ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຂັບເຮືອບິນ ຖິ້ມລະເບີດ ໄປແຫຼມ ເກົາຫຼີ


ເຮືອບິນຖິ້ມລະເບີດ B-1B ຂອງກອງທັບອາກາດ ສະຫະລັດ ກຽມພ້ອມທີ່ຈະບິນອອກຈາກຖານທັບອາກາດ Andersen ໃນເກາະ Guam, ເຂົ້າໄປນ່ານຟ້າ ຍີ່ປຸ່ນ ແລະ ເຂົ້າໄປແຫຼມເກົາຫຼີ. 30 ກໍລະກົດ, 2017.
ເຮືອບິນຖິ້ມລະເບີດ B-1B ຂອງກອງທັບອາກາດ ສະຫະລັດ ກຽມພ້ອມທີ່ຈະບິນອອກຈາກຖານທັບອາກາດ Andersen ໃນເກາະ Guam, ເຂົ້າໄປນ່ານຟ້າ ຍີ່ປຸ່ນ ແລະ ເຂົ້າໄປແຫຼມເກົາຫຼີ. 30 ກໍລະກົດ, 2017.

ກອງທັບອາກາດ ສະຫະລັດ ໄດ້ຂັບເຮືອບິນຖິ້ມລະເບີດ B-1B ສອງລຳ ຜ່ານແຫຼມ ເກົາ
ຫຼີ ໃນວັນເສົາວານນີ້, ໄປພ້ອມໆກັບເຮືອບິນຮົບ ເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ກອງບັນຊາການ ມະຫາສະໝຸດປາຊີຟິກ ສະຫະລັດ ກ່າວວ່າ ການປະຕິບັດພາລະກິດນີ້
ແມ່ນ “ການຕອບໂຕ້ໂດຍກົງ” ຕໍ່ການຍິງລູກສອນໄຟຂີປະນາວຸດຂ້າມທະວີບທີ່ເພີ່ມຂຶ້ນ
ຂອງ ເກົາຫຼີເໜືອ ໃນວັນທີ 3 ແລະ 28 ກໍລະກົດທີ່ຜ່ານມາ.

ນາຍພົນ Terrence O’Shaughnessy, ຜູ້ບັນຊາການກອງທັບອາກາດ ປາຊິຟິກ ສະ
ຫະລັດ ກ່າວວ່າ “ເກົາຫຼີເໜືອ ຍັງຄົງເປັນໄພຂົ່ມຂູ່ທີ່ຈະມີຂຶ້ນໄວທີ່ສຸດ ຕໍ່ຄວາມໝັ້ນຄົງ
ຢູ່ໃນພາກພື້ນ, ແຕ່ການທູດຍັງຄົງມີຄວາມສຳຄັນທີ່ສຸດຢູ່, ແຕ່ແນວໃດກໍຕາມ, ພວກເຮົາ
ຕ້ອງມີຄວາມຮັບຜິດຊອບຕໍ່ພັນທະມິດຂອງພວກເຮົາ ແລະ ປະເທດຂອງເຮົາ ເພື່ອສະ
ແດງໃຫ້ເຫັນຄວາມແນ່ວແນ່ ໃນພັນທະຂອງພວກເຮົາ ໃນເວລາທີ່ກຳລັງວາງແຜນເພື່ອ
ເຫດການທີ່ຮ້າຍແຮງທີ່ສຸດຢູ່. ຖ້າມີຄຳສັ່ງ, ພວກເຮົາແມ່ນພ້ອມທີ່ຈະຕອບສະໜອງດ້ວຍ
ຄວາມວ່ອງໄວ, ຮຸນແຮງ ແລະ ດ້ວຍກຳລັງຢ່າງເຕັມທີ່ ໃນເວລາ ແລະ ສະຖານທີ່ໆຖືກ
ເລືອກຂອງພວກເຮົາ.”

ການປະຕິບັດພາລະກິດກອງກຳລັງຮ່ວມ 10 ຊົ່ວໂມງ ໄດ້ເລີ່ມຂຶ້ນທີ່ຖານທັບອາກາດ Anderson ໃນເກາະ Guam. ເຮືອບິນຖິ້ມລະເບີດ ສະຫະລັດ ແມ່ນໄດ້ຮ່ວມຝຶກຊ້ອມ
ກັບເຮືອບິນຮົບ F-2 ຂອງ ຍີ່ປຸ່ນ ໃນນ່ານຟ້າ ຍີ່ປຸ່ນ. ຫຼັງຈາກນັ້ນ ເຮືອບິນຖິ້ມລະເບີດ
ສະຫະລັດ ກໍໄດ້ບິນໄປແຫຼມ ເກົາຫຼີ ແລະ ໄດ້ຮ່ວມການບິນ ກັບເຮືອບິນຮົບ ເກົາຫຼີໃຕ້
4 ລຳ. ນອກນັ້ນ ເຮືອບິນຖິ້ມລະເບີດ ສະຫະລັດ ຍັງໄດ້ບິນລົງຕໍ່າ ຜ່ານຖານທັບອາກາດ
Osan ຂອງ ເກົາຫຼີໃຕ້ ກ່ອນບິນກັບຄືນໄປເກາະ Guam.

ພ້ອມກັນນັ້ນ ໃນວັນເສົາວານນີ້, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກໍໄດ້
ກ່າວຕ້ອງຕິ ຈີນ ອີກຄັ້ງໜຶ່ງ ສຳລັບການບໍ່ສາມາດຢຸດຢັ້ງໂຄງການລູກສອນໄຟຂີປະ
ນາວຸດ ແລະ ອາວຸດນິວເຄລຍຂອງ ເກົາຫຼີເໜືອ.

ລຸນຫຼັງການຍິງລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ໄດ້ຕົກລົງໃສ່ທະເລໃນພາກຕາ
ເວັນຕົກຂອງ ຍີ່ປຸ່ນ ເມື່ອວັນສຸກທີ່ຜ່ານມາແລ້ວ, ທ່ານ ທຣຳ ໄດ້ກ່າວຫາ ຈີນ ໂດຍສະ
ເພາະເຈາະຈົງ ໃນຕອນແລງວັນເສົາວານນີ້ວ່າ ປະເທດດັ່ງກ່າວຄວນສາມາດ “ທີ່ຈະ
ແກ້ໄຂບັນຫານີ້ໄດ້ຢ່າງງ່າຍດາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG