ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ທຣຳ ​​​ພິຈາລະນາ​ ທີ່​ຈະ​ຖອນ ໃບ​ອະນຸມັດ ​ເລື້ອງຄວາມ​ປອດ​ໄພ ຂອງ ອະດີດ ເຈົ້າໜ້າ​ທີ່ ​ສືບ​ລັບ 6 ທ່ານ


ປະທານ​າທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຜູ້​ທີ່​ຮູ້ສຶກບໍ່ສະບາຍໃຈນັ້ນ ກຳລັງ​ພິຈາ ລະນາ​ ທີ່​ຈະ​ຖອນໃບ​ອະນຸມັດ​ເລື້ອງຄວາມ​ປອດ​ໄພຫຼື Security Clearance ຂອງອະດີດພວກເຈົ້າໜ້າ​ທີ່​ສືບ​ລັບ 6 ຄົນ ຍ້ອນ​ການ​ຕຳ​ໜິຕິຕຽນ​ປະທານາທິບໍດີ.

ພວກ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ ແມ່ນຮວມທັງ ອະດີດຫົວໜ້າ​ອົງການ​ສື​ບລັບ CIA ທ່ານ ຈອນ ​ເບຣັນນັນ ​ແລະ​ອະດີດ​ຜູ້ອຳນວຍການ​ສັນ​ຕິ​ບານ​ກາງ​ແຫ່ງ​ຊາດຫຼື FBI ​ເຈ​ມສ໌ ​ໂຄມີ.

“ປະທານາທິບໍດີ ​ແມ່ນ​ກຳລັງຫາ​ຊ່ອງ​ທາງ​ເພື່ອສຳຫຼວດເບິ່ງກົນໄກເຫຼົ່ານີ້ ທີ່ຈະຖອດ
ຖອນໃບອະນຸມັດເລື້ອງຄວາມປອດໄພຫຼື Security Clearance ຍ້ອນວ່າພວກ​ເຂົາ​ເຈົ້າ​ໃຊ້​ໃນ​ທາງການ​ເມືອງ ​ແລະບາງກໍລະນີ​ ກໍ​ຍັງ​ໃຊ້​ ການຮັບໃຊ້ສາທາລະນະຂອງ
ພວກເຂົາເຈົ້າເພື່ອຫາເງິນ,” ​ນັ້ນຄືຄຳເວົ້າ ຂອງໂຄ​ສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ທ່ານ​ນາງ ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ການ​ກ່າວຫາ​ທີ່​ບໍ່​ມີມູນ​ຄວາມຈິງ ກ່ຽວກັບການມີຄວາມສຳ​ພັນ​ທີ່​ບໍ່ເຫັນ​ສົມຄວນກັບຣັດ​ເຊຍນັ້ນ ​ແມ່ນ​ບໍ່​ເຫັນວ່າເໝາະ​ສົມ.”

ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ໄດ້​ຮັບ Security Clearance ​ແມ່ນໄດ້​ປາກົດ​ຕົວລາຍການ
ຂ່າວທາງ​ໂທລະພາບ​ຢູ່​ເລື້ອຍໆ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ກ່າວ​ຕໍາ​ໜິຕິຕຽນ​ລັດ ຖະບານ​.

ທ່ານ​ທຣຳ ​ແມ່ນ​ໂກດ​ແຄ້ນ ຕໍ່​ການ​ຂຽນ​ຂໍ້ຄວາມ​ລົງ​ໃນ​ທວິດ​ເຕີ ກ່ຽວ​ກັບ​ກອງ​ປະຊຸມ​ສຸດຍອດຂອງ​ທ່ານ​ທຣຳ ​ທີ່​ນະຄອນ​ແຮ​ລຊິງ​ກີ ກັບ​ປະທານາທິບໍດີຣັດ​ເຊຍ ທ່ານວລາ​ດິ​ເມ​ຍ ປູ​ຕິນ.

ທ່ານ​ເບຣັນນັນ ​ໄດ້​ຂຽນ​ວ່າ ປະຕິກິລິຍາ​ຂອງ​ທຣຳ ຕໍ່ທ່ານ​ປູຕິນ “​ເປັນ​ການ​ເກີນ​ຂອບ​ເຂດ​ຂອງ​ການ​ກໍ່​ອາ​ຊະ​ຍາ​ກຳ ​ແລະ​ຜິດ​ກົດ​ລະບຽບ​. ມັນ​ບໍ່​ແມ່ນການ ​ແບບ​ວ່າ​ເກືອບ​ວ່າ​ທໍລະ​ຍົດ ພຸ້ນ​ລະ. ບໍ່​ພຽງ​ແຕ່ເປັນ​ຄວາມ​ເຫັນ​ ທີ່​ເບົາ​ປັນຍາຂອງ​ທ່ານ​ທຣຳ. ທ່ານ​ແມ່ນ​ເກືອບວ່າຖືກສັ່ງການໂດຍທ່ານປູ​ຕິນ.”

ສະມາຊິກສະພາ​ສູງ​ແຣນດ໌ ​ພອລ ​ສັງກັດ​ພັກຣີພັບບ​ລີ​ກັນ ໄດ້​ຂຽນ​ຂໍ້ຄວາມ​ລົງໃນ
ທວິດ​ເຕີ​ ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ຈະ​ຕ້ອງ​ຖອນ Security Clearance ຂອງ​ທ່ານ​ເບຣັນ​ເນັນ.

ອະດີດ​ຜູ້ອຳນວຍການໜ່ວຍ​ສືບ​ລັບ​ແຫ່ງ​ຊາດ ທ່ານເຈ​ມສ໌ ​ແຄລບ​ເປີຣ໌ ກໍຮວມຢູ່​ໃນ​ລາຍ​ຊື່​ຂອງ​ປະທານາທິບໍດີ. ທ່ານ​ໄດ້​ບອກ​ກັບ​ອົງ​ການ​ຂ່າວ CNN ວ່າ ການຖອນ Security Clearance ຂອງ​ທ່ານນັ້ນ ບໍ່​ມີ​ຫຍັງ​ດອກ “​ແຕ່​ວ່າ​ເປັນ​ແກ້ແຄ້ນຕໍ່​ທ່ານ
​ໄດ້ເວົ້າ​ອອກໄປນັ້ນ.”

ພ້ອມ​ກັນ​ກັບ​ທ່ານ​ເບຣັນນັນ ທ່ານ​ແຄລບ​ເປີຣ໌ ທ່ານ​ໂຄ​ມີ ​ແລະ​ຄົນ​ອື່ນໆ ​ແມ່ນ​ກຳລັງ​ສ່ຽງ​ຕໍ່​ການຖືກຖອນ Security Clearance ກໍ​ແມ່ນ​ອະດີດ​ຫົວໜ້າ ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ​ໄມ​ໂກ ​ເຮ​ເດັນ, ອະດີດ​ຮອງ​ຜູ້ອຳນວຍການອົງການ​ FBI ທ່ານ​ແອນ​ດຣູ ​ເມັກເຄບ ​

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG