ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຕ້ອງຕິ ພວກຜູ້ບັນຊາການ ແລະພັນທະມິດ​ ຍ້ອນສົງຄາມ ທິ່​ຍຶດ​ເຍື້ອ


ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສຫລ ນັ່ງຟັງ ຢູ່ທາງຂ້າງ
ຂອງ ລມຕ ປ້ອງກັນປະເທດຊົ່ວຄາວ ທ່ານ Patrick Shanahan ໃນລະຫວ່າງກອງປະຊຸມຄະນະລັດຖະບານ ໃນ
ມື້ທີ 12 ຂອງການອັດລັດຖະບານ ສຫລ ລົງ ຢູ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ທີ 2 ມັງກອນ 2019.
ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສຫລ ນັ່ງຟັງ ຢູ່ທາງຂ້າງ ຂອງ ລມຕ ປ້ອງກັນປະເທດຊົ່ວຄາວ ທ່ານ Patrick Shanahan ໃນລະຫວ່າງກອງປະຊຸມຄະນະລັດຖະບານ ໃນ ມື້ທີ 12 ຂອງການອັດລັດຖະບານ ສຫລ ລົງ ຢູ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ທີ 2 ມັງກອນ 2019.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ບໍ່ຖືວ່າປະເທດຊີເຣຍເປັນເລື້ອງ ສຳຄັນ ໂດຍເວົ້າວ່າ “ເປັນຂີ້ຊາຍແລະຄວາມຕາຍຊື່ໆ” ໃນກ່າວປ້ອງກັນການ ຕັດສີນໃຈຂອງ
ທ່ານ ທີ່ຈະຖອນທະຫານສະຫະລັດ ອອກຈາກປະເທດດັ່ງກ່າວ ທັງເວົ້າວ່າ ເປັນ “ສົງ
ຄາມທີ່ບໍ່ມີວັນສິ້ນສຸດຈັກເທື່ອຂອງ” ອາເມຣິກາ.”

ຄຳເຫັນຂອງປະທານາທິບໍດີໃນວັນພຸດວານນີ້ ກ່ອນກອງປະຊຸມຄັ້ງທຳອິດປະຈຳ ປີ
ຂອງທ່ານ ກັບຄະນະລັດຖະບານ ໄດ້ມີຂຶ້ນໃນລະຫວ່າງການພົບປະດົນນານ ແລະ
ຫຼາຍເລື້ອງກັບສື່ມວນຊົນ ໃນຂະນະທີ່ທ່ານ Pat Shanahan ລັດຖະມົນ ຕີກະຊວງ
ປ້ອງກັນປະເທດຊົ່ວຄາວຄົນໃໝ່ ນັ່ງຢູ່ຂ້າງຊ້າຍທ່ານ.

ນອກຈາກນັ້ນແລ້ວພວກເພິ່ນຍັງໄດ້ເປີດເຜີຍສິ່ງທີ່ຈະປາກົດວ່າ ເປັນການແຕກ ແຍກ
ຢ່າງໃຫຍ່ ລະຫວ່າງທ່ານທຣຳ ກັບພວກອື່ນໆນຳ ພວກຜູ້ບັນຊາການທະ ຫານຄົນສຳ
ຄັນ ກ່ຽວ​ກັບຍຸດທະສາດຂອງສະຫະລັດໃນຕາເວັນອອກກາງ ແລະເອເຊຍໃຕ້ນຳ.

ທ່ານທຣຳໄດ້ຊົມເຊີຍທ່ານ Shanahan ໂດຍເອີ້ນວ່າ “ເປັນຄວາມຍິນດີຢ່າງ ຍິ່ງ” ທີ່
ຈະໄດ້ເຮັດວຽດກັບເພິ່ນ ກ່ອນໃນທີ່ສຸດ ຈະໄດ້ຕ້ອງ​ຕິ ​ພວກ​ເຈົ້າ​ໜ້າ​ທີ່ ໃນດ້ານປ້ອງ
ກັນປະ​ເທດ ແລະພວກທະຫານ ຍ້ອນຄວາມລົ້ມແຫຼວຫຼາຍຢ່າງ.

ທ່ານທຣຳໄດ້ບອກພວກນັກຂ່າວ ໂດຍໃຊ້ຊື່ຫຍໍ້ຂອງພວກກໍ່ການຮ້າຍວ່າ “ຂ້າ ພະ
ເຈົ້າເປັນຜູ້ດຽວໃນປະຫວັດສາດ ຂອງປະເທດພວກເຮົາທີ່ສາມາດລົບລ້າງ ພວກ
ໄອຊີສໄດ້. ເພາະສະນັ້ນ ພວກເຮົາຈຶ່ງຈະເຮັດແນວນັ້ນ ແລະພວກເຮົາ ເວົ້າວ່າ ຈະ
ເອົາທະຫານກັບຄືນບ້ານ ບ່ອນທີ່ເປັນບ່ອນຢູ່ອາໄສຂອງພວກເຂົາ ເຈົ້າ.”

ທ່ານ Shanahan ໄດ້ເຂົ້າກຳທຳນຽບຫ້າແຈ ໃນວັນອັງຄານສັບປະດານີ້ ລຸນຫຼັງ
ການລາອອກຂອງອະດີດລັດຖະມົນຕີປ້ອງກັນປະເທດ ຈິມ ແມດຕິສ.

ໃນຄັ້ງນຶ່ງທີ່ເຄີຍໄດ້ຖືກຍ້ອງຍໍໂດຍທ່ານທຣຳວ່າ “ນາຍພົນຂອງຂ້າພະເຈົ້າ” ນັ້ນ
ທ່ານ ແມຕິສ ກໍໄດ້ຍື່ນໃບລາອອກ ໃນເດືອນແລ້ວນີ້ ຫຼັງຈາກທ່ານທຣຳ ໄດ້ປະ
ກາດໃນທັນໃດ ວ່າພວກໄອຊິສປາໄຊ ແລະພວກທະຫານສະຫະລັດ ປະມານ
2,000 ຄົນ ທີ່ສູ້ລົບກັບກຸ່ມກໍ່ການຮ້າຍລັດອິສລາມ ໃນຊີເຣຍ ຈະກັບຄືນບ້ານ
ແລ້ວ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG