ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານກຳລັງພິຈາລະນາທີ່ຈະສົ່ງພວກຄົນເຂົ້າເມືອງຜິດກົດໝາຍທີ່ຖືກຄຸມຂັງຢູ່ໃນເວລານີ້ ໄປຍັງອັນທີ່ເອີ້ນວ່າ ຫົວເມືອງທີ່ໃຫ້ບ່ອນຫຼົບໄພ ຊຶ່ງຄັດຄ້ານຕໍ່ນະໂຍບາຍຄົນເຂົ້າເມືອງທີ່ເຄັ່ງຄັດຂອງທ່ານນັ້ນ.
ທ່ານທຣຳ ໄດ້ປະກາດກ່ຽວກັບເລື້ອງດັ່ງກ່າວ ໃນວັນສຸກວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກເຈົ້າໜ້າທີ່ຂອງທຳນຽບຂາວ ແລະກະຊວງຮັກສາຄວາມປອດໄພພາຍໃນ ໄດ້ຢືນຢັດກ່ຽວກັບແນວຄິດທີ່ໄດ້ຖືກປະຕິເສດໄປແລ້ວນັ້ນ.
ທ່ານໄດ້ກ່າວຕໍ່ພວກນັກຂ່າວທີ່ທຳນຽບຂາວວ່າ ລັດຖະບານຂອງທ່ານ “ພວມສຶກສາເບິ່ງຄວາມເປັນໄປໄດ້ດັ່ງກ່າວຢ່າງຂຸ້ນຂ້ຽວ.”
ໃນຕອນເຊົ້າວັນສຸກວານນີ້ທ່ານໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ວ່າ “ຍ້ອນຄວາມຈິງທີ່ວ່າ ພັກເດໂມແຄຣັດບໍ່ເຕັມໃຈທີ່ຈະປ່ຽນແປງກົດໝາຍຄົນເຂົ້າເມືອງທີ່ເປັນອັນຕະລາຍຂອງພວກເຮົາ ພວກເຮົາຈຶ່ງຈຳເປັນ ດັ່ງທີ່ໄດ້ມີການລາຍງານໄປນັ້ນ ພວມພິຈາລະນາກັນຢ່າງຂຸ້ນຂ້ຽວ ທີ່ຈະສົ່ງພວກຄົນເຂົ້າເມືອງທີ່ຜິດກົດໝາຍໄປຫົວເມືອງທີ່ໃຫ້ບ່ອນຫລົບໄພ.”
ທ່ານປະທານາທິບໍດີກ່າວຕື່ມວ່າ “ພວກຫົວຮຸນແຮງຝ່າຍຊ້າຍ ເບິ່ງຄືວ່າຈະມັກນະໂຍບາຍເປີດຊາຍແດນ ອ້າແຂນຕ້ອນຮັບສະເໝີ ດັ່ງນັ້ນ ການເຮັດແບບນີ້ ຄວນຈະເຮັດໃຫ້ພວກເຂົາເຈົ້າດີໃຈຫຼາຍ.”
ຫົວເມືອງໃຫ້ບ່ອນຫຼົບໄພ ຫຼື sanctuary cities ແມ່ນເຂດປົກຄອງທ້ອງຖິ່ນຊຶ່ງສ່ວນໃຫຍ່ແລ້ວແມ່ນບໍລິຫານງານໂດຍພັກເດໂມແຄຣັດ ທີ່ໄດ້ປະຕິເສດບໍ່ຍອມມອບພວກຄົນເຂົ້າເມືອງຜິດກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ລັດຖະບານກາງເພື່ອການດຳເນີນຄະດີທີ່ອາດມີຂຶ້ນ.
ໃນອີກດ້ານນຶ່ງ ໃນວັນສຸກວານນີ້ ໂທລະພາບ CNN ລາຍງານວ່າ ປະທານາທິບໍດີທຣຳ ກ່າວຕໍ່ຫົວໜ້າອົງການພາສີແລະຄຸ້ມຄອງຊາຍແດນ ທ່ານແຄວິນ ແມັກອາລີນັນ ວ່າ ທ່ານຈະໃຫ້ອະໄພຍະໂທດແກ່ຜູ້ກ່ຽວຖ້າລາວຫາກຖືກສົ່ງໄປເຂົ້າຄຸກ ຍ້ອນປະຕິເສດບໍ່ໃຫ້ພວກຄົນເຂົ້າເມືອງ ເຂົ້າມາໃນສະຫະລັດ. ໂທລະພາບ CNN ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ 2 ຄົນ ທີ່ກ່າວວ່າ ປະທານາທິບໍດີທຣຳ ໄດ້ໃຫ້ການສະເໜີດັ່ງກ່າວ ໃນລະຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມເມືອງຊາຍແດນ ກາເລັກຊິໂກ ໃນລັດຄາລີຟໍເນຍ.
ນັບແຕ່ນັ້ນມາ ປະທານາທິບໍດີທຣຳ ໄດ້ແຕ່ງຕັ້ງໃຫ້ທ່ານແມັກອາລີນັນ ເປັນຜູ້ຮັກສາການລັດຖະມົນຕີກະຊວງຮັກສາຄວາມສະຫງົບພາຍໃນຫຼັງຈາກການລາອອກຂອງທ່ານນາງເຄີສເຈັນ ນິລສັນ.