ທ່ານດໍໂນລ ທຣໍາ, ປະທານາທິບໍດີສະຫະລັດບອກໃຫ້ພວກຊາວໜຸ່ມທີ່ເປັນຄົນ
ເຂົ້າເມືອງບໍ່ມີເອກະສານ ທີ່ຢູ່ໃນສະຫະລັດຈໍານວນ 800,000 ຄົນນັ້ນວ່າພວກເຂົາ
"ບໍ່ຕ້ອງເປັນຫ່ວງ” ກ່ຽວກັບເລື່ອງທີ່ຈະຖືກເນລະເທດໃນໄລຍະຫົກເດືອນຂ້າງໜ້າ
ນີ້ໃນຂະນະທີ່ລັດຖະສະພາກຳລັງເຮັດວຽກ ກ່ຽວກັບແຜນການ ເພື່ອຈະອານຸຍາດ
ໃຫ້ພວກເຂົາເຈົ້າສາມາດຢູ່ໃນສະຫະລັດຢ່າງຖາວອນໄດ້.
ໃນການໃຫ້ຄໍາເຫັນຜ່ານທາງ Twitter ໃນວັນພະຫັດວານນີ້ ນັ້ນ, ທ່ານທຣໍາເວົ້າວ່າ ສໍາລັບພວກທີ່ "ເປັນຫ່ວງກ່ຽວກັບສະຖານະພາບຂອງເຂົາເຈົ້ານັ້ນ," ພວກເຂົາເຈົ້າບໍ່ຕ້ອງເປັນຫ່ວງດອກ, ແລະເວົ້າຕື່ມວ່າ ຈະ "ບໍ່ມີການດໍາເນີນໃດໆ" ເພື່ອສົ່ງເຂົາເຈົ້າກັບໄປບ້ານເກີດເມືອງນອນຂອງເຂົາເຈົ້າ ພາຍຫລັງທີ່ພໍ່ແມ່ເອົາເຂົາເຈົ້າ ເຂົ້າມາໃນສະຫະລັດ ແບບຜິດກົດໝາຍໄດ້ຫລາຍໆປີແລ້ວນັ້ນ. ພວກຄົນເຂົ້າເມືອງຫລາຍຄົນຮູ້ແຕ່ສະຫະລັດ ປະເທດດຽວເທົ່ານັ້ນທີ່ເປັນປະເທດຂອງເຂົາເຈົ້າ.
ທ່ານນາງ Nancy Pelosi, ສະມາຊິກສະພາຕໍ່າ ແລະຜູ້ນໍາພັກດີໂມແຄຣັດ ທີ່ເປັນພັກສຽງສ່ວນນ້ອຍ ເວົ້າວ່າ ທ່ານທຣໍາໄດ້ໂທໄປຫາທ່ານນາງ ແລະທ່ານນາງ ກໍໄດ້ຂໍໃຫ້ທ່ານທຣໍາ ຮັບປະກັນວ່າ ສະຖານະພາບຂອງພວກຄົນເຂົ້າເມືອງຈຸນີ້ຈະບໍ່ມີຫຍັງປ່ຽນແປງໃນໄລຍະຫົກເດືອນຂ້າງໜ້າ, ຮັບປະກັນວ່າການຍືດເວລາອອກໄປນີ້ “ບໍ່ແມ່ນໄລຍະໃຊ້ເພື່ອທໍາການຈັບກຸມເຂົາເຈົ້າ," ຮັບປະກັນວ່າ ໂຄງການດັ່ງກ່າວນີ້ "ໄດ້ຖືກຢຸດສະງັກລົງ ແລະວ່າພວກຄົນເຫລົ່ານີ້ຈະບໍ່ມິຄວາມສ່ຽງໃດໆ."
ໃນຕົ້ນອາທິດນີ້ ທ່ານທຣໍາ ໄດ້ຍົກເລີກໂຄງການທີ່ປົກປ້ອງເດັກນ້ອຍ, ເຊິ່ງແມ່ນຄົນ
ເຂົ້າເມືອງຜິດກົດໝາຍບໍ່ໃຫ້ຖືກເນລະເທດ ຫລື DACA ຂອງອະດີດປະທານາທິບໍດີ
ບາຣັກໂອບາມາ ທີ່ອະນຸຍາດໃຫ້ເຂົາເຈົ້າເຂົ້າໂຮງຮຽນ ແລະເຮັດວຽກຢູ່ໃນສະຫະລັດ
ແລະທັງເຂົ້າຮັບໃຊ້ໃນກອງທັບປະເທດໄດ້ນັ້ນ. ແຕ່ວ່າທ່ານໄດ້ເລື່ອນການຍົກເລີກ
ນັ້ນໄປອີກຫົກເດືອນ ເພື່ອໃຫ້ລັດຖະສະພາ ມີໂອກາດປັບປຸງນິຕິກໍາດ້ານຄົນເຂົ້າ
ເມືອງ ຊຶ່ງລວມທັງການໃຫ້ການປົກປ້ອງແກ່ຄົນເຂົ້າເມືອງໜຸ່ມ ທີ່ມັກເອີ້ນກັນວ່າ ພວກ
ມີຄວາມໄຝ່ຝັນ ຫລື Dreamers ນັ້ນ.
ຍັງບໍ່ເປັນທີ່ຮູ້ແຈ້ງເທື່ອວ່າ ຈະມີຫຍັງເກີດຂຶ້ນ ຖ້າຫາກວ່າລັດຖະສະພາບໍ່ເຮັດຫຍັງເລີຍໃນໄລຍະຫົກເດືອນຂ້າງໜ້າ ແຕ່ທ່ານເວົ້າວ່າ ທ່ານຈະກັບຄືນມາເບິ່ງການຕັດສິນໃຈຂອງທ່ານ ໃນການຍຸບໂຄງການຂອງທ່ານໂອບາມານີ້ຄືນ ຖ້າຫາກພວກສະມາຊິກລັດຖະສະພາ ບໍ່ດໍາເນີນການໃດໆເພື່ອປົກປ້ອງບໍ່ໃຫ້ພວກເຂົາເຈົ້າຖືກເນລະເທດ.
ໃນວັນພຸດຜ່ານມາ ທ່ານທຣໍາເວົ້າວ່າ ທ່ານມີຄວາມໝັ້ນໃຈວ່າ ລັດຖະສະພາຈະດໍາເນີນການ ກ່ຽວກັບບັນຫານີ້.
ທ່ານທຣໍາກ່າວຕໍ່ພວກນັກຂ່າວວ່າ "ຂ້າພະເຈົ້າເຊື່ອແທ້ໆວ່າ ລັດຖະສະພາ ຢາກແກ້ໄຂສະ ພາບການອັນນີ້," "ຂ້າພະເຈົ້າເຊື່ອແທ້ໆ, ແມ່ນແຕ່ພວກສະມາຊິກລັດຖະສະພາທີ່ມີຫົວອານຸລັກນິຍົມກໍຢາກແກ້ໄຂບັນຫານີ້."