ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຂັດແຍ້ງກັບອົງການສືບລັບ ສຫລ ໂດຍກ່າວວ່າ ໂຄວິດ-19 ມາຈາກຫ້ອງທົດລອງຈີນ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວວ່າ ທ່ານມີ “ຄວາມເຊື່ອໝັ້ນສູງ” ທີ່ການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ເກີດມາຈາກຫ້ອງທົດລອງຂອງ ຈີນ ຊຶ່ງເປັນການຂັດແຍ້ງ ແບບບໍ່ຄ່ອຍມີ ກັບການຊັ່ງຊາທີ່ນຳອອກເຜີິຍແຜ່ ບໍ່ ເທົ່າໃດຊົ່ວໂມງກ່ອນໜ້ານັ້ນໂດຍຫົວໜ້າອົງການສືບລັບຂອງທ່ານ.

ໃນຂະນະທີ່ບັນດານັກວິທະຍາສາດສ່ວນໃຫຍ່ເຫັນພ້ອມນຳວ່າ ການແຜ່ລະບາດ ຂອງໄວຣັສໂຄໂຣນາ ໄດ້ເກີດຢູ່ໃນເມືອງວູຮານ ປະເທດຈີນ ແຕ່ກໍມີຂ່າວລືແຜ່ ກະຈາຍອອກມາຢ່າງບໍ່ຢຸດເຊົາວ່າໄວຣັສດັ່ງກ່າວ ໄດ້ເຕັ້ນຈາກພວກສັດ ໄປຫາ ມະນຸດແບບໃດ ອັນເປັນທິດສະດີສົມຮູ້ຮ່ວມຄິດຫຼາຍໆຢ່າງ ນອນຢູ່ໃນແນວຄິດ ທີ່ວ່າ ໂຄວິດ19 ໄດ້ສ້າງຂຶ້ນມາແບບມີຈຸດປະສົງ.

ແນວໃດກໍຕາມ ບັນດາເຈົ້າໜ້າທິີ່ສະຫະລັດໃນຕອນເຊົ້າຂອງວັນພະຫັດວານນີ້ ກ່າວວ່າ ເຂົາເຈົ້າໄດ້ລົງຄວາມເຫັນວ່າ ບໍ່ມີຄວາມຈິງໃນເລື້ອງດັ່ງກ່າວ.

ບັນດາປະຊາຄົມສຶບລັບສະຫະລັດ “ເຫັນພ້ອມກັບການລົງຄວາມເຫັນຢ່າງເປັນ ເອກກະສັນທາງວິທະຍາສາດທີ່ວ່າໂຄວິດ-19 ນັ້ນ ບໍ່ແມ່ນມະນຸດສ້າງຂື້ນ ຫຼື ດັດແປງທາງພັນທຸກຳ” ອີງຕາມສຳນັກງານ ຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດທີ່ໄດ້ກ່າວໄວ້.

ເມື່ອຖືກຖາມໃນຕອນແລງວັນພະຫັດວານນີ້ວ່າ ທ່ານໄດ້ເຫັນຫລັກຖານຫຼືບໍ່ຈາກ ພວກເຈົ້າໜ້າທີ່ສືບລັບສະຫະລັດວ່າ ໂຄວິດ-19 ມາຈາກສະຖາບັນຄົ້ນຄວ້າເກັບ

ສະສົມໄວຣັສວູຮານ ປະທານາທິບໍດີຕອບວ່າ ແມ່ນແລ້ວ ແມ່ນແລ້ວ ຂ້າພະ ເຈົ້າໄດ້ເຫັນ ແຕ່ທ່ານໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG