ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຍືດເວລາ ຂອງຄໍາແນະນໍາ ໃຫ້ຄົນຢູ່ຫ່າງກັນ ອອກໄປອີກ 30 ວັນ


ປະທານາທິບໍດີທຣໍາ ທີ່ມີ ດຣ. Anthony Fauci, ຫົວໜ້າ ສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ຂອງສະຫະລັດ (ຢູ່ຂ້າງຊ້າຍທ່ານ) ກໍາລັງກ່າວຄໍາຖະແຫລງການກ່ຽວກັບໄວຣັສ ໂຄໂຣນາ ຢູ່ທໍານຽບຂາວ
ປະທານາທິບໍດີທຣໍາ ທີ່ມີ ດຣ. Anthony Fauci, ຫົວໜ້າ ສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ຂອງສະຫະລັດ (ຢູ່ຂ້າງຊ້າຍທ່ານ) ກໍາລັງກ່າວຄໍາຖະແຫລງການກ່ຽວກັບໄວຣັສ ໂຄໂຣນາ ຢູ່ທໍານຽບຂາວ

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາໄດ້ຍືດເວລາຂອງຄໍາສັ່ງແນະນໍາ ໃຫ້ຄົນໃນສັງຄົມຢູ່ຫ່າງກັນ ແລະຄໍາສັ່ງແນະນໍາອັນອື່ນ ທີ່ກ່ຽວຂ້ອງກັບການ ຕໍ່ສູ້ກັບໄວຣັສ ໂຄໂຣນາ ໄປຈົນຮອດ ວັນທີ 30 ເມສາ ໂດຍເວົ້າວ່າ ສິ່ງທີ່ປະຕິບັດ ເທົ່າທີ່ຜ່ານມາແມ່ນເພື່ອຮັກສາຊີວິດຄົນໄວ້.

“ເຈົ້າເຮັດໄດ້ດີຫລາຍຂຶ້ນເທົ່າໃດ, ຄວາມຝັນຮ້າຍທັງຫລາຍ ທັງປວງເຫລົ່ານັ້ນ ກໍຈະສິ້ນສຸດລົງໄວເທົ່ານັ້ນ,” ນັ້ນຄືຄໍາເວົ້າຂອງທ່ານ ທຣໍາ ທີ່ກ່າວໃນຂະນະທີ່ ຍົກຍ້າຍການຖະແຫລງຂ່າວກ່ຽວກັບໄວຣັສໂຄໂຣນາ ອອກຈາກຫ້ອງປະຊຸມຖະ ແຫລງຂ່າວໃນທໍານຽບຂາວ ໄປຢູ່ຂ້າງນອກຢູ່ໃນສວນກຸຫລາບ.

ທ່ານກ່າວອີກວ່າ “ຂ້າພະເຈົ້າຢາກເອົາຊີວິດຊີວາຂອງພວກເຮົາ ກັບຄືນມາອີກ.”

ໄລຍະສອງອາທິດທໍາອິດ ຂອງການຫລຸດຜ່ອນການລະບາດລົງທີ່ແນະນໍາ ໂດຍລັດຖະບານນັ້ນ ແມ່ນມີກໍານົດວ່າຈະສິ້ນສຸດລົງໃນວັນຈັນມື້ນີ້.

ທ່າາທຣໍາ ຄາດວ່າ ຈໍານວນຄົນເສຍຊີວິດ ຈະເພີ້ມຂຶ້ນສູງສຸດໃນສອງອາທິດ ໜ້ານີ້ ແລະເວົ້າວ່າ ປະເທດຈະ “ທໍາການຟື້ນຟູຄືນຕາມແບບຂອງພວກເຮົາໄດ້ດີ” ເມື່ອຮອດວັນທີ 1 ມີຖຸນາ.

ທ່ານ ທຣໍາເຄີຍໄດ້ກ່າວວ່າ ທ່ານຢາກໃຫ້ປະເທດກັບຄືນໄປເຮັດວຽກເຮັດການ ຕາມປົກກະຕິຄືນອີກ ໃນວັນທີ 12 ເມສາ ຊຶ່ງເປັນວັນບຸນ ອີສເຕີ (Easter) ໂດຍເວົ້າວ່າ ທ່ານບໍ່ຢາກໃຫ້ການແກ້ໄຂບັນຫາໂດຍການປິດເສດຖະກິດລົງ ຮ້າຍແຮງໄປກວ່າພະຍາດທີ່ເກີດຂຶ້ນ.

ທ່ານໄດ້ຖອຍຄໍາສັນຍານັ້ນໃນວັນອາທິດວານນີ້, ດຽວນີ້ໄດ້ມັນວ່າ “ກໍານົດເສັ້ນ ຕາຍວ່າວັນອີສເຕີ “ເປັນສິ່ງທີ່ປາດຖະໜາໃຫ້ມີ.”

ດຣ. ແມນໂທນີ ຟາວຈີ, ນັກຊ່ຽວຊານດ້ານພະຍາດຕິດແປດຂອງລັດຖະບານສະ ຫະລັດເວົ້າວ່າ ການຕັດສິນໃຈທີ່ຈະຍືດເວລາຂອງຄໍາສັ່ງແນະນໍາ ໃນການຢູ່ ຫ່າງ ກັນໃນສັງຄົມອອກໄປ ແມ່ນ “ເປັນສິ່ງທີ່ສະຫລາດ ແລະຮອບຄອບ”. ທ່ານກ່າວ ວ່າ ສິ່ງທີ່ໄດ້ເຮັດເທົ່າທີ່ຜ່ານມາ ແມ່ນມີຜົນ, ເຖິງແມ່ນວ່າ ທ່ານຈະຍັງຢືນຢູ່ໃນຈຸດ ເດີມຂອງທ່ານທີ່ໄດ້ຄາດຄະເນໃນຜ່ານມາວ່າ ຈະມີຄົນຫລາຍກວ່າ 1 ແສນຄົນ ເສຍຊີວິດຍ້ອນໄວຣັສໂຄໂຣນາ ຢູ່ໃນສະຫະລັດ. ທ່ານເວົ້າວ່າ “ສິ່ງທີ່ພວກເຮົາ ກໍາລັງເຮັດຢູ່ນີ້ ແມ່ນບໍ່ໃຫ້ມັນເກີດຂຶ້ນ.” ທ່ານກ່າວຕໍ່ໄປວ່າ “ສະນັ້ນ ແທນທີ່ ຈະສຸມໃສ່ບ່ອນສູງກວ່າ ແລະຕໍ່າກວ່າ, ພວກເຮົາກໍາລັງເວົ້າວ່າ ພວກເຮົາກໍາລັງ ພະຍາຍາມຊຸກມັນໃຫ້ອອກໄປໄກໆ.”

ມາຮອດວັນຈັນມື້ນີ້ ສະຖິຕິຂອງມະຫາວິທະຍາໄລຈອນສ໌ ຮອບຄິນສ໌ ສະແດງໃຫ້ ເຫັນວ່າມີຄົນຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວ 142,000 ກໍລະນີ ແລະ ມີຫລາຍ ກວ່າ 2,500 ຄົນແລ້ວທີ່ເສຍຊີວິດຍ້ອນໄວຣັສນີ້ ໃນສະຫະລັດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG