ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ກຳ​ລັງກ້ຽວ​ກ່ອມ ​ກຸ່ມ​ນັບ​ຖື​ສາ​ສະ​ໜາ ​ຄ​ຣິ​ສ​ຕຽນ ເພື່ອ​ຮັບ​ປະ​ກັນ​ ການ​ຖືກ​ເລືອກ​ໃຫ້​ເປັນ ປະ​ທານ​າ​ທິ​ບໍ​ດີ ຄືນ​ອີກ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ປ້າຍ ທີ່​ຜູ້​ສະ​ໜັບ​ສະ​ໜຸນ​ຄົນ​ນຶ່ງມອບ​ໃຫ້​ທ່ານ ​ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ​ສຳ​ລັບ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິນ​ຕຽນ ຢູ່​ທີ່ໂບດ King Jesus International Ministry, ວັນ​ທີ 3 ມັງ​ກອນ 2020,ໃນ​ເມືອງ​ໄມ​ອາ​ມີ ລັດ​ຟ​ລໍ​ຣີ​ດາ​.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ປ້າຍ ທີ່​ຜູ້​ສະ​ໜັບ​ສະ​ໜຸນ​ຄົນ​ນຶ່ງມອບ​ໃຫ້​ທ່ານ ​ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ ​ສຳ​ລັບ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິນ​ຕຽນ ຢູ່​ທີ່ໂບດ King Jesus International Ministry, ວັນ​ທີ 3 ມັງ​ກອນ 2020,ໃນ​ເມືອງ​ໄມ​ອາ​ມີ ລັດ​ຟ​ລໍ​ຣີ​ດາ​.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເລີ້ມສ້າງ​ສຳ​ພັນ​ທະ​ມິດ​ໃໝ່ ເພື່ອ​ຮັບ​ປະ​ກັນ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ ຂອງ​ພວກນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ​ສຳ​ລັບ​ການ​ເລືອກ​ຕັ້ງ​ທ່ານ​ຄືນອີກ ໃນ​ການ​ກ່າວ​ຄຳ​ປາ​ໄສ ແບບ​ປຸກ​ລະ​ດົມ ຕໍ່​ໜ້າ ພວກ​ຊາວ​ຄ​ຣິ​ສ​ຕຽນຫຼາຍ​ພັນ​ຄົນ​ທີ່​ກຳ​ລັງ​ຮ້ອງ​ເຊຍ ຢູ່​ໃນ​ໂບດ​ໃຫຍ່​ທີ່​ເມືອງ​ໄມ​ອາ​ມີ ລັດ​ຟ​ລໍ​ຣີ​ດາ ໃນ​ວັນ​ສຸກ​ຜ່ານ​ມານີ້.

ທ່ານ​ທ​ຣຳ ໄດ້​ກ່າວ​ຢູ່​ໃນ​ໂບດ King Jesus International Ministry ວ່າ “ພວກ​ເຮົາ​ມີ​ພະ​ເຈົ້າ​ຢູ່​ຝ່າຍ​ພວກ​ເຮົາ” ຊຶ່ງໂບດແຫ່ງນີ້​ ​ເປັນ​ຂອງຊາວອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາ​ຕິນ ໂດຍ​ສ່ວນ​ໃຫຍ່​ ທີ່​ຍັງ​ເອີ້ນ​ເປັນ​ຊື່​ໃນ​ພາ​ສາ​ສະ​ເປນ​ວ່າ Ministerio Internacional El Rey Jesus.

ຄະ​ນະ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ດັ່ງ​ກ່າວ ເປັນ​ໂບດ​ທີ່​ໃຫຍ່​ທີ່​ສຸດແຫ່ງ​ນຶ່ງ​ຂອງ​ຊາວ​ອາ​ເມ​ຣິ​ກາ​ລາ​ຕິນ ໃນ​ສະ​ຫະ​ລັດ. ການ​ຊຸມ​ນຸມ​ຂອງ​ທ່ານ​ທ​ຣຳ ຢູ່​ນະ​ທີ່ນັ້ນ ກໍ​ໄດ້​ຖືກຍອມ​ຮັບ​ຮູ້​ກັນ​ເຖິງ​ພະ​ລັງ​ອຳ​ນາດ​ຂອງ​ກຸ່ມ​ພວກ​ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ແລະ​ກຸ່ມ​ພວກ​ຊາວ​ລາ​ຕິນ ທີ່​ມີ​ສິດ​ອອກ​ສຽງ ໃນ​ຂະ​ນະ​ທີ່​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ພະ​ຍາ​ຍາມ​ທີ່​ຈະ​ດຶງ​ດູດ​ເອົາ​ການ​ສະ​ໜັບ​ສະ​ໜຸນ ກ່ອນ​ໜ້າ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ໃນ​ເດືອນພະ​ຈິກ ຈະ​ມາ​ເຖິງນີ້. ພວກ​ມີ​ສິດ​ເລືອກ​ຕັ້ງ​ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ປະ​ກອບ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຖານ​ສຽງ​ສະ​ໜັບ​ສະ​ໜຸນຂອງ​ທ່ານ​ທ​ຣຳ ​ທີ່​ໃຫຍ່ພໍ​ສົມ​ຄວນ ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2016 ແລະ​ອາດ​ຈະ​ແຜ້ວ​ທາງ​ໄປ​ສູ່​ການ​ຮັບ​ປະ​ກັນ​ວ່າ ​ການ​ຖືກ​ເລືອກ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ຄືນ​ອີກ ໃນ​ປີ 2020.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກໍ​ໄດ້​ກ່າວ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ຫົວ​ຂໍ້​ທີ່ເຄີຍ​ໄດ້​ຍິນ​ກັນ​ມາ​ ໂດຍ​ການ​ກ່າວ​ໂອ້ອວດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຕ່າງໆ ທີ່​ສືບ​ຕໍ່ຊຸກ​ຍູ້​ໂຄງ​ການຕ່າງໆຂອງ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ທີ່​ປະ​ກອບ​ດ້ວຍ ການ​ຈຳ​ກັນ​ການ​ແທ້ງ​ລູກ ການ​ແຕ່ງ​ຕັ້ງ​ບັນ​ດາ​ຜູ້​ພິ​ພາກ​ສາ​ຫົວ​ອາ​ນຸ​ລັກ​ນິ​ຍົມ ແລະ​ຄຳ​ສັ່ງ​ຝ່າຍ​ບໍ​ລິ​ຫານ​ຂອງ​ທ່ານ ເມື່ອບໍ່​ດົນ​ມານີ້ ທີ່​ເລື່ອນ​ເວ​ລາ​ອອກ​ໄປ ສຳ​ລັບກົດ​ໝາຍ​ການ​ປົກ​ປ້ອງ​ສິດ​ທິ​ພົນ​ລະ​ເຮືອນ ​ແກ່​ຊາວ​ຢິວ ທີ່​ເອີ້ນ​ວ່າ Tiltle VI. ກົດ​ໝາຍສິດ​ທິ​ພົນ​ລະ​ເຮືອນ ​ຂອງ​ປີ 1964 ຫ້າມ​ການ​ຈຳ​ແນກ ບົນ​ພື້ນ​ຖານ​ຂອງ​ເຊື້ອ​ຊາດ ສີ​ພິວ ແລະຊາດ​ກຳ​ເນີດ ໃນ​ອົງ​ການ​ຈັດ​ຕັ້ງ​ທັງຫຼາຍ ທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບາ​ນ ທີ່​ລວມ​ທັງ ວິ​ທະ​ຍາ​ໄລ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG