ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຕ້ວາທີ ຄັ້ງສຸດທ້າຍ ຂອງພັກຣີພັບບລີກັນ ເພັ່ງເລັງໃສ່ ການກໍ່ການຮ້າຍ ແລະ ຄວາມໝັ້ນຄົງແຫ່ງຊາດ


Republican Presidential Contenders Clash over Terrorism and Security
please wait

No media source currently available

0:00 0:02:42 0:00

Ivanka Trump walks from Air Force One to a waiting vehicle upon arrival, as U.S. President Donald Trump boards Marine One in the background, at Joint Base Andrews in Maryland, U.S.

ບັນດາຜູ້ລົງແຂ່ງຂັນ ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ
9 ທ່ານ ໄດ້ປະທະກັນ ເລື້ອງ ບັນຫາຄວາມໝັ້ນຄົງແຫ່ງຊາດ ໃນ
ວັນອັງຄານວານນີ້ ໃນການໂຕ້ວາທີ ທີ່ມີຕອນສຳຄັນເດັ່ນ ຂອງ
ການຕອບໂຕ້ວາຈາ ຢ່າງມີຊີວິດຊີວາ ຫຼາຍຕອນ ລະຫວ່າງ ຜູ້ສະ
ໝັກຂັ້ນນຳ.

ການໂຕ້ວາທີ ໃນນະຄອນ Las Vegas ຂອງລັດ Nevada ໄດ້
ມີຂຶ້ນ ໂດຍເຫຼືອພຽງແຕ່ສອງເດືອນ ກ່ອນໜ້າກອງປະຊຸມພັກ ທີ່
ສຳຄັນສຸດ ໃນລັດ Iowa ຊຶ່ງຈະເປັນການສະເໜີຊື່ ຄັ້ງທຳອິດ ໃນ
ລະດູການເລືອກຕັ້ງຄັ້ງປະຖົມມະເລີກ.

ຕອນຕົ້ນຂອງການໂຕ້ວາທີ ໄດ້ເພັ່ງເລງໃສ່ ການຮຽກຮ້ອງ ໃຫ້ຫ້າມຊາວມຸສລິມ ເຂົ້າມາ
ໃນສະຫະລັດ ຊົ່ວຄາວ ຂອງຜູ້ນຳໜ້າໝູ່ ທ່ານ Donald Trump ຫຼັງຈາກເກີດການໂຈມຕີ
ກໍ່ການຮ້າຍ ຫຼາຍບັ້ນເມື່ອບໍ່ດົນມານີ້.

Republican Debate Site Draws Protesters, Supporters
please wait

No media source currently available

0:00 0:01:31 0:00

​ດາລາ ລາຍການໂທລະພາບຊີວິດຈິງ ແລະ ນັກພັດທະນາອະສັງຫາລິມະສັບ ໄດ້ປ້ອງກັນ
ຂໍ້ສະເໜີຂອງຕົນ ວ່າເປັນສາມັນສຳນຶກ ໂດຍເນັ້ນຢ້ຳວ່າ “ພວກເຮົາບໍ່ໄດ້ເວົ້າເຖິງ ສາສະ
ໜາ ພວກເຮົາເວົ້າເຖິງຄວາມໝັ້ນຄົງ.”

ທ່ານ Trump ໄດ້ເວົ້າອີກວ່າ “ປະຊາຊົນມັກສິ່ງທີ່ຂ້າພະເຈົ້າເວົ້າ. ປະຊາຊົນນັບຖື ສິ່ງທີ່
ຂ້າພະເຈົ້າເວົ້າ. ແລະ ພວກເຮົາໄດ້ເປີດຂຶ້ນ ການສົນທະນາກັນ ທີ່ມີຄວາມຈຳເປັນຕ້ອງ
ນຳຂຶ້ນມາໂອ້ລົມກັນ.”

ແຕ່ຫາກວ່າ ບັນດາຜູ້ນຳພັກຣີພັບບລີກັນ ຫຼາຍທ່ານ ໄດ້ຕຳນິຕິຕຽນ ການສະເໜີຫ້າມ
ຊາວມຸສລິມ ຂອງທ່ານ Trump ຊຶ່ງບັນດາຜູ້ສະໝັກສ່ວນໃຫຍ່ ໄດ້ປາກົດວ່າ ບໍ່ກ້າທີ່ຈະ
ປະເຊີນໜ້າໂດຍກົງ ກັບທ່ານ Trump ກ່ຽວກັບເລື້ອງດັ່ງກ່າວ.

ບັນດາຜູ້ລົງແຂ່ງຂັນ ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ, ຈາກຊ້າຍ, ທ່ານ George Pataki, ທ່ານ Mike Huckabee, ທ່ານ Rick Santorum ແລະ ທ່ານ Lindsey Graham ຕອບຄຳຖາມຈາກຜູ້ດຳເນີນລາຍການ ທ່ານ Wolf Blitzer ໃນລະຫວ່າງການໂຕ້ວາທີ ຮອບທີ 5, ວັນທີ 15 ທັນວາ 2015, ໃນນະຄອນ Las Vegas ລັດ Nevada.
ບັນດາຜູ້ລົງແຂ່ງຂັນ ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ, ຈາກຊ້າຍ, ທ່ານ George Pataki, ທ່ານ Mike Huckabee, ທ່ານ Rick Santorum ແລະ ທ່ານ Lindsey Graham ຕອບຄຳຖາມຈາກຜູ້ດຳເນີນລາຍການ ທ່ານ Wolf Blitzer ໃນລະຫວ່າງການໂຕ້ວາທີ ຮອບທີ 5, ວັນທີ 15 ທັນວາ 2015, ໃນນະຄອນ Las Vegas ລັດ Nevada.

ອະດີດຜູ້ປົກຄອງ ລັດ Florida ທ່ານ Jeb Bush ໄດ້ໂຈມຕີ ຊົງໂອ້ອວດຂອງທ່ານ Trump
ແທນ ໂດຍກ່າວວ່າ ທ່ານເປັນ “ຄົນໃຊ້ຄຳເວົ້າປະໂຫຍກດຽວທີ່ດີເດັ່ນ ແຕ່ທ່ານເປັນຜູ້
ສະໝັກ ທີ່ສ້າງຄວາມວຸ້ນວາຍ ແລະ ທ່ານຈະເປັນປະທານາທິບໍດີ ທີ່ວຸ້ນວາຍ.”

ໃນຕະຫຼອດຄ່ຳຄືນ ທ່ານ Bush ແລະ ທ່ານ Trump ໄດ້ຕອບໂຕ້ກັນຢ່າງດຸເດືອດຫຼາຍຄັ້ງ
ສ່ວນຫຼາຍແມ່ນຈະເວົ້າທັບຖົມກັນແລະກັນ ໃນຄວາມພະຍາຍາມເພື່ອໃຫ້ໄດ້ປຽບ.

ເຖິງແມ່ນວ່າ ຈະຖືກມອງເຫັນວ່າ ໄດ້ເຮັດໜ້າທີ່ຂີ້ຮ້າຍ ໃນລະຫວ່າງ ການໂຕ້ວາທີ 5 ເທື່ອ
ກໍ່ຕາມ ທ່ານ Trump ກໍຍັງໄດ້ອອກນຳໜ້າໝູ່ ຢ່າງໃຫຍ່ ໃນການຢັ່ງຫາງສຽງທົ່ວປະເທດ.

ບັນດາຜູ້ລົງແຂ່ງຂັນ ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ ຂຶ້ນສູ່ເວທີ ໃນລະຫວ່າງ ການໂຕ້ວາທີ ຈັດແຈງໂດຍຕາໜ່າງຂ່າວ CNN ຢູ່ທີ່ ໂຮງແຮມ ແລະ ກາຊີໂນ Venetian, ວັນທີ 15 ທັນວາ 2015, ໃນ Las Vegas ລັດ Nevada.
ບັນດາຜູ້ລົງແຂ່ງຂັນ ສະໝັກເປັນປະທານາທິບໍດີ ພັກຣີພັບບລີກັນ ຂຶ້ນສູ່ເວທີ ໃນລະຫວ່າງ ການໂຕ້ວາທີ ຈັດແຈງໂດຍຕາໜ່າງຂ່າວ CNN ຢູ່ທີ່ ໂຮງແຮມ ແລະ ກາຊີໂນ Venetian, ວັນທີ 15 ທັນວາ 2015, ໃນ Las Vegas ລັດ Nevada.

ເມື່ອສອງສາມອາທິດບໍ່ດົນມານີ້ ສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz
ໄດ້ກາຍຂຶ້ນມາເປັນ ຄູ່ແຂ່ງທີ່ສຳຄັນຂອງທ່ານ Trump ໂດຍສະເພາະຢູ່ໃນລັດ Iowa
ບ່ອນທີ່ການຢັ່ງຫາງສຽງຫຼາຍຄັ້ງ ໄດ້ຈັດໃຫ້ທ່ານ Cruz ນຳໜ້າທ່ານ Trump.

ທ່ານ Cruz ຮູ້ຈັກກັນດີວ່າ ໄດ້ປະຕິເສດ ທີ່ຈະອອກມາຕຳນິຕິຕຽນ ຄູ່ແຂ່ງຂອງທ່ານ ຢ່າງ
ເປີດເຜີຍ ແລະ ໃນວັນອັງຄານວານນີ້ ໄດ້ແນຄວາມໂມໂຫ ໃສ່ປະທານາທິບໍດີ ບາຣັກ
ໂອບາມາ ແລະ ພາລະກິດທາງດ້ານທະຫານ ໃນການຕໍ່ຕ້ານກຸ່ມລັດອິສລາມ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG