ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump ຫາທາງ ຕັດ​ງົບປະມານ ເພື່ອ ຈະນຳ​ໄປ​ໃຊ້ ​ໃນ​ການ​ສ້າງ​ກຳ​ແພງ ​


ພວກຜູ້​ຄົນ​ມອງ​ອອກ​ໄປ​ຂ້າງ​ໜ້າ​​ເບິ່ງ​ໄປ​ທາງ​ກຳ​ແພງ ທີ່​ແບ່ງ​ຊາຍ​ແດນນະຄອນ San Diego, ຂວາ, ຈາກເມືອງ Tijuana, ໃນປະເທດ Mexico, ຊ້າຍ, 25 ມັງກອນ, 2017.
ພວກຜູ້​ຄົນ​ມອງ​ອອກ​ໄປ​ຂ້າງ​ໜ້າ​​ເບິ່ງ​ໄປ​ທາງ​ກຳ​ແພງ ທີ່​ແບ່ງ​ຊາຍ​ແດນນະຄອນ San Diego, ຂວາ, ຈາກເມືອງ Tijuana, ໃນປະເທດ Mexico, ຊ້າຍ, 25 ມັງກອນ, 2017.

ປະທານາທິບໍດີສະຫະລັດ Donald Trump​ ກຳ​ລັງຊັ່ງຊາ ​ເພື່ອ​ຫາ​ທາງ​ຕັດ​ງົບປະມານ
ທີ່​ສະໜັບສະໜຸນໜ່ວຍ​ຍາມ​ຝັ່ງ​ຂອງ​ສະຫະລັດ ອົງການ​ຄຸ້ມ​ຄອງ​ໄພພິບັດ​ສຸກ​ເສີນ ​
ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພທີ່ຕິດ​ອາວຸດ​ຢູ່​ສະໜາມ​ບິນ ​ເພື່ອ​ທ່ານ ຈະ​ໄດ້​ມີ​ເງິນ ​
ໃນ​ການ​ສ້າງ​ກຳ​ແພງ​ ຢູ່ຕາມ​ຊາຍ​ແດນ​ ສະຫະລັດ ​ຕິດ​ກັບປະ​ເທດ Mexico ​ແລະ​ປາບ
​ປາມ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​.

ທ່ານ Trump ​ໄດ້​ປະກາດ ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ລົງ​ແຂ່ງຂັນ​ເອົາຕຳແໜ່​ງ​
ທີ່​ທຳນຽບຂາວນັ້ນວ່າ ຈະ​ສ້າງ​ກຳ​ແພງ ຍາວ 3 ພັນ 200 ກິ​ໂລ​ແມັດ ​ເພື່ອ​ປ້ອງ​ກັນ​ພວກ​
ຄົນ​ເຂົ້າເມືອງ​ຜິດ​ກົດໝາຍ ຈາກ​ປະ​ເທດ Mexico ​ແລະ​ບັນດາ​ປະ​ເທດ​ຈາກ​ອາ​ເມຣິກາ​ກາງ.

​ແຕ່​ວ່າ​ປະຈຸ​ບັນ​ນີ້ ທ່ານ Trump ​ພວມ​ປະ​ເຊີນ​ໜ້າ ​ກັບ​ການ​ຫາ​ງົບປະມານ ທີ່​ຈະໃຊ້​ຈ່າຍ​
ໃນ​ໂຄງການຂະໜາດໃຫຍ່​ດັ່ງກ່າວນີ້. ທ່ານ​ໄດ້​ຄາດຄະ​ເນວ່າ ຄ່າ​ໃຊ້​ຈ່າຍ​ໃນ​ການ​ສ້າງ​
ກຳ​ແພງ​ນີ້ ​ແມ່ນ 12 ພັນ​ລ້ານ​ໂດ​ລ່າ ​ແຕ່ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ກ່າວ​ວ່າ
ຄ່າ​ໃຊ້​ຈ່າຍ ​ອາດ​ສູງເຖິງ 21 ພັນ​ 6 ຮ້ອຍລ້ານ​ໂດ​ລ່າ.

​ໂຕ​ເລກ​ທີ່ຖືກນຳອອກເຜີຍແຜ່ ໃນວັນພຸດວານນີ້​ໂດຍເຈົ້າໜ້າທີ່ພາສີແລະໜ່ວຍປ້ອງກັນ
ຊາຍແດນສະຫະລັດ ສະແດງໃຫ້ເຫັນວ່າ ມີ​ການ​ຂ້າມ​ຊາຍ​ແດນ​ຜິດ​ກົດ​ໝາຍ​ຫລຸດ​ລົງ 40
ເປີເຊັນ ​ແຕ່ເດືອນມັງກອນ ຫາ ກຸມພາ ທີ່ຊາຍແດນພາກໃຕ້ຂອງສະຫະລັດ ໃນຂະນະທີ່ມີ
ຄວາມ​ຢ້ານ​ກົວ. ລັດຖະມົນຕີກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນທ່ານ John Kelly ​
ໄດ້​ກ່າວໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງວ່າ ນັບ​ ຕັ້ງ​ແຕ່​ປະທານາທິບໍດີ Donald Trump​ ​
ໄດ້​ເຂົ້າກຳ​ຕຳ​ແໜ່​ງ ​ໃນ​ວັນ​ທີ 20 ມັງ​ກອນ​ຜ່ານ​ມາ​ນີ້ ​ຈຳນວນ​ພວກ​ທີ່​ພະຍາຍາມ​ລັກລອບ
​ຂ້າມ​ຊາຍ​ແດນ​ເຂົ້າ​ມາ​ໃນ​ສະຫະລັດ​ແບບ​ຜິດ​ກົດໝາຍນັ້ນ ແມ່ນ​ໄດ້​ຫຼຸດລົງ​ຢ່າງ​ຫຼວງຫຼາຍ​.

ເຖິງແມ່ນ​ວ່າ ທ່ານ Trump ຍັງ​ບໍ່​ທັນ​ໄດ້ສະ​ເໜີ​ງົບປະມານ​ຂອງ​ລັດຖະບານຕໍ່​ລັດ
ຖະສະພາກໍ​ຕາມ ຮ່າງ​ງົບປະມານການ​ໃຊ້​ຈ່າຍ ​ທີ່​ເປັນ​ບູລິ​ມະ​ສິດຂອງ​ທ່າ​ນ​ທີ່ພົວພັນ​
ກັບ​ການ​ສ້າງ​ກຳ​ແພງ​ ແມ່ນ​ໄດ້​ມີ​ການ​ແຈກ​ຢາຍ​ກັນ ໃນ​ບັນດາພວກເຈົ້າ​ໜ້າ​ທີ່​ໃນ
​ວໍ​ຊີງ​ຕັນ ​ເພື່ອຂໍຄວາມ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ ໂດຍ​ທີ່​ການ​ຄັດຄ້ານ​ຢ່າງແຂງ​ຂັນ
​ແມ່ນຄາດ​ຫວັງ​ວ່າ ຈະ​ມາ​ຈາກໜ່ວຍ​ງານ​ຕ່າງໆ ທີ່ເປົ້າ​ໝາຍ​ໃສ່ຈະ​ຖືກຕັດ​ງົບ
ປະມານນັ້ນ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG