ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ປະກາດ ວິກິດການ ຢາແກ້ປວດ ເປັນ "ພາວະສຸກເສີນແຫ່ງຊາດ"


ປະທານາທິບໍດີທຣໍາ ກ່າວຕໍ່ບັນດານັກຂ່າວ ທີ່ສະໂມສອນຕີກັອຟ ແຫ່ງຊາດ ຂອງທ່ານທຣໍາ ທີ່ເມືອງ Bedminster ໃນລັດ New Jersey.
ປະທານາທິບໍດີທຣໍາ ກ່າວຕໍ່ບັນດານັກຂ່າວ ທີ່ສະໂມສອນຕີກັອຟ ແຫ່ງຊາດ ຂອງທ່ານທຣໍາ ທີ່ເມືອງ Bedminster ໃນລັດ New Jersey.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ປະກາດ​ວ່າ ການ​ຕິດ​ຢາ​ແກ້​ປວດ ຫລື
opioids ຂອງ​ອາ​ເມຣິກັນ ເປັນ “​ພາວະສຸກ​ເສີນ​ແຫ່ງ​ຊາດ."

ປະທານາທິບໍດີ​ທຣໍາ​ ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ທີ່​ເດີ່ນ​ຕີ​ກັອຟຂອງ​ທ່ານ​ ​ໃນ​ເມືອງ Bedminster ລັດ New Jersey ວ່າ​ ວິກິດ​ການຢາ​ແກ້​ປວດ ທີ່​ສ້າງ ຄວາມເດືອ​ດ
ຮ້ອນ​ໃຫ້​ແກ່​ປະ​ເທດຊາດເປັນ "ບັນຫາ​ຮ້າຍ​ແຮງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ" ​ແລະ​ກ່າວ​ວ່າ
ທ່ານ​ກຳລັງ​ຮ່າງເອກ​ກະສາ​ນ "​ເພື່ອຢືນຢັນ” ກ່ຽວ​ກັບ​ເລື່ອງ​ນີ້.

ການ​ລະບຸ​ດັ່ງກ່າວຈະ​ອະນຸຍາດ​ໃຫ້​ລັດ​ຕ່າງໆ​ແລະ​ທ້ອງ​ຖິ່ນ​ເລີ່​ມ​ໃຫ້ການ​ສະໜັບສະ
ໜູນຫລາຍ​ຂຶ້ນ ​ແລະ​ໃຊ້​ຊັບ​ພະຍາກອນ​ເພື່ອແກ້​ໄຈ​ການ​ແຜ່​ລະບາດໃນ​ການໃຊ້​ຢາ​
ເກີນຂອບ​ເຂດ ​ເຊັ່ນ​ວ່າໃຫ້ທຶນ​ເພີ່ມ​ຂຶ້ນ ​ແລະ​ຂະ​ຫຍາ​ຍການ​ເຂົ້າເຖິງວິທີ​ ​ການ​ປິ່ນປົວ​
ຕ່າງໆ. ນອກ​ນັ້ນ​ຍັງ​ຈະ​ເຮັດ​ໃຫ້​ລັດຖະບານ​ແກ້ໄຂ​ໄດ້ງ່າຍຂຶ້ນກ່ຽວ ກັບການ​ຍົກ​ເວັ້ນ
ກົດ​ລະບຽບແລະ​ຂໍ້​ຈຳກັດ​ຕ່າງໆ ​ເພື່​ອປະຕິບັດ​ງານ​ໃຫ້​ໄວ​ຂຶ້ນ.

​ໃນ​ເດືອນມີນາຜ່ານ​ມາ ປະທານາທິບໍດີ​ທຣຳ ​ໄດ້​ຈັດ​ຕັ້ງ​ຄະນະ​ກຳມາທິການນຶ່ງຂຶ້ນ
ນຳພາ​ໂດຍ​ຜູ້​ປົກຄອງ​ລັດ New Jersey ທ່ານ Chris Christie ​ເພື່ອ​ສຶກສາ​ເບິ່ງວິ​
ກິດ​ການນີ້. ​ໃນອາທິດ​ແລ້ວ​ ​ຄະນະ​ກຳມາທິການ​ໄດ້​ອອກລາຍ​ງານຂັ້ນ​ຕົ້ນ ທີ່​ກ່າວ​
ວ່າ ​ຍ້ອນການ​ໃຊ້​ຢາ​ແກ້​ປວດ​ເກີນຂອບ​ເຂດ “ອາ​ເມຣິກາ​ຈຶ່ງ​ປະ ​ເຊີນ​ກັບ​ການ​ເສຍ​
ຊີວິດເທົ່າ​ກັບການ​ໂຈມ​ຕີເມື່ອວັນ​ທີ 11 ກັນຍາ ​ໃນທຸກໆ​ສາມ​ອາທິດ.”

ວິ​ກິດ​ການ Opioids ​ແມ່ນ​ມີບົດບາດ​ໃນການ​ເສ​ຍຊີວິດຂອງ​ຫຼາຍ​ກວ່າ 33,000 ຄົນ
​ໃນ​ປີ 2015 ອີງ​ຕາມ​ສູນ​ກາງ​ຄວບ​ຄຸມ​ແລະປ້ອງ​ກັນ​ພະຍາດສະຫະລັດ.

ປະທານາທິບໍດີ​ທຣໍາ​ໄດ້​ຈັດ “ການ​ຖະ​ແຫຼງຂ່າວ​ທີ່​ສຳຄັນ” ກ່ຽວ​ກັບ​ວິ​ກິດ​ການ​ດັ່ງກ່າວ
ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ແຕ່ບໍ່​ໄດ້​ເວົ້າ​ເຖິງ ​ການ​ປະຕິບັດ​ຕາມ ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມາທິການ. ແຕ່ສ່ວນ​ໃຫຍ່​ແລ້ວ ທ່ານ​ໄດ້​ເວົ້າເຖິງການ​ສະກັດ​ກັ້ນໃນ​ການ​ຫລັ່ງ
ໄຫລ ຂອງ​ຢາ​ເຂົ້າ​ມາສູ່​ສະຫະລັດ ​ແທນ ​ແລະໃຫ້ການ​ຄໍ້າປະກັນ​ແກ່​ພວກ​ຊາວ​ໜຸ່ມ
​ຢ່າ​ໄດ້​ເລີ້ມ​ໃຊ້​ຢາເດັດຂາດ.

ລັດຖະມົນຕີ​ສາທາລະນະ​ສຸກ ທ່ານ Tom Price ປາກົດ​ວ່່າໄດ້​ສະ​ເໜີ​ຫຼັງຈາກ​ການ
ຖ​ະ​ແຫຼງຂ່າວດັ່ງກ່າວ​ວ່າ ປະທານາທິບໍດີມີ​ທ່າອຽງ​ບໍ່​ເຫັນ​ພ້ອມ​ກັບ​ຂໍ້​ສະ​ເໜີ ​ນັ້ນ ​ໂດຍ
ໂຕ້​ຖຽງ​ວ່າ ​ລັດຖະບານ​ສາມາດ​ນຳ​ໃຊ້​ຊັບພະຍາກອນ​ທີ່​ຈຳ​ເປັນ ​ແລະ​ສຸມ​ຄວາມ​ສົນ​
ໃຈ​ໃສ່​ວິກິດ​ການ ​ໂດຍ​ບໍ່​ຕ້ອງ​ປະກາດ​ພາວະ​ສຸກ​ເສີນ​ແຫ່ງ​ຊາດ.

​ແຕ່​ວ່າ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີທຣໍາ​ໄດ້​ປ່ຽນໃຈ​ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ
​ທີ່​ຈະ “​ໃຊ້​ເວລາເພີ່ມ​ຂຶ້ນ ຄວາມ​ພະ​ຍາ​ຍາມ​ຕື່ມ​ຂຶ້ນ ​ແລະໃຫ້ເງິນ​ຫລາຍຂຶ້ນ​ຕໍ່​ວິ​ກິດ
​ການ opioid.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

US Opiods Crisis
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG