ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ສືບ​ຕໍ່​ສູ້​ເພື່ອ​ກຳ​ແພງ ໃນ​ຂະ​ນະ​ທີ່ ​ລັດ​ຖະ​ບານ​ປິດ ເປັນ​ມື້​ທີ 8


ທຳ​ນຽບ​ຂາວ​. ວັນ​ທີ 28 ທັນ​ວາ 2018, ນະ​ຄອນ​ຫຼວງ ວໍຊິງ​ຕັນ.
ທຳ​ນຽບ​ຂາວ​. ວັນ​ທີ 28 ທັນ​ວາ 2018, ນະ​ຄອນ​ຫຼວງ ວໍຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນລ ໄດ້​ສືບ​ຕໍ່​ກ່າວ​ຢ້ຳເຖິງ​ຄວາມ​ຕ້ອງ​ການ​ສຳ​ລັບ​
ຂໍ້​ສະ​ເໜີການກໍ່​ສ້າງ​ກຳ​ແພງ ​ຕາມ​ເຂດ​ຊາຍ​ແດນ​ລະ​ຫວ່າງ ສະ​ຫະ​ລັດ-ເມັກ​ຊິ​ໂກ ໃນ​
ຂະ​ນະ​ທີ່​ການ​ປິດ​ລັດ​ຖະ​ບານ​ສ່ວນ​ນຶ່ງ, ເຊິ່ງ​ເກີດ​ຂຶ້ນ​ຈາກ​ການ​ທີ່ບໍ່​ສາ​ມາດ​ຮັບ​ງົບ​ປະ
​ມານ​ສຳ​ລັບ​ໂຄງ​ການ​ດັ່ງ​ກ່າວ​ນັ້​ນ, ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ 8 ແລ້ວ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ໃນ​ວັນ​ເສົາ​ວານນີ້, ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ພັກ​ເດ​ໂມ​ແຄ​
ຣັດ​ ຄວນ​ເປັນ​ຜູ້​ລິ​ເລີ່ມ​ໃນ​ການ​ຢຸດ​ການ​ປິດ​ລັດ​ຖະ​ບານ, ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຢູ່
​ໃນ​ທຳ​ນຽບ​ຂາວ ລໍ​ຖ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ອອກ​ມາ ແລະ ເຮັດ​ຂໍ້​ຕົກ​ລົງ ກ່ຽວ​ກັບ
ຄວາມ​ປອດ​ໄພ​ຕາມ​ເຂດ​ຊາຍ​ແດນ.”

ລັດ​ບັ​ນ​ທຸກ​ກຳ​ລັງ​ລໍ​ຖ​້າ​ກວດ ຢູ່​ດ່ານ​ພ​າ​ສີ​ເຂົ້າ​ມາ​ຊາຍ​ແດນສະ​ຫະ​ລັດ ທີ່ໂອ​ເຕ ເມືອງ​ທີ​ວາ​ນາ ເມ​ັກ​ຊິ​ໂກ ມັນ​ທີ 2, 2017.
ລັດ​ບັ​ນ​ທຸກ​ກຳ​ລັງ​ລໍ​ຖ​້າ​ກວດ ຢູ່​ດ່ານ​ພ​າ​ສີ​ເຂົ້າ​ມາ​ຊາຍ​ແດນສະ​ຫະ​ລັດ ທີ່ໂອ​ເຕ ເມືອງ​ທີ​ວາ​ນາ ເມ​ັກ​ຊິ​ໂກ ມັນ​ທີ 2, 2017.

ການ​ປະ​ເຊີນ​ໜ້າ​ກັນ ກ່ຽວ​ກັບ ງົບ​ປະ​ມານ​ຍັງ​ຄົງ​ເປັນ​ລະ​ຫວ່າງ​ທ່ານ ທ​ຣຳ, ຜູ້​ທີ່​ຢາກ
​ໄດ້​ທຶນ 5 ຕື້​ໂດ​ລາ, ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດ, ຜູ້​ໜູນ​ທີ່​ສະ​ໜັບ​
ສະ​ໜູນການ​ໃຫ້​ທຶນ ສຳ​ລັບການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ໂດຍ​ລວມ
ແຕ່​ຕໍ່​ຕ້ານ​ການ​ສ້າງ​ກຳ​ແພງ​ຢ່າງ​ເດັດ​ຂາດ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ​ທວິ​ດ​ເຕີຫຼາຍ​ຄັ້ງ​ວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ, ທ່ານ ທ​ຣຳ ໄດ້​ຂົ່ມ​ຂູ່
​ອີກ​ຄັ້ງ​ນຶ່ງ ທີ່​ຈະ​ປິດ​ເຂດ​ຊາຍ​ແດນ ສະ​ຫະ​ລັດ-ເມັກ​ຊິ​ໂກ ທັງ​ໝົດ ແລະ ຕັດ​ການ​
ຊ່ວຍ​ເຫຼືອ​ສຳ​ລັບ​ປະ​ເທດ ຮອນ​ດູ​ຣັ​ສ, ກົວ​ເຕ​ມາ​ລາ ແລະ ແອ​ລ ຊາ​ລ​ວາ​ດໍ, ຖ້າ​ລັດ​
ຖະ​ສ​ະ​ພາ ບໍ່​ສາ​ມາດ​ເອົ​າ​ເງິນ​ທຶນ​ໃຫ້​ທ່ານ ເພື່ອ​ສ້າງ​ກຳ​ແພງ. ທ່ານຍັງ​ໄດ້​ຂໍ​ໃຫ້​ປ່ຽນ​
ແປງ​ສິ່ງ​ທີ່​ທ່ານ​ໄດ້​ກ່າວ​ວ່າເປັນ​ “ກົດ​ໝາຍ​ຄົນ​ເຂົ້າ​ເມືອງ​ທີ່​ເປັນ​ຕາ​ຢາກ​ຫົວ​” ຂອງ
ສະ​ຫະ​ລັດ.

ໂຕ​ຢ່າງ​ກຳ​ແພງ​ຊາຍ​ແດ​ນ ທີ່​ເມືອງ​ແຊ​ນ​ດິ​ເອ​ໂກ ໃກ້​ກັບ​ຊາຍ​ແດນ​ສະ​ຫະ​ລັດ ທີ່ ທີ​ວາ​ນາ ວັນ​ທີ 22 ທັນ​ວາ 2018.
ໂຕ​ຢ່າງ​ກຳ​ແພງ​ຊາຍ​ແດ​ນ ທີ່​ເມືອງ​ແຊ​ນ​ດິ​ເອ​ໂກ ໃກ້​ກັບ​ຊາຍ​ແດນ​ສະ​ຫະ​ລັດ ທີ່ ທີ​ວາ​ນາ ວັນ​ທີ 22 ທັນ​ວາ 2018.

ການ​ປິດ​ເຂ​ດ​ຊາຍ​ແດນ ສະ​ຫະ​ລັດ​-ເມັກ​ຊິ​ໂກ ຈະ​ໝາຍ​ເຖິງ​ການ​ທຳ​ລາຍ​ສາຍ​ພົວ
​ພັນ​ການ​ຄ້າ​ທີ່​ມີ​ມູນ​ຄ່າ ໜຶ່ງ​ພັນຫົກຮ້ອຍ ແປດ​ສິ​ບ​ລ້ານ​ໂດ​ລາ​ຕໍ່​ມື້ ລະ​ຫວ່າງ ສອງ​
ປະ​ເທດ​ດັ່ງ​ກ່າວ. ນອກ​ຈາກ​ນັ້ນ, ບັນ​ດາ​ຜູ້​ສະ​ໜັບສະ​ໜູນ​ຄົນ​ເຂົ້າ​ເມືອງ​ ​ໄດ້​ເອີ້ນ​
ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ປິດ​ເຂດ​ຊາຍ​ແດນ​ນັ້ນ​ວ່າ “ເປັນ​ຕາ​ອັບ​ອາຍ​ຂາຍ​ໜ້າ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG