ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ຕຳໜິ ທ່ານນາງລີສ ເຊນນີ ຕົກຈາກຕຳແໜ່ງໃນການເລືອກຕັ້ງ ຂັ້ນຕົ້ນຂອງສະຫະລັດ ແຕ່ ທ່ານນາງເມີຄອບສກີ ລອດໄປໄດ້


ຜູ້ສະໝັກຈາກພັກຣີພັບບລີກັນ ທ່ານນາງລີສ ເຊນນີ ສະມາຊິກສະພາຕ່ຳ ສະຫະລັດ ໂບກມື ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຂອງທ່ານນາງ ໃນແລງຂອງງານປາຕີ ຢູ່ທີ່ເມືອງແຈັກສັນ ລັດວາຍໂອມິງ ຂອງສະຫະລັດ, ວັນທີ 16 ສິງຫາ 2022.
ຜູ້ສະໝັກຈາກພັກຣີພັບບລີກັນ ທ່ານນາງລີສ ເຊນນີ ສະມາຊິກສະພາຕ່ຳ ສະຫະລັດ ໂບກມື ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຂອງທ່ານນາງ ໃນແລງຂອງງານປາຕີ ຢູ່ທີ່ເມືອງແຈັກສັນ ລັດວາຍໂອມິງ ຂອງສະຫະລັດ, ວັນທີ 16 ສິງຫາ 2022.

ສະມາຊິກສະພາຕ່ຳສະຫະລັດ ທ່ານນາງລີສ ເຊນນີ (Liz Cheney) ຜູ້ທີ່ຕ້ອງຕິທ່ານ ດໍໂນລ ທຣຳ ຢ່າງ​ຮຸນ​ແຮງແລະເປັນຜູ້ທີ່ມີບົດບາດສຳຄັນໃນ ການກວດສອບການບຸກເຂົ້າໄປຫໍລັດຖະສະພາໃນວັນທີ 6 ມັງກອນ ຂອງ ຄະນະກຳມະການຂອງສະພາຕ່ຳນັ້ນ ໄດ້ຜ່າຍແພ້ການເລືອກຕັ້ງຂັ້ນຕົ້ນຕໍ່ຜູ້ທ້າ ຊິງຕຳແໜ່ງທີ່ໄດ້ຮັບການສະໜັບສະໜຸນໂດຍທ່ານທຣຳ ໃນລັດວາຍໂອມິງ ເມື່ອວັນອັງຄານວານນີ້.

ແຕ່ສະມາຊິກສະພາສູງ ທ່ານນາງລີຊາ ເມີຄອບສກີ (Lisa Murkowski) ສັງກັດພັກຣີພັບບລີກັນອີກຄົນນຶ່ງ ຜູ້ທີ່ໄດ້ຄັດຄ້ານຕໍ່ອະດີດປະທານາທິບໍດີ ກໍໄດ້ຜ່ານຜ່າອຸປະສັກໄປໄດ້ຢູ່ໃນລັດອາລາສກາ. ທ່ານນາງ ມີກຳນົດຈະ ປະເຊີນກັບຜູ້ທ້າຊິງທ່ານນາງ ແຄລລີ ຊີບາກາ (Kelly Tshibaka) ຜູ້ທີ່ຖືກ ຮັບຮອງໂດຍທ່ານທຣຳ ໃນການເລືອກຕັ້ງສະມາຊິກສະພາໃນວັນທີ 8 ເດືອນພະຈິກນີ້ ຂະນະດຽວກັນ ຜູ້ສະໝັກສອງຄົນກໍໄດ້ຜ່ານການເລືອກຕັ້ງຂັ້ນ ຕົ້ນທີ່ບໍ່ມີພັກຝ່າຍໃດຝ່າຍນຶ່ງຢູ່ໃນລັດນີ້.

ຄວາມຜ່າຍແພ້ຂອງທ່ານນາງເຊນນີ ໃຫ້ທ່ານນາງແຮຣີເອັຕ ເຮັກແມນ (Harriet Hageman) ທີ່ໄດ້ຖືກຮັບຮອງໂດຍທ່ານທຣຳ ເປັນຂີດໝາຍຂອງໄຊຊະນະທີ່ສຳຄັນສຳລັບອະດີດປະທານາທິບໍດີ ໃນການປຸກລະດົມເພື່ອໂຄ່ນລົ້ມ ພວກສະມາຊິກສັງກັດພັກຣີພັບບລີກັນ ຜູ້ທີ່ໄດ້ສະໜັບສະໜຸນການຟ້ອງຮ້ອງ ທ່ານ ຫຼັງຈາກກຸ່ມພວກທີ່ສະໜັບສະໜຸນທ່ານ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ເມື່ອປີກາຍນີ້.

ການປະກາດຍອມແພ້ໃນການແຂ່ງຂັນນັ້ນ ທ່ານນາງເຊນນີ ໄດ້ກ່າວວ່າ ທ່ານນາງບໍ່ເຕັມໃຈທີ່ຈະ “ເຮັດຕາມຄຳຫຼອກລວງຂອງປະທານາທິບໍດີ ທຣຳ ກ່ຽວກັບ ການເລືອກຕັ້ງປີ 2020” ເພື່ອເອົາຊະນະການເລືອກຕັ້ງຂັ້ນຕົ້ນ.

ທ່ານນາງໄດ້ກ່າວຕໍ່ພວກທີ່ສະໜັບສະໜຸນທ່ານວ່າ “ມັນກໍຕ້ອງບັງຄັບໃຫ້ ຂ້ອຍອະນຸຍາດຄວາມພະຍາຍາມຂອງລາວ ທີ່ຈະມ້າງເພລະບົບປະຊາທິ ປະໄຕຂອງພວກເຮົາ ແລະໂຈມຕີພື້ນຖານດ້ານສາທາລະນະລັດຂອງພວກເຮົາ. ອັນນັ້ນເປັນເສັ້ນທາງທີ່ຂ້ອຍບໍ່ສາມາດ ແລະບໍ່ຄວນເຮັດ.”

ໂດຍທີ່ຄາດກັນວ່າ ບັດເລືອກຕັ້ງໄດ້ຖືກນັບ 99 ເປີເຊັນແລ້ວຢູ່ໃນລັດ ວາຍໂອມິງ ທ່ານນາງແຮຣີເອັຕ ໄດ້ນຳໜ້າໝູ່ຂອງພັກຣີພັບບລີກັນ ໂດຍຕາມຫຼັງມາດ້ວຍຜູ້ທີ່ໄດ້ຮັບຄະແນນສຽງ 66.3 ເປີເຊັນ ແລະທ່ານນາງ ເຊນນີ ໄດ້ຮັບ 28.9 ເປີເຊັນ ອີງຕາມອົງການ Edison Research ຊຶ່ງເປັນກຸ່ມຕິດຕາມເບິ່ງການເລືອກຕັ້ງ.

ຜົນການເລືອກຕັ້ງຢູ່ໃນລັດອາລາສກາ ແມ່ນບໍ່ມີຜູ້ຊະນະທີ່ຊັດເຈນເລີຍ.

ໂດຍທີ່ຄາດກັນວ່າ ການນັບບັດເລືອກຕັ້ງໄດ້ 72 ເປີເຊັນ ສະແດງໃຫ້ເຫັນວ່າ ທ່ານນາງເມີຄອບສກີ ນຳໜ້າໝູ່ຢ່າງຫວຸດຫວິດ ດ້ວຍຄະແນນ 42.7 ເປີເຊັນ ຕາມຫຼັງມາດ້ວຍ ທ່ານນາງຊີບາກາ ດ້ວຍຄະແນນສຽງ 41.4 ເປີເຊັນ ແລະທ່ານນາງ ປາທຣິເຊຍ ແຈັສໂບຣ (Patricia Chesbro) ດ້ວຍຄະແນນສຽງ 6.2 ເປີເຊັນ ອີງຕາມອົງການ Edison ດັ່ງກ່າວ. ການເລືອກຕັ້ງຂັ້ນຕົ້ນແບບທີ່ບໍ່ມີພັກຝ່າຍໃດຝ່າຍນຶ່ງ ຢູ່ໃນລັດນີ້ ແມ່ນໄດ້ຄັດເລືອກອອກທັງໝົດ ຫາກຈົ່ງໄວ້ແຕ່ຜູ້ໄດ້ຮັບຄະແນນສູງສຸດ ສີ່ຄົນເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG