ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທ​ຣຳ ເວົ້າວ່າ ເປັນໄຊ​​ຊະ​ນະ ໃນ​ການ​ ເລືອກ​ຕັ້ງ ກາງ​ສະ​ໄໝ ເຖິງ​ແມ່ນ ພັກ​ເດ​ໂມ​ແຄ​ຣັດ ຈະ​ຍຶດ ເອົາ​ ​ສະ​ພາ​ຕ່ຳ ຄືນ​ໄປ ກໍ​ຕາມ


ຂະ​ນະ​ທີ່ ​ທ. ທຣຳ ຊີ້​ມື​ໄປ​ຫານັກຂ່າວ Jim Acosta ຈາກ​ອົງ​ການ​ຂ່າວ CNN ນັ້ນ ຜູ້​ຊ່ວຍຂອງ​ທ່ານຈັບ​ເອົາ​ໄມ​ໂຄ​ຣ​ໂຟນອອກ​ຈາກ​ລາວ​ໄປ​ ​
ຂະ​ນະ​ທີ່ ​ທ. ທຣຳ ຊີ້​ມື​ໄປ​ຫານັກຂ່າວ Jim Acosta ຈາກ​ອົງ​ການ​ຂ່າວ CNN ນັ້ນ ຜູ້​ຊ່ວຍຂອງ​ທ່ານຈັບ​ເອົາ​ໄມ​ໂຄ​ຣ​ໂຟນອອກ​ຈາກ​ລາວ​ໄປ​ ​

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວໂອ້ອວດວ່າເປັນ “ໄຊຊະນະທີ່ຍິ່ງ
ໃຫຍ່ແທ້ໆ” ໃນການເລືອກຕັ້ງສະພາແຫ່ງຊາດ ໃນວັນອັງຄານຜ່ານມາ ຫຼັງຈາກພັກຣີພັບ
ບລີກັນ ໄດ້ເສີມຂະຫຍາຍການຄອບຄອງສະພາສູງໄດ້ ເຖິງແມ່ນວ່າ ພັກເດໂມແຄຣັດ
ຈະສາມາດຍາດໄດ້ ການຄວບຄຸມສະພາຕ່ຳ ເປັນຄັ້ງທຳອິດໃນແປດປີຜ່ານມາກໍຕາມ.

ທ່ານທຣຳ ໄດ້ກ່າວ ໃນທວີດເຕີ ເມື່ອຕອນເຊົ້າວັນພຸດວານນີ້ ວ່າ “ພວກທີ່ໄດ້ເຮັດວຽກ
ກັບຂ້າພະເຈົ້າ ໃນການເລືອກຕັ້ງກາງສະໄໝ ທີ່ດີ​ຢ່າງບໍ່ໜ້າເຊື່ອນີ້ ທີ່​ໄດ້ຮັບຮອງເອົາ
ບັນດານະໂຍບາຍ ແລະ ຫລັກການ ບາງອັນນັນ ແມ່ນເຮັດໄດ້ດີຫຼາຍ. ສ່ວນພວກທີ່ບໍ່
ເຮັດວຽກກັບຂ້າພະເຈົ້າ ນັ້ນ​ໄດ້ສັ່ງລາໄປ​ແລ້ວ! ມື້ວານນີ້ ເປັນໄຊຊະນະທີ່ຍິ່ງໃຫຍ່ແທ້ໆ
ເລີຍ ແລະ ໝົດທຸກຄົນ ຢູ່ພາຍໃຕ້ຄວາມກົດດັນ ທີ່ໜ້າຂີ້ດຽດ ແລະປອງຮ້າຍ ຈາກສື່
ມວນຊົນ!”

ແຕ່ຢູ່ທີ່ກອງປະຊຸມຖະແຫລງຂ່າວ ທີ່ນອງນັນ ໃນທຳນຽບຂາວ ທ່ານ ທຣຳໄດ້ໂຕ້ຕອບ
ບັນດານັກຂ່າວ ກ່ຽວກັບການປະເມີນຜົນການເລືອກຕັ້ງຂອງທ່ານນັ້ນ. ທ່ານໄດ້ໂຕ້ແຍ້ງ
ວ່າ ພັກຣີພັບບລີກັນ “ໄດ້ທ້າທາຍປະຫວັດສາດ” ໂດຍການໄດ້ຮັບຫຼາຍບ່ອນນັ່ງຕື່ມ ໃນ
ສະພາສູງ ໃນການໂຄ່ນລົ້ມ ພວກສະມາຊິກພັກເດໂມແຄຣັດ ທີ່ດຳລົງຕຳແໜ່ງຢູ່ນັ້ນ ໃນລະຫວ່າງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫຼັງຈາກການເລືອກຕັ້ງ ປະທາ
ນາທິບໍດີ 2016 ຂອງທ່ານ.

ທ່ານທຣຳ ໄດ້ກ່າວອີກວ່າ “ປະຫວັດສາດ ຈະເຫັນສິ່ງທີ່ເປັນຜົນງານດີ ທີ່ພວກເຮົາໄດ້
ເຮັດໄປ ໃນການເຮັດໃຫ້ພວກຄົນຂອງເຮົາ ຜ່ານເສັ້ນໄຊ” ໃນການໃຫ້ຂໍ້ສັງເກດວ່າ ຜູ້
ສະໝັກ 9 ຄົນ ໃນຈຳນວນ 11 ຄົນ ທີ່ທ່ານໄດ້ໂຄສະນາຫາສຽງໃຫ້ ເມື່ອສັບປະດາ
ແລ້ວນີ້ ໄດ້ຊະນະ ໃນການແຂ່ງຂັນຂອງພວກເຂົາເຈົ້າ.

​ປ. ທ​ຣຳ​ກ່າວ​ຄຳ​ປາ​ໄສໃນກອງປະຊຸມຖະແຫລງຂ່າວໃນທຳນຽບຂາວ ໃນ​ວັນ​ທີ 7 ພະ​ຈິກ 2018
​ປ. ທ​ຣຳ​ກ່າວ​ຄຳ​ປາ​ໄສໃນກອງປະຊຸມຖະແຫລງຂ່າວໃນທຳນຽບຂາວ ໃນ​ວັນ​ທີ 7 ພະ​ຈິກ 2018

ເຖິງຢ່າງໃດກໍຕາມ ຜົນການນັບຄະແນນສຽງເຮັດໃຫ້ມັນຍາກຫຼາຍຂຶ້ນສຳລັບທ່ານ ທຣຳ
ທີ່ຈະໄດ້ຮັບການຮັບຮອງຮ່າງກົດໝາຍຕ່າງໆ ທີ່ທ່ານລິເລີມຂຶ້ນ. ບັນດາສະມາຊິກສະພາ
ຕ່ຳສັງກັດພັກເດໂມແຄຣັດ ຍັງໄດ້ປະຕິຍານວ່າ ຈະເລີ້ມຕົ້ນການສືບສວນສອບສວນທ່ານ
ທຣຳຫຼາຍປະການ ໃນເລື້ອງການເງິນ ແລະ ນະໂຍບາຍຕ່າງໆ ຂອງລັດຖະບານທ່ານ
ທຣຳ ຊຶ່ງຜູ້ນຳສະຫະລັດ ໄດ້ກ່າວວ່າ ຈະຖືກຕອບໂຕ້ຄືນດ້ວຍ ການສືບສວນສອບສວນ
ພັກເດໂມແຄຣັດຈາກ ບັນດາສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ເຊັ່ນກັນ.

ທ່ານທຣຳ ໄດ້ກ່າວວ່າ ທ່ານອາດຮັບຮອງເອົາ ຮ່າງກົດໝາຍປະນີປະນອມກັນ ກັບພັກເດ
ໂມແຄຣັດ ແຕ່ໄດ້ກ່າວວ່າ ຖ້າຫາກພັກເດໂມແຄຣັດ ດຳເນີນການສືບສວນສອບຫຼາຍປະ
ການ “ຂ້າພະເຈົ້າ ຄຶດວ່າ ຂ້າພະເຈົ້າ ຈະເດີນໄປດີກວ່າພວກເຂົາເຈົ້າ ໃນການຫຼິ້ນເກມ
ດັ່ງກ່າວ.”

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG