ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣໍາສັ່ງໃຫ້ ຊັກທຸງລົງເຄິ່ງເສົາ ເພື່ອລະນຶກ ເຖິງຊາວອາເມຣິກັນ ທີ່ເສຍຊີວິດຍ້ອນ COVID-19


ປະທານາທິບໍດີທຣໍາ ກ່າວຄໍາປາໄສ ໃນຂະນະທີ່ທ່ານ ຢ້ຽມຢາມ ໂຮງງານເຮັດເຄື່ອງອາໄຫລ່ ລົດ Ford ໃນເມືອງ Rawsonville ທີ່ຖືກດັດປ່ຽນມາເປັນບ່ອນຜະລິດເຄື່ອງປ້ອງກັນຕົນເອງ ແລະ ອຸປະກອນການແພດ ໃນວັນທີ 21 ພຶດສະພາ, 2020 ຢູ່ລັດມິຊິແກນ (AP Photo/Alex Brandon)
ປະທານາທິບໍດີທຣໍາ ກ່າວຄໍາປາໄສ ໃນຂະນະທີ່ທ່ານ ຢ້ຽມຢາມ ໂຮງງານເຮັດເຄື່ອງອາໄຫລ່ ລົດ Ford ໃນເມືອງ Rawsonville ທີ່ຖືກດັດປ່ຽນມາເປັນບ່ອນຜະລິດເຄື່ອງປ້ອງກັນຕົນເອງ ແລະ ອຸປະກອນການແພດ ໃນວັນທີ 21 ພຶດສະພາ, 2020 ຢູ່ລັດມິຊິແກນ (AP Photo/Alex Brandon)

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ສັ່ງໃຫ້ຊັກທຸງລົງໄວ້ເຄິ່ງເສົາຢູ່ໃນຕຶກ ອາຄານຕ່າງໆຂອງລັດຖະບານກາງແລະອານຸສາວະລີທັງຫລາຍ ເປັນ ເວລາ 3 ວັນ ຕໍ່ໜ້ານີ້ ເພື່ອລະນຶກເຖິງຊາວອາເມຣິກັນທຸກຄົນ ທີ່ເສຍຊີວິດໄປ ຍ້ອນໄວຣັສໂຄໂຣນາ.

ທ່ານໄດ້ປະກາດ ໃນຕອນແລງຂອງວັນພະຫັດວານນີ້ ຢູ່ໃນທວີດເຕີ ໃນຂະນະ ດຽວກັນທ່ານກໍເວົ້າວ່າ ການຊັກທຸງລົງເຄິ່ງເສົາໃນວັນຈັນຈະມາເຖິງນີ້ແມ່ນເພື່ອ ໃຫ້ກຽດແກ່ທະຫານຮັບໃຊ້ຊາດທັງຍິງ ແລະຊາຍ “ຜູ້ທີ່ໄດ້ເສຍລະຫລະຫລາຍທີ່ ສຸດເພື່ອຊາດຂອງພວກເຮົາ” ໃນຂະນະທີ່ປະເທດກໍາລັງສະຫຼອງວັນລະນຶກເຖິງ ນັກລົບຜູ້ເສຍຊີວິດໄປໃນສົງຄາມ.

ໃນຂະນະດຽວກັນ ຫົວໜ້າພະແນກຍຸຕິທໍາຂອງລັດມີຊິແກນເວົ້າວ່າ ທ່ານທຣໍາ ອາດຈະບໍ່ຖືກເຊື້ອເຊີນໃຫ້ກັບໄປລັດດັ່ງກ່າວອີກ ຖ້າຫາກທ່ານປະຕິເສດບໍ່ຍອມ ໃສ່ໜ້າກາກປິດປາກຢູ່ໃນສະຖານທີ່ສາທາລະນະ.

ທ່ານ ທຣໍາໄດ້ໄປຢ້ຽມຢາມໂຮງງານຜະລິດລົດຝອດ (Ford) ຢູ່ໃກ້ກັບນະຄອນດີທຣອຍ ທີ່ໄດ້ຖືກດັດປ່ຽນມາເປັນໂຮງງານຜະລິດເຄື່ອງຊ່ວຍຫັນໃຈ.

ບັນດາຜູ້ບໍລິຫານທຸກຄົນ ຂອງບໍລິດສັດຜະລິດລົດຝອດ (Ford) ທີ່ນໍາພາທ່ານ ທຣໍາໄປຊົມພາກສ່ວນຕ່າງໆຢູ່ໃນໂຮງງານແມ່ນລ້ວນແຕ່ພາກັນໃສ່ໜ້າກາກປິດ ປາກໄວ້ໝົດ. ແຕ່ວ່າ ທ່ານ ທຣໍາ, ດັ່ງທີ່ທ່ານໄດ້ເຮັດມາໂດຍຕະຫລອດ, ປະຕິ ເສດບໍ່ຍອມໃສ່ມັນ.

ຫົວໜ້າພະແນກຍຸຕິທໍາຂອງລັດມິຊິແກນ ທ່ານນາງ ດານາ ແນສແຊລ (Dana Nessel) ເວົ້າວ່າ ມັນບໍ່ພຽງແຕ່ເປັນນະໂຍບາຍຂອງບໍລິດສັດຜະລິດລົດຝອດ ຫລື Ford Motors ເທົ່ານັ້ນ ທີ່ແຂກທຸກຄົນທີ່ເຂົ້າໄປໂຮງງານຂອງຕົນຕ້ອງ ໄດ້ໃສ່ໜ້າກາກປິດປາກໝົດ ມັນຍັງແມ່ນກົດໝາຍ ຂອງລັດອີກ.

“ທ່ານຈະຖືກບອກວ່າບໍ່ໃຫ້ກັບມາຫາສະຖານທີ່ໃດໆ ທີ່ເປັນຕຶກຢູ່ໃນລັດຂອງ ພວກເຮົາ…ພວກເຮົາຕ້ອງໄດ້ກະທໍາການ” ຕໍ່ບໍລິສັດໃດກໍຕາມ ທີ່ອະນຸຍາດ ໃຫ້ເຮັດແບບນັ້ນອີກໃນອະນາຄົດ,” ນັ້ນຄືຄໍາເວົ້າຂອງທ່ານນາງແນສແຊລ.

ເມື່ອຖືກຖາມວ່າ ຖ້າທ່ານທຣໍາຖືກບອກວ່າ ການບໍ່ໃສ່ໜ້າກາກປິດປາກເປັນ ເລື້ອງທີ່ບໍ່ຍອມຮັບເອົາໄດ້ຢູ່ໃນໂຮງງານນີ້ເດ່, ທ່ານບີລ ຝອດ (Bill Ford), ປະທານບໍລິຫານຂອງບໍລິສັດຝອດເວົ້າວ່າ “ສຸດແລ້ວແຕ່ເພິ່ນ.”

ທ່ານ ທຣໍາໄດ້ກ່າວອ້າງວ່າ ທ່ານໄດ້ໃສ່ໜ້າກາກປິດປາກ ໃນຕອນທີ່ພວກນັກ ຂ່າວບໍ່ເຫັນ ເພາະວ່າທ່ານບໍ່ຢາກໃຫ້ພວກຂ່າວດີໃຈທີ່ໄດ້ເຫັນທ່ານເຮັດແນວນັ້ນ.

ມີລາຍງານວ່າ ທ່ານ ປະທານາທິບໍດີໄດ້ບອກພວກທີ່ປຶກສາຢູ່ທໍານຽບຂາວວ່າ ທ່ານບໍ່ຢາກໃສ່ໜ້າກາກປິດປາກ ຢູ່ບ່ອນສາທາລະນະ ເພາະວ່າມັນເຮັດໃຫ້ ທ່ານເບິ່ງແລ້ວເປັນແປກໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG