ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງລິສ ເຊນນີ ຜູ້ວິຈານທ່ານທຣໍາ ຜ່າຍແພ້ການເລືອກຕັ້ງຂັ້ນຕົນຂອງສະຫະລັດ, ແຕ່ ທ່ານເມີໂຄວສກີ ແມ່ນຜ່ານໄປໄດ້


ທ່ານນາງລິສ ເຊນນີ, ສະມາຊິກພັກຣີພັບບຣິກັນ ຈາກລັດວາຍໂອມິງ, ກ່າວປາໄສ, ວັນທີ 16 ສິງຫາ 2022, ໃນມື້ການເລືອກຕັ້ງຂັ້ນຕົ້ນ ທີ່ເມືອງ Jackson, ລັດວາຍໂອມິງ, ທ່ານນາງ ເຊນນີ ຜ່າຍແພ້ໃນຂັ້ນຕົ້ນ ໃຫ້ຄູ່ຕໍ່ສູ້ໃນພັກ ທ່ານຮາຣຽຕ ແຮັກແມນ (Harriet Hageman).
ທ່ານນາງລິສ ເຊນນີ, ສະມາຊິກພັກຣີພັບບຣິກັນ ຈາກລັດວາຍໂອມິງ, ກ່າວປາໄສ, ວັນທີ 16 ສິງຫາ 2022, ໃນມື້ການເລືອກຕັ້ງຂັ້ນຕົ້ນ ທີ່ເມືອງ Jackson, ລັດວາຍໂອມິງ, ທ່ານນາງ ເຊນນີ ຜ່າຍແພ້ໃນຂັ້ນຕົ້ນ ໃຫ້ຄູ່ຕໍ່ສູ້ໃນພັກ ທ່ານຮາຣຽຕ ແຮັກແມນ (Harriet Hageman).

ນຶ່ງອາທິດກ່ອນທີ່ສະໄໝການດຳລົງຕຳແໜ່ງໃນທຳນຽບຂາວ ຂອງອະດີດປະທາ ນາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ສິ້ນສຸດລົງໃນເດືອນມັງກອນປີກາຍນີ້ ສະມາຊິກສະພາຕ່ຳຈາກພັກຣີພັບບລີກັນ 10 ທ່ານ ໄດ້ເຂົ້າຮ່ວມກັບບັນດາສະ ມາຊິກພັກເດໂມແຄຣັດທັງໝົດ ໃນການລົງຄະແນນສຽງເພື່ອຟ້ອງຮ້ອງຕໍ່ທ່ານ ທຣຳ ສຳລັບຂໍ້ຫາປຸກລະດົມການກໍ່ຈະລາຈົນໃນວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະ ສະພາສະຫະລັດ ຫຼື Capitol.

ດົນກວ່ານຶ່ງປີເຄິ່ງຜ່ານມາ ແລະຫຼັງຈາກການ​ວິ​ຈານ​ສຽດ​ສີຢ່າງ​ຮຸນ​ແຮງ ທີ່ແນເປົ້າໃສ່ບັນດາສະ​ມາ​ຊິກພັກຣີພັບບລີກັນ ຜູ້ທີ່ກ້າຄັດຄ້ານຕໍ່ທ່ານນັ້ນ ທ່ານທຣຳ ກໍໄດ້ເອົາມາດຕະການແກ້ແຄ້ນຄືນຕໍ່ພວກເຂົາເຈົ້າ.

ສີ່ໃນສິບຄົນ​ຂອງສະມາຊິກສະພາດັ່ງກ່າວ ຜູ້ທີ່ໄດ້ລົງຄະແນນສຽງຟ້ອງຮ້ອງ ທ່ານ ທຣຳ ນັ້ນ ໄດ້ເລືອກທີ່ຈະອອກກິນເບ້ຍບຳນານເມື່ອວາລະການດຳລົງຕຳ ແໜ່ງຂອງພວກເຂົາເຈົ້າສິ້ນສຸດລົງໃນເດືອນມັງກອນປີໜ້າ ແທນທີ່ວ່າຈະປະເຊີນກັບພວກຜູ້ສະໝັກທີ່ໜູນຫຼັງໂດຍທ່ານທຣຳ ໃນການເລືອກຕັ້ງຂັ້ນຕົ້ນພາຍໃນພັກທີ່ອາດຈະຍາກລຳບາກ. ພ້ອມກັນນັ້ນ ອີກສີ່ຄົນກໍໄດ້ຜ່າຍແພ້ໃນການປະເຊີນໜ້າກັນພາຍໃນພັກ ໃຫ້ແກ່ພວກທີ່ທ້າຊິງເອົາຕຳແໜ່ງທີ່ທ່ານ ທຣຳ ໄດ້ຮັບຮອງເອົາ ເມື່ອສອງສາມເດືອນມານີ້ ສະນັ້ນພວກເຂົາເຈົ້າກໍຈະອອກໄປຈາກລັດຖະສະພາ ເຊັ່ນກັນ. ພຽງແຕ່ສອງຄົນໃນສິບທີ່ຍັງເຫຼືອ ກໍຈະກ້າວເຂົ້າສູ່ການຍາດຊິງເອົາຕຳແໜ່ງອີກນຶ່ງສະໄໝໄລຍະສອງປີ ໃນການ ເລືອກຕັ້ງໃຫຍ່ຂອງເດືອນພະຈິກ ສູ້ກັບຄູ່ແຂ່ງຈາກພັກເດໂມແຄຣັດ.

ທ່ານທຣຳ ແມ່ນພໍໃຈຫຼາຍກັບໄຊຊະນະຂອງຕົນ ຫຼັງຈາກທີ່ຝ່າຍຄ້ານຂອງ ທ່ານຜູ້ທີ່ຕ້ອງຕິທ່ານຫຼາຍທີ່ສຸດກໍຄື ທ່ານນາງ ລີສ ເຊນນີ (Liz Cheney) ສະມາຊິກສະພາຕ່ຳພັກຣີພັບບລີກັນ ໃນລັດວາຍໂອມິງ ທີ່​ຕັ້ງ​ຢູ່ພາກຕາເວັນຕົກຂອງປະເທດ ໄດ້ຜ່າຍແພ້ຢ່າງຄັກແນ່ເມື່ອວັນອັງຄານຜ່ານ ມານີ້ ໃນການເລືອກຕັ້ງຂັ້ນຕົ້ນ ໂດຍທ່ານນາງ ແຮຣີເອັຕ ເຮກແມນ ຜູ້ສະໝັກທີ່ທ່ານທຣຳໃຫ້ການສະໜັບສະໜູນ. ທ່ານນາງ ເຮກແມນ ໄດ້ຮັບເອົາການກ່າວອ້າງຂອງທ່ານທຣຳ ທີ່ວ່າ ທ່ານໄດ້ຖືກສໍ້ໂກງເອົາຕຳແໜ່ງອີກນຶ່ງສະໄໝໄລຍະສີ່ປີ.

ທ່ານນາງເຊນນີ ມີບົດບາດທີ່ສຳຄັນໃນການສືບສວນສອບສວນຂອງສະພາຕ່ຳ ໃນການກໍ່ຈະລາຈົນເມື່ອວັນທີ 6 ມັງກອນຢູ່ທີ່ຫໍລັດຖະສະພາ ແລະຄວາມພະ ຍາຍາມຂອງງທ່ານທຣຳ ໃນສອງສາມອາທິດຫຼັງຈາກການເລືອກຕັ້ງໃນເດືອນ ພະຈິກ ປີ 2020 ທີ່ທ່ານໄດ້ຜ່າຍແພ້ນັ້ນ ເພື່ອທີ່ຈະພິກປີ້ນຜົນທີ່ຄະ​ແນນ ທີ່ເຫັນວ່າ ທ່ານໄດ້ຜ່າຍແພ້ໃຫ້ແກ່ຜູ້ສະໝັກຂອງພັກເດໂມແຄຣັດ ປະທານາທິ ບໍດີ ໂຈ ໄບເດັນ.

ຫຼັງຈາກທີ່ທ່ານນາງ ເຊນີ ໄດ້ເສຍໄຊດ້ວຍຄະ​ແນນ​ຫ່າງຫຼາຍກວ່າສິບ​ຄະ​ແນນ ນັ້ນ, ທ່ານ ທຣຳ ໄດ້ກ່າວວ່າຢູ່ໃນສື່ສັງຄົມຂອງທ່ານທີ່ເອີ້ນວ່າ Truth Social ວ່າ “ນີ້ເປັນຜົນທີ່ມະຫັດສະຈັນສຳລັບອາເມຣິກາ ແລະເປັນການຕ້ອງຕິຄືນຢ່າງ ເຕັມສ່ວນຕໍ່​ກຸ່ມຂອງຄະນກຳມະການທີ່ບໍ່ໄດ້ຖືກເລືອກ ແລະ ພວກອັນຕະ ພານທາງການເມືອງ” ທີ່​ທຳ​ການສືບສວນການກໍ່ຈະລາຈົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG