ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ: ສະ​ມາ​ຊິກ​ສະ​ພາ ທີ່ກວດ​ສອບ ການເງິນ ຂອງ​ຂ້າ​ພະ​ເຈົ້າແມ່ນ "ບ້າ"


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກອດ​ທຸງ​ຊາດ ໃນ​ຂະ​ນະ​ທີ່​ທ່ານ ເດີນ​ທາງ​ຮອດກອງ​ປະ​ຊຸມ​ດຳ​ເນີນ​ການ​ເມືອງ​ອະ​ນຸ​ລັກ​ນິ​ຍົມ, ເມືອງ ອັອກ​ຊັອນ ຮິ​ລ, ລັດ ແມ​ຣີ​ແລນ. 2 ມີ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກອດ​ທຸງ​ຊາດ ໃນ​ຂະ​ນະ​ທີ່​ທ່ານ ເດີນ​ທາງ​ຮອດກອງ​ປະ​ຊຸມ​ດຳ​ເນີນ​ການ​ເມືອງ​ອະ​ນຸ​ລັກ​ນິ​ຍົມ, ເມືອງ ອັອກ​ຊັອນ ຮິ​ລ, ລັດ ແມ​ຣີ​ແລນ. 2 ມີ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ຟັງ​ທີ່​ເປັນ​ມິດ​ໃນ
ວັນເສົາວານນີ້ ທີ່ກອງປະຊຸມການດຳເນີນການເມືອງອະນຸລັກນິຍົມ ປະຈຳປີ, ສະຫຼຸບ
ສັບປະດາທີ່ສັບສົນວຸ້ນວາຍ ທີ່ເນັ້ນໃຫ້ເຫັນການເຈລະຈາທີ່ປະສົບຄວາມລົ້ມແຫຼວ
ໃນກອງປະຊຸມສຸດຍອດກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ການໃຫ້ປາກ
ຄຳຕຳໜິວິຈານຕໍ່ລັດຖະສະພາ ໂດຍອະດີດທະນາຍຄວາມສ່ວນຕົວ ທ່ານ ໄມເກິລ
ໂຄເຮັນ.

ຕາມ​ທີ່​ຄາດ​ໄວ້, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ເປັນ​ຈຸດ​ປ່ຽນ​ຄວາມ​ສົນ​ໃຈ​ສຳ​ລັບ​ທ່ານ ທຣຳ,
ໃນຂະນະທີ່ການສືບສວນສອບສວນຂອງໄອຍະການພິເສດທ່ານ ໂຣເບີດ ມອລເລີ
ກ່ຽວກັບ ຄວາມເປັນໄປໄດ້ໃນການລວມຫົວກັບ ຣັດເຊຍ ຂອງການໂຄສະນາຫາສຽງ
ຂອງທ່ານ ທຣຳ ນັ້ນປາກົດວ່າ ໄດ້ມາເຖິງຈຸດສະຫຼຸບແລ້ວ.

ທ່ານ ທ​ຣຳ ໄດ້​ກ່າວ​ຫາ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ທ່ານ ອາ​ດຳ ຊິ​ຟ
ແລະ ສະມາຊິກສະພາສູງຄົນອື່ນໆທີ່ບໍ່ບອກຊື່ ແລະ ສະມາຊິກສະພາຕ່ຳບາງຄົນ”
ກ່ຽວກັບ ການປ່ຽນຈຸດເພັ່ງເລັງຂອງເຂົາເຈົ້າຈາກການສອບສວນຂອງທ່ານ ໂຣເບີດ
ມອລເລີ ທີ່ທ່ານໄດ້ອະທິບາຍວ່າ “ສິ່ງແປກປອມນີ້ ທີ່ຕອນນີ້ເບິ່ງຄືວ່າມັນກຳລັງຈະ
ຕາຍໄປ”, ຕໍ່ການສືບສວນສອບສວນໃນເລື່ອງການເງິນຂອງທ່ານ.

ທ່ານ​ໄດ້​ກ່າວ​ວ່າ “ສະ​ນັ້ນ​ເຂົາ​ເຈົ້າ​ບໍ່​ໄດ້​ມີຫຼັກ​ຖານ​ຫຍັງ ກ່ຽວ​ກັບ ຣັດ​ເຊຍ. ມັນ​ບໍ່​ມີ​ການ
ລວມຫົວກັນ. ສະນັ້ນເຂົາເຈົ້າປ່ຽນໄປຫາການກວດສອບທຸກໆເລື່ອງທີ່ລາວເຄີຍໄດ້
ເຮັດ. ພວກເຮົາຈະໄປກວດເບິ່ງການເງິນຂອງລາວ. ພວກເຮົາຈະໄປກວດເບິ່ງຂໍ້ຕົກ
ລົງຕ່າງໆຂອງລາວ. ຄົນພວກນີ້ມັນບ້າ.”

ທ່ານ ທ​ຣຳ ໄດ້​ຖືກ​ຍົກ​ຍ້ອງ​ຢູ່ກອງ​ປະ​ຊຸມ​ດັ່ງ​ກ່າວ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ການ​ຕໍ່​ສູ້​ເລື່ອງ
ຄົນເຂົ້າເມືອງຜິດກົດໝາຍ, ການສະເໜີຊື່ຜູ້ພິພາກສາອະນຸລັກນິຍົມ ແລະ ຈຳກັດອິດ
ທິພົນຂອງລັດຖະບານກາງ.

ທ່ານ ທ​ຣຳ ໄດ້​ກ່າວ​ຍົກ​ຍ້ອງ​ຄືນ, ຊົມ​ເຊີຍ​ຜູ້​ຈັດ​ກອງ​ປະ​ຊຸມ ແລະ ຜູ້​ເຂົ້າ​ຮ່ວມ​ສຳ​ລັບ
“ການເປັນແຖວໜ້າຂອງການປົກປ້ອງຜົນປະໂຫຍດຂອງ ອາເມຣິກາ, ປົກປ້ອງຄຸນ
ຄ່າຂອງ ອາເມຣິກາ, ແລະ ນຳເອົາສົມບັນທີ່ລ້ຳຄ່າຂອງປະເທດຂອງພວກເຮົາກັບ
ຄືນມາ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເວົ້າ ກ່ຽວ​ກັບ ສົງ​ຄາມ​ການ​ຄ້າ​ກັບ ຈີນ ແລະ ຫົວ​ຂໍ້​ອື່ນໆ​ໃນ
ລະຫວ່າງຄຳປາໄສທີ່ບໍ່ມີຈຸດປະສົງ ແລະ ຍາວຂອງທ່ານນັ້ນ. ທ່ານບໍ່ໄດ້ບັນຍາຍ
ກ່ຽວກັບ ຄວາມລົ້ມແຫຼວຂອງກອງປະຊຸມສຸດຍອດໃນທິດນີ້ກັບ ຜູ້ນຳ ເກົາຫຼີເໜືອ
ທ່ານ ກິມ ຢູ່ປະເທດ ຫວຽດນາມ, ນອກຈາກເວົ້າວ່າ ພຽງຢາງ ມີອະນາຄົດທາງເສດ
ຖະກິດທີ່ສົດໄສ ຖ້າປະສະຈາກອາວຸດນິວເຄລຍ ແລະ ທ່ານຈະຊ່ວຍໃຫ້ປະເທດ
ອື່ນໆ ນຳເອົາການຊ່ວຍເຫຼືອໄປໃຫ້ປະເທດດັ່ງກ່າວ ຖ້າ “ມັນໄດ້ຜົນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG