ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Neil Gorsuch ເລີ່ມຖືກພິຈາລະນາ ເຂົ້າຮັບຕຳແໜ່ງ ຜູ້ພິພາສາສານສູງສຸດ


ຜູ້ຖືກສະເໜີຊື່ຮັບຕຳແໜ່ງໃນສານສູງສຸດທ່ານ Neil Gorsuch ເດີນທາງຮອດສະຖານທີ່ປະຊຸມກັບສະມາຊິກສະພາສູງ ທ່ານນາງ Susan Collins, ລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 9 ກຸມພາ, 2017.
ຜູ້ຖືກສະເໜີຊື່ຮັບຕຳແໜ່ງໃນສານສູງສຸດທ່ານ Neil Gorsuch ເດີນທາງຮອດສະຖານທີ່ປະຊຸມກັບສະມາຊິກສະພາສູງ ທ່ານນາງ Susan Collins, ລັດຖະສະພາ Capitol Hill, ນະຄອນຫຼວງ ວໍຊິງຕັນ. 9 ກຸມພາ, 2017.

ທ່ານ Neil Gorsuch ທີ່ຖືກສະເໜີຊື່​ໃຫ້​ເຂົ້າຮັບຕຳແໜ່ງ​ເປັນ​ຜູ້​ພິພາກສາສານສູງສຸດ​
ໂດຍ ປະທານາທິບໍດີ ດໍໂນລ ທຣຳ, ຈະໄດ້ກາຍ ເປັນຈຸດສົນໃຈ ຂອງປະຊາຊົນ ໃນວັນ
ຈັນທີ​ 20 ທີ່ຈະມາເຖິງນີ້ ເມື່ອຄະນະກຳມະການຕຸລາການສະພາສູງເລີ່ມການພິຈາລະ
ນາຮອງຮັບ​ເອົາ​ການ​ແຕ່ງຕັ້ງທ່ານ. ທ່ານ Gorsuch ແມ່ນຜູ້ພິພາກສາຫົວອະນຸລັກນິ
ຍົມມາໂດຍຕະຫຼອດ ຜູ້ທີ່ໄດ້ຮັບການສະໜັບສະໜູນຢ່າງແຂງແກ່ນໃນສະພາສູງ. ແຕ່
ບັນດາສະມາຊິກຝ່າຍຄ້ານ ພັກເດໂມແຄຣັດ ຫຼາຍຄົນ ແມ່ນກຳລັງກຽມພ້ອມ ຄຳຖາມ
ທີ່​ຍາກໆຫຼາຍຂໍ້ໃນເວລາທີ່ທ່ານປະກົດຕົວ ຕໍ່ຄະນະກຳມະການຕຸລາການສະພາສູງ, ດັ່ງທີ່ພວກເຮົາມີລາຍງານຈາກນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone, ເຊິ່ງ ພຸດທະສອນ ຈະນຳລະອຽດມາສະເໜີທ່ານ.

ບັນດາສະມາຊິກພັກຣີພັບບລີກັນ ໄດ້ພາກັນດີ​ອົກດີໃຈ ເມື່ອປະທານາທິບໍດີທ່ານ ດໍ
ໂນລທຣຳ ປະກາດການເລືອກ​ເອົາຜູ້ພິພາກສາ Gorsuch ໃນເວລາບໍ່ຮອດສອງສັບ
ປະດາຫລັງຈາກເຂົ້າດຳລົງຕຳແໜ່ງໃນເດືອນມັງກອນທີ່ຜ່ານມາ.

ປະທານາທິບໍດີ ທຣຳ ກ່າວວ່າ “ຜູ້ພິພາກສາທ່ານ Gorsuch ມີຄວາມຊ່ຽວ ຊານ
ດ້ານກົດໝາຍທີ່ໂດດເດັ່ນ, ມີມັນສະໝອງທີ່ສະຫຼຽວສະຫຼາດ, ມີລະບຽບວິໄນທີ່ດີ
ເລີດ ແລະ ໄດ້ຮັບການສະໜັບສະໜູນ ຈາກ​ທັງສອງພັກການເມືອງ.”

ຖ້າຖືກຮອງຮັບ​ເອົາ, ທ່ານ Gorsuch ຈະເຂົ້າດຳລົງຕຳແໜ່ງແທນຜູ້ພິພາກສາທີ່ໄດ້​
ເຖິງ​ແກ່ມໍລະນະກຳໄປແລ້ວ ທ່ານ Antonin Scalia, ຜູ້ນຳ​ທີ່​ສຳຄັນ​ສຸດ ໃນວົງການ
ກົດໝາຍ ຂອງ​ພວກ​ອະນຸລັກ​ນິຍົມ ເຊິ່ງການ​ເຖິງ​ແກ່ມໍລະນະກຳຂອງທ່ານ ເມື່ອໜຶ່ງປີ
ທີ່ຜ່ານມາ ໄດ້ເຮັດໃຫ້ຕຳແໜ່ງຫວ່າງຂອງສານສູງສຸດ ມັກຈະມີ​ການຂັດແຂ້ງກັນ ໂດຍ
ເສັ້ນສາຍຂອງພັກ ລະຫວ່າງ​ພວກຫົວອະນຸລັກນິຍົມ ແລະ ເສລີນິຍົມ.

ຜູ້ພິພາກສາທ່ານ Gorsuch ກ່າວວ່າ “ຢືນຢູ່ທີ່ນີ້ ໃນທຳນຽບແຫ່ງປະຫວັດສາດ
ແລະ ຮັບຮູ້ເຖິງສະພາບຄວາມບໍ່ພຽບພ້ອມໝົດທຸກຢ່າງ ຂອງຂ້າພະເຈົ້ານັ້ນ, ຂ້າ
ພະເຈົ້າຂໍປະຕິຍານວ່າ ຖ້າຂ້າພະເຈົ້າໄດ້ຮັບການຢືນຢັນແລ້ວ, ຂ້າພະເຈົ້າຈະປະ
ຕິບັດໜ້າທີ່ດ້ວຍອຳນາດທັງໝົດທີ່ຂ້າ ພະເຈົ້າມີ ເພື່ອເປັນຂ້າລັດຖະການທີ່ໜ້າ
ເຊື່ອຖືຂອງລັດຖະທຳມະນູນ ແລະ ກົດໝາຍຂອງປະເທດທີ່ຍິ່ງໃຫຍ່ນີ້.”

ບັນດາສະມາຊິກພັກຣີພັບບລີກັນສະໜັບສະໜູນທ່ານ Gorsuch ຢ່າງເຂັ້ມແຂງ. ແຕ່
ບັນດາສະມາຊິກພັກເດໂມແຄຣັດບາງຄົນໄດ້ສະແດງການຄັດຄ້ານຢ່າງເລິກເຊິ່ງ,
ລວມທັງຜູ້ນຳ​ໃນສະພາສູງຂອງພັກເດໂມແຄຣັດ ທ່ານ Chuck Shumer, ທີ່ໄດ້ພົບ
ປະກັບທ່ານ Gorsuch ພາຍຫຼັງທີ່​ທ່ານ​ໄດ້ຖືກສະເໜີຊື່.

ທ່ານ Schumer ກ່າວວ່າ “ປະທານາທິບໍດີຄົນນີ້ແມ່ນກຳລັງທົດລອງການໜູນຫຼັງ
ຮາກຖານ ຂອງຄວາມເປັນປະຊາທິປະໄຕຂອງພວກເຮົາ ແລະ ສະຖາບັນຕ່າງໆ. ເລື່ອງພວກນີ້ຄວນໄດ້ຮັບຄຳຕອບ ແລະ ຜູ້ພິພາກສາ Gorsuch ກໍບໍ່ໄດ້ໃຫ້ຄຳ
ຕອບໃດໆ.”

ບັນດາສະມາຊິກພັກເດໂມແຄຣັດ ບໍ່ມີຄວາມຍິນດີ​ເປັນຢ່າງຍິ່ງ ທີ່ບັນດາສະມາຊິກສະ
ພາສູງພັກຣີພັບບລີກັນ ບໍ່ເຄີຍໃຫ້​ໂອກາດ​ແກ່ຜູ້ທີ່ຖືກສະເໜີຊື່ ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​
ສານ​ສູງ​ສຸດຂອງອະດີດປະທານາທິບໍດີທ່ານ ບາຣັກ ໂອບາມາ, ຄືຜູ້ພິພາກສາສານອຸ
ທອນລັດຖະບານກາງ ທ່ານ Merrick Garland ດ້ວຍ​ການ​ຮັບ​ຟັງ​ຄຳ​ໃຫ້ການ ຫຼືການ
ລົງຄະແນນສຽງ.

ທ່ານ James Thurber ກ່າວວ່າ ຖ້າທ່ານ Gorsuch ໄດ້ຮັບການຢືນຢັນ, ພວກຫົວ
ອະນຸລັກນິຍົມ ກໍຈະໄດ້ຮັບສຽງສ່ວນຫຼາຍ 5 ຕໍ່ 4 ຄືນ​ອີກ ໃນບັນດາຜູ້ພິພາກສາທັງ
ໝົດ 9 ຄົນ.

ທ່ານ James Thurber ຈາກມະຫາວິທະຍາໄລ ອາເມຣິກັນ ກ່າວວ່າ “ເຖິງແມ່ນວ່າ
ມັນຈະເປັນສານຫົວອະນຸລັກນິຍົມກໍຕາມ ຖ້າທ່ານ Gorsuch ຫາກໄດ້ຮັບການ
ຢືນຢັນ, ແລະ ໃນທີ່ສຸດທ່ານກໍຈະຖືກຢືນຢັນແທ້, ພວກ​ຫົວ​ອະນຸລັກ​ນິຍົມ​ກໍ​ຈະ​ກຳ
ສຽງສ່ວນຫຼາຍ 5 ຕໍ່ 4, ທີ່ພວກເຂົາເຈົ້າເຊື່ອວ່າ ເປັນຂີດກຳນົດຂອງອຳນາດສຳລັບ
ປະທານາ ທິບໍດີ.”

ພັກຣີພັບບລີກັນຕ້ອງການສະມາຊິກພັກເດໂມແຄຣັດຢ່າງໜ້ອຍ 8 ຄົນໃຫ້ເຂົ້າຂ້າງ ກັບພວກເຂົາເຈົ້າ ​ໃນການຮັບຮອງເອົາທ່ານ Gorsuch ເພື່ອຫຼີກລ່ຽງ ການຖ່ວງເວລາ ທີ່ບໍ່ມີວັນຈົບຈັກເທື່ອ ໂດຍ​ໃຊ້ການຂັດຂວາງທີ່​ເອີ້ນວ່າ filibuster, ແລະ ຈະອຳນວຍ
ໃຫ້ ທ່ານ Gorsuch ໄດ້ເຂົ້າຮັບຕຳແໜ່ງແທນທ່ານ Scalia ທີ່ເປັນແບບຢ່າງຂອງ
ພວກອະນຸລັກນິຍົມ, ອີງຕາມຄຳ​ຖະ​ແຫຼງຂອງທ່ານ Alan Morrison.

ທ່ານ Morrison ກ່າວວ່າ “ຂ້າພະເຈົ້າຮູ້ສຶກໝັ້ນໃຈວ່າ ນອກຈາກວ່າຈະມີຫຍັງບາງ
ຢ່າງເກີດຂຶ້ນ​ແລ້ວເບິ່ງຄືວ່າ ທ່ານຈະຖືກຮັບຮອງເອົາ. ທ່ານຈະບໍ່ເປັນຄືທ່ານ
Scalia. ແຕ່ມັນກໍຈະບໍ່ມີໃຜເປັນຜູ້ພິພາກສາທ່ານ Scalia ໃນລະຫວ່າງທີ່ນັ່ງສອງ
ຟາກຂອງແຕ່ລະພັກ.”

ການຮອງຮັບ ທ່ານ Gorsuch ຈະເປັນໄຊຊະນະຄັ້ງໃຫຍ່ສຳລັບປະທານາທິບໍດີ ທຣຳ, ຜູ້ທີ່ໄດ້ສັນຍາວ່າ ຈະສະເໜີຊື່ພວກອະນຸລັກນິຍົມທີ່ແຂງແກ່ນໃຫ້​ເຂົ້າ​ໄປ​ນັ່ງ​ໃນສານ
ສູງສຸດ ໃນລະຫວ່າງການໂຄສະນາຫາສຽງເອົາຕຳແໜ່ງປະເທດທານາທິບໍດີ.


President Donald Trump's nominee for the Supreme Court, Judge Neil Gorsuch, will have his moment in the spotlight Monday (March 20th) when the Senate Judiciary Committee begins confirmation hearings.Gorsuch is a solid conservative jurist who has strong Republican support in the Senate.But many opposition Democrats are preparing tough questions when he appears before the Senate Judiciary Committee, as we hear from VOA National correspondent Jim Malone.

Republicans were thrilled when President Donald Trump announced his selection of Judge Gorsuch less than two weeks after taking office in January.

((PRESIDENT DONALD TRUMP))
"Judge Gorsuch has outstanding legal skills, a brilliant mind, (has) tremendous discipline and has earned bipartisan support."

If confirmed, Gorsuch would take the place of the late Justice Antonin Scalia, a conservative legal giant whose death one year ago left a vacancy on a high court often split along conservative-liberal lines.

((JUDGE NEIL GORSUCH))
"Standing here in a house of history and acutely aware of my own imperfections, I pledge that if I am confirmed, I will do all my powers permit to be a faithful servant of the Constitution and laws of this great country."

Republicans strongly support Gorsuch.But many Democrats have expressed deep reservations, including Senate Democratic leader Chuck Schumer, who met with Gorsuch following his nomination.

((SEN. CHUCK SCHUMER, DEMOCRATIC LEADER))
"This president is testing fundamental underpinnings of our democracy and its institutions.These times deserve answers and Judge Gorsuch did not provide them."

Democrats are also unhappy that Senate Republicans never gave former President Barack Obama's court nominee, federal appeals court Judge Merrick Garland, a hearing or a vote.

If Gorsuch is confirmed, conservatives would regain their five-four ideological edge among the nine justices, says James Thurber.

((JAMES THURBER, AMERICAN UNIVERSITY))
"Even though it is going to be a conservative court if Mr. Gorsuch is confirmed, and he probably will be confirmed eventually, it will be a five to four thing (margin for conservatives), they believe in limits of power for the president."

Republicans need at least eight Democrats to side with them on Gorsuch to avoid endless delay by filibuster, and that would allow Gorsuch to take the seat held by conservative icon Scalia, says Alan Morrison.

((ALAN MORRISON, GEORGE WASHINGTON UNIVERSITY))
"I feel confident that unless something happens he is likely to be confirmed.((EDIT))He will not be Justice Scalia.But no one will be Justice Scalia on either side of the aisle (from either party)."

Confirmation of Gorsuch would be a major victory for President Trump, who promised to nominate a strong conservative to the high court during the presidential campaign.

XS
SM
MD
LG