ໃນຂະນະທີ່ມີລາຍງານວ່າຈຳນວນກໍລະນີຄົນຕິດເຊື້ອ ແລະເສຍຊີວິດຍ້ອນໄວ ຣັສໂຄໂຣນາຢູ່ໃນສະຫລັດເພີ້ມຂຶ້ນໃນວັນຈັນວານນີ້ ປະທານາທິບໍດີ ສະຫະລັດ, ທ່ານດໍໂນລ ທຣຳໄດ້ກ່າວວ່າ ບໍ່ຈຳເປັນຕ້ອງໄດ້ປະກາດພາວະສຸກເສີນແຫ່ງຊາດໃນທັນທີທັນໃດເທື່ອ.
ທ່ານປະທານາທິບໍດີກ່າວດັ່ງນີ້: "ຂ້າພະເຈົ້າບໍ່ຄິດດອກວ່າ ພວກທ່ານຈະຕ້ອງການອັນນັ້ນ, ເພາະຂ້າພະເຈົ້າຄິດວ່າ ພວກເຮົາຢູ່ໃສະພາບທີ່ດີຫລາຍອີ່ຫລີ.” ທ່ານກ່າວຕໍ່ໄປວ່າ "ພວກເຮົາກຽມພ້ອມສຳລັບທຸກໆສະຖານະການ. ແລະພວກເຮົາສາມາດເຮັດເຊັ່ນນັ້ນໄດ້ສະເໝີ ໃນເວລາຕໍ່ໄປ ຖ້າຫາກພວກເຮົາຕ້ອງໄດ້ເຮັດ."
ມີລາຍງານຈາກອົງການຂ່າວສານຕ່າງໆວ່າ ອົງການຄຸ້ມຄອງໄພສຸກເສີນຂອງລັດຖະບານກາງ ຫລື FEMA ກຳລັງກຽມພ້ອມສໍລັບການປະກາດເຊັ່ນນັ້ນຂອງທ່ານປະທານາທິບໍດີ ທີ່ຈະອະນຸຍາດໃຫ້ມີເງິນງົບປະມານ ແລະພະນັກງານຫລາຍຂຶ້ນ ເພື່ອຮັບມືກັບຜົນກະທົບທີ່ຄາດວ່າຈະມີຂຶ້ນຈາກເຊື້ອໄວຣັສດັ່ງກ່າວ.
ທ່ານປະທານາທິບໍດີພະຍາຍາມທີ່ຈະເຮັດໃຫ້ຄົນເຫັນວ່າການລະບາດຂອງ ເຊື້ອໄວຣັສໂຄໂຣນາ ເປັນເລື້ອງທີ່ຂຶ້ນກັບມຸມມອງຂອງຄົນ, ໂດຍເວົ້າວ່າ ມີຄົນທີ່ຖືກວິໄຈວ່າຕິດເຊື້ອໄຂ້ຫວັດໃຫຍ່ ປະມານ 25,000 ຄົນ ຫາ 70,000 ຄົນ ຢູ່ໃນສະຫະລັດ ໃນແຕ່ລະປີ.
ທ່ານທຣຳເວົ້າວ່າ "ໃນນີ້ ພວກເຮົາເວົ້າເຖິງລະດັບທີ່ນ້ອຍກວ່ານັ້ນຫລາຍ.” ທ່າວບອກອີກວ່າ "ຫວັງວ່າມັນຈະຍັງຢູ່ໃນລະດັບນ້ອຍເຊ່ນນັ້ນຢູ່.”
ມີຄົນຕິດເຊື້ອໄວຣັສໂຄໂຣນາທີ່ຮູ້ແລ້ວ ຢູ່ປະມານ 100 ຄົນ ຢູ່ໃນສະຫະລັດ.
ໃນກໍລະນີທັງໝົດ 6 ຄົນທີ່ເສຍຊີວິດຍ້ອນໄວຣັສໂຄວິດ (COVID)-19 ຢູ່ໃນສະຫະລັດ ແມ່ນຢູ່ໃນລັດວໍຊິງຕັນ, ທາງພາກຕາເວັນຕົກສຽງເໜືອຂອງປະເທດ ບ່ອນທີ່ພວກເຈົ້າໜ້າທີ່ເວົ້າວ່າ ພະຍາດດັ່ງກ່າວໄດ້ແຜ່ຜາຍອອກໄປໂດຍທີ່ບໍ່ມີໃຜຮູ້ໄດ້ປະມານ 6 ອາທິດແລ້ວນັ້ນ.
ທ່ານທຣຳ ແລະໜ່ວຍງານສະເພາະກິດສຳລັບຮັບມືກັບໄວຣັສໂຄໂຣນາ ຂອງເພິ່ນ ທີ່ນຳພາໂດຍຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ພົບປະກັບຫົວໜ້າຜູ້ບໍລິຫານບໍລິສັດຜະລິດຢາ ທີ່ໃຫຍ່ທີ່ສຸດຂອງໂລກ 10 ບໍລິສັດ.
ບັນດາຫົວໜ້າຜູ້ບໍລິຫານບໍລິສັດ ໄດ້ສົນທະນາກັນກ່ຽວກັບການຜະລິດສິ່ງທີ່ຈະເປັນຢາວັກຊິນໃນຈຳນວນຫລາຍຮ້ອຍລ້ານຂະໜາດ ໃນແຕ່ລະປີ.
ມັນເປັນ “ການທ້າທາຍຢ່າງໃຫຍ່ຫລວງ ແຕ່ວ່າ ແຕ່ລະຄົນແມ່ນຮັບມືກັບມັນ ໄດ້ດີຫລາຍ” ນັ້ນຄືຄຳເວົ້າຂອງທ່ານປະທານາທິບໍດີ.
ບັນດາບໍລິສັດເຫລົ່ານີ້ຈະຕໍ່ສູ້ກັບພະຍາດທີ່ວ່ານີ້ ແບບຮວມກຸ່ມກັນ, ອີງຕາມທ່ານເພັນສ໌.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ