ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ​ໂຄສະນາ​ຫາ​ສຽງ ​ຂອງ​ທ່ານ Trump ຖືກປົດ ອອກຈາກຕຳແໜ່ງ


ທ່ານ Corey Lewandowski, ຫົວໜ້າ​ໂຄສະນາ​ຫາ​ສຽງ ຂອງ ທ່ານ Donald Trump, ເດີນອອກຈາກໂຮງແຮມ Four Seasons ໃນ New York City, 9 ມິຖຸນາ, 2016.
ທ່ານ Corey Lewandowski, ຫົວໜ້າ​ໂຄສະນາ​ຫາ​ສຽງ ຂອງ ທ່ານ Donald Trump, ເດີນອອກຈາກໂຮງແຮມ Four Seasons ໃນ New York City, 9 ມິຖຸນາ, 2016.

ທ່ານ Donald Trump ຜູ້​ຊຶ່ງ​ຄາດຫວັງທີ່​ຈະໄດ້​ຖືກສະ​ເໜີ​ຊື່​ໃຫ້​ເປັນ​ຜູ້​ສະໝັກ ເປັນ​ປະທາ​ນາ​ທິບໍດີຂອງ​ພັກ Republican ​ໄດ້ປົດຫົວໜ້າ​ໂຄສະນາ​ຫາ​ສຽງ​ຂອງ​ ທ່ານ ຄືທ່ານ Cory Lewandowski ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງນັ້ນ ອອກ​ຈາກ​ຕຳ​ແໜ່​ງ.

​ທ່ານ​ນາງ Hope Hicks ໂຄສົກ​ຍິງຂອງ​ໜ່ວຍ​ ໂຄສະນາຫາ​ສຽງ​ຂອງ​ທ່ານ Trump ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ທ່ານ Lewandowski ຈະ​ບໍ່​ເຮັດ​ວຽກ​ໃນ​ການ​ໂຄສະນາ ​ຫາ​ສຽງ​ອີກ​ຕໍ່​ໄປ​ແລ້ວ,” ຊຶ່ງ​ທ່ານ​ນາງ​ໄດ້​ກ່າວ​ສະ​ແດງຄວາມຂອບ​ໃຈ​ ຕໍ່ຄວາມ​ຕັ້ງ​ໃຈ ໃນ​ການ​ເຮັດ​ວຽກ​ທີ່​ບໍ່​ຮູ້​ອິດ​ເໝື່ອຍ​ແລະ​ອຸທິດ​ຕົນ​ຂອງ​ທ່ານ Lewandowski.

ທ່ານ Lewandowski ຊຶ່​ງ​ໄດ້​ເຮັດ​ວຽກ​ໃນ​ການ​ໂຄສະນາ​ຫາ​ສຽງຂອງ​ທ່ານ Trump ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາຜ່ານ​ມາ ​ໄດ້​ຖືກ​ມອງ​ເຫັນ​ໂດຍ​ພວກ​ສັງ​ເກດ​ການ​ທາງການ​ເມືອງຫລາຍ ຄົນວ່າ ມີ​ຄວາມ​ສຳພັນ​ທີ່​ເປັນ​ປໍ​ລະ​ປັກກັບ​ພວກ​ນັກ​ຂ່າວແຫ່ງ​ຊາດ ຈຳນວນ​ນຶ່ງ​ແລະ​ສາຍ​ພົວ ພັນ​ທີ່​ດ່າງ​ພ້ອຍ​ກັບ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ​ຂອງ​ພັກ Republican.

ທ່ານ​ໄດ້​ຮັບ​ຄວາມ​ສົນ​ໃຈ ຫຼັງ​ຈາກ​ການ​ຖືກ​ກ່າວ​ຫາໃນ​ການ​ປະຕິບັດ​ຢ່າງ​ຮຸນ​ແຮງ​ຕໍ່​ ນັກ​ຂ່າວ​ແມ່ຍິງ ​ໃນການ​ຫາ​ສຽງ​ຂັ້ນ​ຕົ້ນ ​ທີ່​ລັດ Florida.

ນອກ​ນັ້ນ ທ່ານ Lewandowski ຍັງ​ໄດ້​ຜິດ​ຖຽງ​ກັນ​ກັບທ່ານ Paul Manafort ປ​ະທານໃນ​ການ​ໂຄສະນາ​ຫາ​ສຽງຂອງທ່ານ Trump.

ຄະ​ແນນ​ນິຍົມ​ຂອງທ່ານ Trump ໄດ້​ຫຼຸດ​ນ້ອຍ​ຖອຍ​ລົງ ​ແລະໄດ້​ຮັບ​ການ​ຕ້ານ​ຢັນ​ ຈາກສະມາຊິກ​ພັກ Republican ຫຼາຍໆ​ທ່ານ ທີ່ເປັນຫ່ວງ​ເປັນ​ໃຍ ກ່ຽວ​ກັບ​ການ ​ໃຫ້​ຄວາມ​ເຫັນ​ ​ຂອງ​ທ່ານທີ່​ເປັນ​ບັນຫາ​ໂຕ້​ຖຽງ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG