃນ​ການ​ເລືອກ​ຕັ້ງ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍໂນລ ທຣຳ ໄດ້​ສັ່ງ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ ເປີດ​ເຜີຍ​ເອກ
​ກະ​ສານ​ທີ່​ພົວ​ພັນ​ກັບ​ການ​ສອບ​ສວນ​ກ່ຽວ​ກັບ​ການ​ເຂົ້າ​ແຊກ​ແຊງ​ຂອງ​ຣັດ​ເຊ​ຍ ໃນ​ການ​
ເລືອກ​ຕັ້ງ ​ຊຶ່ງ​ກ່ອນ​ໜ້າ​ນີ້​ເປັນ​ເອກ​ກະ​ສານ​ລັບ.

ໂຄ​ສົກ​ປະ​ຈຳທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌ ໄດ້​ກ່າວ​ວ່າ ຂໍ້​ມູນ​ທີ່​
ຈຳ​ເປັນ​ຕ້ອງ​ນຳເປີດ​ເຜີຍ​ໃຫ້ສູ່​ສາ​ທາ​ລະ​ນະ​ຮູ້ ແມ່ນ​ຮວມ​ທັງ​ຄຳສັ່ງ​ຕິດ​ຕາມ​ເບິ່ງໃຫ້
ອົງ​ການ​ສັນ​ຕິ​ບານ​ກາງ​ສະ​ຫະ​ລັດ ຫຼື FBI ທ່ານຄາ​ເຕີ​ຣ໌ ເພຈ ອະ​ດີດ​ທີ່​ປຶກ​ສາ​ຂອງ​
ທ່ານ​ທ​ຣຳ ແລະ​ລາຍ​ງານ​ຂອງ​ການ​ສຳ​ພາດ​ຂອງອົງ​ການ​ FBI ກັບ​ທ່ານບ​ຣູສ ໂອ​ຣ໌
ເຈົ້າ​ໜ້າ​ທີ່​ອະ​ວຸໂສໃນກະ​ຊວງ​ຍຸ​ຕິ​ທຳ.

ທ່ານໂອ​ຣ໌ ແມ່ນໄດ້ພົວ​ພັນ​ກັບ​ອະ​ດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ອັງ​ກິດ ທ່ານ​ຄ​ຣິ​ສໂຕ​
ເຟີ​ຣ໌ ສ​ຕີ​ລ ຜູ້​ທີ່​ໄດ້​ປະ​ກອບ​ສຳ​ນວນ​ເອກ​ກະ​ສານ ທີ່​ກ່າວ​ຫາ​ວ່າ ຣັດ​ເຊຍ ອາດ​ຈະ​
ເບ​ລັກ​ແມ​ລ ທ່ານ​ທ​ຣຳ ດ້ວຍຂໍ້​ມູນ​ຕ່າງໆ ທີ່ມ​ສ່​ຮ້າຍ​ບ້າຍ​ສີ ແລະ​ສ້າງ​ຄວາມ​ອັບ​ອາຍ​ໜ້າ.

​ເອກ​ກະ​ສານອື່ນໆ​ທີ່ຈະ​ຖືກເປີດ​ເຜີຍ ແມ່ນ​ຮວ​ມ​ທັງ ຂໍ້​ຄວາມ​ທີ່​ຂຽນເປັນເທັກ ທີ່​ພົວ​ພັນ
​ກັບ​ການ​ສືບ​ສວນ​ກ່ຽວ​ກັບຣັດ​ເຊຍ ທີ່​ຂຽນ​ໂດຍທ່ານ​ເຈມ​ສ໌ ໂຄ​ມີ ຜູ້​ອຳ​ນວຍການ
ອົງ​ການ FBI ທີ່​ຖືກ​ປົດ​ນັ້ນ, ອະ​ດີດ ​ຮອງຜູ້​ອຳ​ນວຍການອົງ​ການ FBI ທ່ານ​ແອນດ​ຣູ​
ເມັກ​ເຄບ, ເຈົ້າ​ໜ້າ​ທີ່​ອົງ​ການ FBI ທ່ານ​ພີ​ເຕີ​ຣ໌ ສ​ໂຕ​ຣ​ຄ ແລະ ອະ​ດີດ​ທະ​ນາຍ​ຄວາມ
​ຂອງ​ອົງ​ການ FBI ທ່ານ​ນາງ​ລີຊາ ເພ​ຈ.

ທ່ານ​ເພີ​ເຕີ​ຣ໌ ສ​ໂຕ​ຣຄ ແລະທ່ານ​ນາງ​ເພ​ຈ ໄດ້​ແລກ​ປ່ຽນ​ຂໍ້​ຄວາມ​ຂຽນ​ເທັກ​ຫາ​ກັນ ກ່າວ​ ທັບ​ຖົມ​ທ່ານ​ທ​ຣຳ ​ຄື​ກັບ​ວ່າ​ທ່ານ​ທ​ຣຳ ຜູ້​ຊຶ່ງ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ໃນ​ຕອນ​ນັ້ນ ແລະ​ວ່າ ​ທ່ານສາ​ມາດ​ທີ່​ຖືກ​ສະ​ກັດ​ກັ້ນໄດ້.

ທ່ານ​ນາງ​ແຊນ​ເດີ​ຣ໌ ກ່າວ​ວ່າ ທ່ານ​ທ​ຣຳ ໄດ້​ສັ່ງ​ການ​ໃ​ຫ້​ເອົາເອກ​ກະ​ສານ​ພວກ​ນີ້ ​ອອກເປີດ​ເຜີຍ​ຈາກ​ການ​ເປັນເອກ​ກະ​ສານ​ລັບ "ຊຶ່ງ​ເປັນ​ການ​ຮ້ອງ​ຮຽນ​ຈຳ​ນວນ​ຫຼວງ​ຫຼາຍ​ຈາກ​ຄະ​ນະ​ກຳ​ມະ​ການ​ຂອງ​ລັດ​ຖະ​ສະ​ພາ ແລະ​ເພື່ອ​ເຫດ​ຜົນ​ຂອງ​ຄວາມ​ໂປ່ງ​ໃສ."

ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ເອກ​ກະ​ສານ​ພວກ​ນີ້ ຈະ​ຖືກ​ນຳ​ອອກ​ມາ​ເຜີຍ​ແຜ່​ເມື່ອ​ໃດ.

ທ່ານ​ທ​ຣຳ ແມ່ນ​ໄດ້​ກ່າວ​ຢ້ຳ​ແລ້ວ​ຢ້ຳ​ອີກວ່າ ບາງ​ຄົນ​ໃນ​ອົງ​ການ FBI ແລະ​ກະ​ຊວງ​ຍຸ​ຕິ​ທຳ ແມ່ນ​ເຂົ້າ​ຂ້າງ​ອອກ​ຂາ ແລະ​ເຮັດ​ໃຫ້ມີ​ຮອຍດ່າງ​ພ້ອຍ​ຕໍ່​ໜ່ວຍ​ສືບ​ສວນອິດ​ສະ​ຫຼະ ເຂົ້າ​ໃນ​ອັນ​ທີ່ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ແມ່ນ​ໄດ້​ສົມ​ຮູ້​ຮ່ວມ​ຄິດ ກັບ​ຣັດ​ເຊຍ ເພື່ອປ່ຽນ​ແປງ ການ​ເລືອກ​ຕັ້ງ​ປີ 2016 ເຂົ້າ​ຂ້າງ​ທ່ານ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG