ດ້ວຍການສົ່ງຂໍ້ຄວາມທາງທວິດເຕີ ພຽງເທື່ອດຽວ ປະທານາທິບໍດີສະຫະລັດ ທ່ານດໍ
ໂນລ ທຣຳ ໄດ້ເຮັດໃຫ້ຫຼາຍໆຄົນຕື່ນຕົກໃຈໃນວໍຊິງຕັນ ໂດຍປ່ຽນທິດທາງນະໂຍບາຍ
ຂອງສະຫະລັດໃນຊີເຣຍ ແລະໃນຂະນະດຽວກັນນັ້ນກໍໄດ້ ປະກາດ ກ່ຽວກັບການສິ້ນ
ສຸດລົງ ໃນການສູ້ລົບຕ້ານກຸ່ມກໍ່ການຮ້າຍທີ່ປະກາດຕົນເອງເປັນລັດອິສລາມ. ແຕ່ວ່າ
ໃນຂະນະທີ່ພວກເຈົ້າໜ້າທີ່ສະຫະລັດຫາທາງ ອະທິບາຍ ກ່ຽວກັບການປ່ຽນແປງດັ່ງ
ກ່າວ ກໍມີຄຳຖາມຫຼາຍຂໍ້ ທີ່ຍັງຕອບບໍ່ໄດ້. ນັກຂ່າວດ້ານຄວາມປອດໄພຂອງ ວີໂອເອ
ແຈັຟ ແຊລດິນ ມີລາຍງານເພີ້ມເຕີມ ຊຶ່ງກິ່ງສະວັນ ຈະນຳມາສະເໜີທ່ານ.
ມັນເລີ້ມຄືດັ່ງມື້ທຳມະດາຢູ່ໃນທຳນຽບຂາວ ປະທານາທິບໍດີ ດໍໂນລ ທຣຳ ໄດ້ສົ່ງຂໍ້
ຄວາມຜ່ານທາງທວິດເຕີ ເວລາທ່ານໄດ້ອອກຖະແຫຼງການທີ່ຕື່ນຕົກໃຈ.
ທ່ານໄດ້ຂຽນກ່ຽວກັບກິດຈະການຕ່າງໆວ່າ “ພວກເຮົາໄດ້ຊະນະກຸ່ມລັດອິສລາມ ຫຼື
ISIS ຢູ່ໃນຊີເຣຍແລ້ວ ເຫດຜົນອັນດຽວທີ່ພາໃຫ້ຂ້າພະເຈົ້າຢູ່ທີ່ນັ້ນ.”
ຮອງປະທານາທິບໍດີໄມຄ໌ ແພັນສ໌ ມາເຖິງທຳນຽບຫ້າແຈເພື່ອພົບປະກັບ ລັດຖະມົນ
ຕີປ້ອງກັນປະເທດ ທ່ານຈິມ ແມັຕຕິສ ໄດ້ປະຕິເສດ ຕໍ່ການຕອບຄຳຖາມຕ່າງໆ.
ປະທານາທິບໍດີ ໄດ້ສັ່ງໃຫ້ຖອນທະຫານອອກຈາກຊິເຣຍບໍ?
ໃນທີ່ສຸດທຳນຽບຫ້າແຈກໍໄດ້ຢືນຢັນວ່າ ສະຫະລັດໄດ້ເກັບເຄື່ອງຂອງ ແລະເລີ້ມຈະ
ກັບຄືນບ້ານແລ້ວ.
ມັນໄດ້ສົ່ງຄື້ນຟອງທີ່ສ້າງຄວາມຕື່ນຕົກໃຈໄປຍັງລັດຖະສະພາ ແມ່ນແຕ່ໃນໝູ່ ບັນ
ດາສະມາຊິກຂອງພັກຣີພັບບລິກັນດ້ວຍກັນ.
ທ່ານລິນເຊ ແກຣມ ສະມາຊິກສະພາສູງພັກຣີພັບບລິກັນ ກ່າວວ່າ “ສິ່ງທຳອິດທີ່ຂ້າ
ພະເຈົ້າຢາກເຮັດກໍຄື ຢາກຮູ້ວ່າ ແມ່ນໝໍ້ນາລົກຫຍັງເກີດຂຶ້ນ.”
ທ່ານມາຣໂກ ຣູບີໂອ ສະມາຊິກສະພາສູງພັກຣີພັບບລິກັນ ອີກທ່ານນຶ່ງ ກ່າວວ່າ “ຂ້າ
ພະເຈົ້າບໍ່ຮູ້ວ່າແມ່ນໃຜແນະນຳໃຫ້ເຮັດການຕັດສິນໃຈດັ່ງກ່າວ ແຕ່ມັນເປັນຄວາມ
ຜິດພາດທີ່ຮ້າຍແຮງ ແລະບໍ່ເປັນຈັ່ງໂຊກ ພວກເຮົາຈະໄດ້ຮັບຄວາມ ເສຍຫາຍກ່ຽວ
ກັບເລື້ອງນີ້ ຖ້າຫາກບໍ່ມີການຕ່າວປີ້ນຄືນ.”
ພວກເຈົ້າໜ້າທີ່ກ່າວວ່າ ບາງສ່ວນຂອງທະຫານສະຫະລັດຈຳນວນ 2,000 ຄົນ ທີ່ຢູ່
ໃນຊີເຣຍພວມເດີນທາງກັບຄືນບ້ານແລ້ວ. ແຕ່ເຂົາເຈົ້າໄດ້ໜີຈາກສະໜາມລົບທີ່ມີ
ຄວາມສັບສົນ.
ສິ່ງນຶ່ງທີ່ເຂົາເຈົ້າປະເຊີນໜ້ານັ້ນບໍ່ພຽງແຕ່ກຸ່ມລັດອິສລາມ ແຕ່ຍັງໄດ້ປະເຊີນໜ້າກັບ
ທະຫານຣັດເຊຍ ແລະກຳລັງທີ່ຈົງຮັກພັກດີຕໍ່ອີຣ່ານ ຊຶ່ງບາງຄັ້ງ ເຮັດວຽກຕ້ານກຸ່ມ
ລັດອິສລາມ.
ແລະໃຫ້ການສະໜັບສະໜູນຢູ່ສະເໝີ ແກ່ປະທານາທິບໍດີຊິີເຣຍ ທ່ານບາຊາຣ ອາລ
ອາຊາດ ຜູ້ຊຶ່ງໃນເວລານີ້ ອາດມີຄວາມສາມາດທີ່ຈະທ້າທາຍຕໍ່ຜົນປະໂຫຍດຂອງ
ສະຫະລັດ.
ທ່ານແອລດຣູ ກາແບລ ຈາກມູນນິທິປ້ອງກັນປະຊາທິປະໄຕ ກ່າວວ່າ “ຖ້າຫາກທະ
|ຫານສະຫະລັດຖອນອອກໄປ ການຢັບຍັ້ງຕໍ່ກຳລັງຊີເຣຍກໍໝົດໄປເຊັ່ນກັນ.”
ແຕ່ຫວ່າງມໍ່ໆໃນອາທິດແລ້ວນີ້ ບັນດາເຈົ້າໜ້າທີ່ຂັ້ນສູງສະຫະລັດ ໄດ້ເຕືອນວ່າ ກຸ່ມ
ລັດອິສລາມແມ່ນຍັງອີກໄກ ທີ່ຈະປາໄຊ ໂດຍຍັງມີພວກນັກລົບຢູ່ 2,000 ຄົນ ໃນທີ່
ໝັ້ນແຫ່ງສຸດທ້າຍ ຢູ່ເມືອງຮາຈິນ ໃນເຂດທີ່ປະກາດຕົນເອງວ່າເປັນລັດອິສລາມນັ້ນ.
ທ່ານແບຣັຕ ແມັກເກີກ ທູດພິເສດສະຫະລັດ ກ່າວວ່າ “ເປັນທີ່ຊັດແຈ້ງວ່າ ມັນຈະເປັນ
ການຂາດຄວາມຮັບຜິດຊອບ ຖ້າຫາກພວກເຮົາພຽງແຕ່ເວົ້າວ່າ ລັດອິສລາມຕົວຈິງ
ໄດ້ຮັບການພ່າຍແພ້ໄປແລ້ວ ເພາະສະນັ້ນ ພວກເຮົາສາມາດຖອນ ກຳລັງອອກໄປ
ໄດ້ແລ້ວ.”
ພວກເຈົ້າໜ້າທີ່ທຳນຽບຂາວໄດ້ກ່າວ ກ່ຽວກັບການກວດລ້າງກຳລັງທີ່ຍັງຕົກຄ້າງຂອງ
ກຸ່ມລັດອິສລາມນັ້ນວ່າ ບັດນີ້ ຈະຕົກເປັນໜ້າທີ່ ຂອງພວກພາຄີສະຫະລັດເຊັ່ນກຳລັງ
ປະຊາທິປະໄຕຊີເຣຍຫຼື SDF ຊຶ່ງສ່ວນໃຫຍ່ແມ່ນພວກທະຫານບ້ານຊາວເຄີດ.
ແຕ່ກໍມີຄຳຖາມຢູ່ວ່າ ເຂົາເຈົ້າຍັງຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກການໂຈມຕີທາງອາ
ກາດຂອງສະຫະລັດແລະກຳລັງແນວໂຮມຫຼືບໍ່ ແລະແຫຼ່ງຂ່າວແຈ້ງໃຫ້ວີໂອເອຮູ້ວ່າ
ຫຼາຍໆຄົນອາດຈະໂຕນໜີຈາກເຂດແນວໜ້າ ທີ່ອາດຖືກໂຈມຕີຈາກເທີກີ ທີ່ເປັນປໍລະ
ປັກກັບຊາວເຄີດມາເປັນເວລານານແລ້ວ.
ຍັງບໍ່ພຽງເທົ່ານັ້ນ ສິ່ງເຫຼົ່ານີ້ບໍ່ໄດ້ລົບກວນ ປະທານາທິບໍດີທຣຳເລີຍ ຜູ້ທີ່ກ່າວວ່າ ເມື່ອ
ເວົ້າເຖິງກຸ່ມລັດອິສລາມ ການປະຕິບັດງານໄດ້ສຳເລັດຜົນແລ້ວ.
ປະທານາທິບໍດີທຣຳກ່າວວ່າ “ພວກເຮົາໄດ້ເອົາຊະນະພວກເຂົາແລ້ວ ແລະພວກ ເຂົາ
ໄດ້ຮັບຄວາມເສຍຫາຍຢ່າງໜັກ. ພວກເຮົາໄດ້ຍຶດຄືນດິນແດນ ແລະບັດນີ້ມັນເຖິງແວ
ລາແລ້ວ ທີ່ກຳລັງທະຫານຂອງພວກເຮົາ ຕ້ອງກັບຄືນບ້ານ.”
With a single tweet, U.S. President Donald Trump shocked many in Washington, changing the course of U.S. policy in Syria and, simultaneously, announcing an end to the fight against the Islamic State terror group's self-declared caliphate. But as U.S. officials scurry to explain the change, many questions remain unanswered. VOA National Security Correspondent Jeff Seldin has more.
It began as a standard day at the White House, President Donald Trump taking to Twitter when he issued a bombshell.
"We have defeated ISIS in Syria, my only reason for being there…" he wrote, setting off a flurry of activity.
Vice President Mike Pence, arriving at the Pentagon to meet with Defense Secretary Jim Mattis, refusing to take questions.
"Has the president ordered troops to pull out of Syria?"
The Pentagon finally confirmed U.S. troops were packing up and starting to come home.
It sent shockwaves through Capitol Hill…even among the president's fellow Republicans.
Republican Sen. Lindsey Graham
"The first thing I want to do is find out what the hell happened."
Republican Sen. Marco Rubio
"I don't know who advised that this decision be made; but it's a terrible mistake and, unfortunately, I think we're going to pay a price for it if it's not reversed."
Officials say some of the 2,000 U.S. troops in Syria are already on their way home. But they are leaving a complicated battlefield….
…one on which they faced not only Islamic State, but had to contend with Russian troops and forces loyal to Iran, sometimes working against IS….
… and always in support of Syrian President Bashar al-Assad, who may now have more freedom to challenge U.S. interests.
Andrew Gabel, Foundation for Defense of Democracies
"If U.S. troops are removed, that deterrence variable is removed as well."
But as recently as last week, top U.S, officials were warning Islamic State was far from done,
…. 2,000 hardened fighters clinging to the last sliver of their self-proclaimed caliphate…
… in the town of Hajin.
Brett McGurk, US Special Envoy
"Obviously, it would be reckless if we were just to say the physical caliphate is defeated, so we can just leave now."
White House officials say wiping out that last remnant of the caliphate…
…will now fall to U.S.-partner forces like the SDF a group of mostly Kurdish militias.
Only there are questions as to whether they will continue to benefit from U.S. and coalition air power, and sources tell VOA…
…many may abandon the frontlines to brace for a possible attack from Turkey, a longtime adversary of the Kurds.
Yet none of this fazes President Trump, who says when it comes to IS, it is mission accomplished.
US President Donald Trump
"We've beaten them and we've beaten them badly. We've taken back the land and now… It's time for our troops to come back home."