ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ຮັບເລືອກຕັ້ງ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກ ຣີພັບບລີກັນ ໂຕ້ຖຽງກັນ ໃນການໂຕ້ວາທີ


ຜູ້ສະໝັກ ຮັບເລືອກຕັ້ງ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກ ຣີພັບບລີກັນ ປະກົດໂຕເທິງເວທີ ກ່ອນການໂຕ້ວາທີກັນ ໃນຊ່ອງໂທລະພາບ CBS News ທີ່ສູນວາງສະແດງ ສິລະປະ Peace Center, 13 ກຸມພາ, 2016, ໃນເມືອງ Greenville, ລັດ South Carolina.
ຜູ້ສະໝັກ ຮັບເລືອກຕັ້ງ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກ ຣີພັບບລີກັນ ປະກົດໂຕເທິງເວທີ ກ່ອນການໂຕ້ວາທີກັນ ໃນຊ່ອງໂທລະພາບ CBS News ທີ່ສູນວາງສະແດງ ສິລະປະ Peace Center, 13 ກຸມພາ, 2016, ໃນເມືອງ Greenville, ລັດ South Carolina.

ບັນດາຜູ້ທີ່ຫວັງເປັນປະທານາທິບໍດີທັງຫຼາຍຈາກພັກ ຣີພັບບລີກັນ ໄດ້ກ່າວໃນວັນເສົາວານນີ້ຢູ່ທີ່ເວທີໂຕ້ວາທີໃນລັດ South Carolina ທາງພາກໃຕ້ຂອງປະເທດວ່າ ປະທານາທິບໍດີ ບາຣັກ ໂອບາມາ ບໍ່ຄວນສະເນີຊື່ຜູ້ຈະຂຶ້ນແທນສະມາຊິກ ຄະນະຫົວໜ້າ ສານສູງສຸດທ່ານ Antonin Scalia ທີ່ຫາກໍເສຍຊີວິດໄປ ແລະ ແຕ່ ຄວນປ່ອຍໄວ້ໃຫ້ເປັນເລື່ອງຂອງຜູ້ທີ່ຈະມາສືບທອດແທນທ່ານ.

ນັກທຸລະກິດ ທ່ານ Donald Trump ຜູ້ທີ່ມີຄະແນນນຳໜ້າໃນການ ຢັ່ງຫາງສຽງແຫ່ງຊາດ ໄດ້ເອີ້ນການເສຍຊີວິດຂອງທ່ານ Scalia ສອງສາມຊົ່ວໂມງກ່ອນການໂຕ້ວາທີວ່າເປັນການສູນເສຍຄັ້ງຍິ່ງໃຫຍ່ຕໍ່ ລັດທິອະນຸລັກນິຍົມ ໃນ ສະຫະລັດ ແລະ ໄດ້ກ່າວວ່າມັນຂຶ້ນກັບຜູ້ນຳຄະແນນສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell ທີ່ຈະເລື່ອນຂັ້ນຕອນການຄັດເລືອກ ດັ່ງນັ້ນຜູ້ພິພາກສາຈຶ່ງບໍ່ສາມາດຖືກ ຢັ້ງຢືນໄດ້ກ່ອນທີ່ທ່ານ ໂອບາມາ ຈະອອກຈາກຕຳແໜ່ງໃນເດືອນມັງກອນ ປີໜ້ານີ້.

ສະມາຊິກສະພາສູງທ່ານ Marco Rubio, ສະມາຊິສະພາສູງລັດ Texas ທ່ານ Ted Cruz, ເຈົ້າຄອງລັດ Ohio ທ່ານ John Kasich ແລະ ໝໍສັນຍະກຳລະບົບເສັ້ນປະສາດ ທ່ານ Ben Carson ທັງໝົດໄດ້ກ່າວວ່າ ທ່ານ ໂອບາມາ ບໍ່ຄວນສະເໜີຊື່ຜູ້ໃດໃຫ້ມາດຳລົງຕຳແໜ່ງດັ່ງ ກ່າວ.

ອະດີດເຈົ້າຄອງລັດ Florida ທ່ານ Jeb Bush ໄດ້ມີຈຸດຢືນທີ່ແຕກຕ່າງຈາກບັນດາຄູ່ແຂ່ງຂັນ ຂອງທ່ານ, ໂດຍກ່າວວ່າ ມັນເປັນສິດທິຂອງທ່ານປະທານາທິບໍດີທີ່ຈະສະເໜີຊື່, ແຕ່ກໍກ່າວວ່າ ທ່ານຈະບໍ່ຄາດວ່າທ່ານ ໂອບາມາ ຈະບໍ່ເປັນຜູ້ລົງຄວາມເຫັນທີ່ເປັນເອກະສັນ.

US Republican Debate
please wait
Embed

No media source currently available

0:00 0:01:41 0:00

XS
SM
MD
LG