ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານທ່ານ ທຣຳ ຕິຕຽນຍະໂຍບາຍ ຄົນເຂົ້າເມືອງ


ທ້າວ ອັບດີຣາມັນ ໂອເຈ ໂມຮາເມັດ ຈາກນະຄອນ ຊີອາໂຕ້ ລັດ ວໍຊິງຕັນ, ຖືປ້າຍທີ່ອ່ານວ່າ "ຢຸດສ້າງກຳແພງ ຢຸດການຫ້າມ" ຫຼື "No Wall No Ban," ໃນລະຫວ່າງ
ການປະທ້ວງຕໍ່ຕ້ານຄວາມພະຍາຍາມຂອງລັດຖະບານກາງ
ເພື່ອຈຳກັດຄົນເຂົ້າເມືອງ. 6 ທັນວາ, 2017.
ທ້າວ ອັບດີຣາມັນ ໂອເຈ ໂມຮາເມັດ ຈາກນະຄອນ ຊີອາໂຕ້ ລັດ ວໍຊິງຕັນ, ຖືປ້າຍທີ່ອ່ານວ່າ "ຢຸດສ້າງກຳແພງ ຢຸດການຫ້າມ" ຫຼື "No Wall No Ban," ໃນລະຫວ່າງ ການປະທ້ວງຕໍ່ຕ້ານຄວາມພະຍາຍາມຂອງລັດຖະບານກາງ ເພື່ອຈຳກັດຄົນເຂົ້າເມືອງ. 6 ທັນວາ, 2017.

ເຫດການທີ່ເກີດຂຶ້ນສອງຄັ້ງ ເມື່ອບໍ່ດົນມານີ້ ໄດ້ສະໜັບສະໜູນການຢືນຢັດຕໍ່ຕ້ານລະ
ບົບຄົນເຂົ້າເມືອງຕາມຄອບຄົວຂອງ ສະຫະລັດ ໂດຍລັດຖະບານທ່ານ ທຣຳ, ເຊິ່ງ
ທ່ານປະທານາທິບໍດີກ່າວວ່າ ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພແຫ່ງຊາດ.

ທ່ານ ທາຍເລີ ຮູລຕັນ ໂຄສົກກະຊວງຮັກສາຄວາມປອດໄພແຫ່ງຊາດ ໄດ້ກ່າວໃນ
ຖະແຫຼງການສຳບັບນຶ່ງເມື່ອວັນເສົາວານນີ້ວ່າ ອົງການຂອງທ່ານສາມາດ “ຢືນຢັນຜູ້
ຕ້ອງສົງໄສ ທີ່ໄດ້ເຂົ້າຮ່ວມໃນການໂຈມຕີກໍ່ການຮ້າຍທີ່ເມືອງ ແຮຣິສເບີກ ລັດ
ເພັນຊິລເວເນຍແລະ ຜູ້ຕ້ອງສົງໄສອີກຄົນນຶ່ງ ທີ່ຖືກຈັບໃນຂໍ້ກ່າວຫາ ການຟອກເງິນ
ທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ທັງສອງຄົນ ແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການ
ຍົກຍ້າຍຖິ່ນຖານ ທີ່ໄດ້ຮັບການປະກັນໂດຍຄອບຄົວ.”

ໃນວັນສຸກທີ່ຜ່ານມາ, ມືປືນໃນເມືອງ ແຮຣິສເບີກ, ເຊິ່ງແມ່ນຜູ້ຍົກ ຍ້າຍຖິ່ນຖານຈາກ
ປະເທດ ອີຈິບ, ໄດ້ຍິງປືນໃສ່ຕຳຫຼວດ ແລະ ເຈົ້າໜ້າທີ່ຕຳຫຼວດລັດໃນຫຼາຍສະຖານ
ທີ່ ກ່ອນທີ່ເຂົາເຈົ້າຈະຍິງ ແລະ ສັງຫານລາວ.

ທ້າວ ອາເມັດ ອາມີນາມິນ ແອລ-ມອຟ໌ຕີ ໄດ້ຍິງຖືກເຈົ້າໜ້າທີ່ຕຳຫຼວດລັດຄົນນຶ່ງ, ແຕ່
ບັນດາເຈົ້າໜ້າທີ່ກ່າວວ່າ ຄາດວ່າລາວຈະຟື້ນຄືນສູ່ສະພາບປົກກະຕິ.

ພີ່ນ້ອງຄົນນຶ່ງຂອງທ້າວ ແອລ-ມອຟ໌ຕີ ໄດ້ກ່າວວ່າ ທາງຄອບຄົວຮູ້ສຶກສັບສົນກັບການ
ກະທຳຂອງລາວ. ທ້າວ ອາເມັດ ໂຊເວລາມ ໄດ້ກ່າວວ່າຕໍ່ສື່ມວນຊົນວ່າ ນ້ອງສາວ
ຂອງລາວໄດ້ແຕ່ງງານກັບທ້າວ ແອລ-ມອຟ໌ຕີ, ແຕ່ໄດ້ແຍກທາງກັນ 6 ປີແລ້ວ. ລາວ
ໄດ້ກ່າວວ່າ ອ້າຍເຂີຍຂອງລາວໄດ້ເຮັດວຽກເປັນຍາມຮັກສາຄວາມປອດໄພ ແລະ
ໄດ້ຍ້າຍກັບຄືນໄປປະເທດ ອີຈິບ, ແຕ່ໄດ້ກັບຄືນມາ ສະຫະລັດ ເມື່ອສອງສາມເດືອນ
ທີ່ຜ່ານມາ. ທ້າວ ໂຊເວລາມ ໄດ້ກ່າວວ່າ “ລາວບໍ່ແມ່ນຜູ້ຊາຍທີ່ສົມບູນແບບ, ແຕ່ລາວ
ກໍບໍ່ແມ່ນຄົນທີ່ມັກໃຊ້ຄວາມຮຸນແຮງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG