ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ກຳລັງພິຈາລະນາ ແມ່ຍິງຫ້າຄົນ ສຳລັບຄຳແໜ່ງຫວ່າງ ໃນສານສູງສຸດ


ປະຊາຊົນເຕົ້າໂຮມກັນ ເພື່ອໄວອາໄລໃຫ້ແກ່ຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ທີ່ໄດ້ເສຍຊີວິດເມື່ອອາທິດທີ່ຜ່ານມາ ຢູ່ສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.
ປະຊາຊົນເຕົ້າໂຮມກັນ ເພື່ອໄວອາໄລໃຫ້ແກ່ຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ທີ່ໄດ້ເສຍຊີວິດເມື່ອອາທິດທີ່ຜ່ານມາ ຢູ່ສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພົບປະກັບນຶ່ງໃນແມ່ຍິງ 5 ຄົນທີ່ຢູ່ໃນລາຍຊື່ຂອງທ່ານທີ່ຈະເຂົ້າແທນຕຳແໜ່ງຂອງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ຢູ່ທຳ ນຽບຂາວໃນວັນຈັນວານນີ້, ອີງຕາມແຫຼ່ງຂ່າວຕ່າງໆ.

ຜູ້ພິພາກສາທີ່ເປັນສັນຍາລັກແຫ່ງເສລີນິຍົມອາຍຸ 87 ປີໄດ້ເສຍຊີວິດໃນວັນສຸກທີ່ຜ່ານມາ ຫຼັງຈາກໄດ້ຕໍ່ສູ້ມາດົນນານກັບໂຣກມະເຮັງ. ທ່ານ ທຣຳ ໄດ້ກ່າວວ່າທ່ານຈະປະກາດຜູ້ຖືກສະເໜີຊື່ຂອງທ່ານ ຫຼັງຈາກງານສົ່ງສະການຂອງທ່ານນາງໃນທ້າຍອາທິດນີ້.

ທ່ານປະທານາທິບໍດີ ໄດ້ກ່າວເຖິງຊື່ທ່ານນາງ ເອມີ ໂຄນີ ບາເຣັດ, ພ້ອມກັບ ທ່ານນາງ ບາບາຣາ ລາໂກອາ, ໃນເວລາທີ່ທ່ານລົມກັບນັກຂ່າວກ່ອນຂຶ້ນເຮລິຄັອບເຕີ Marine One ຢູ່ເດີ່ນຫຍ້າຕອນໃຕ້ຂອງທຳນຽບຂາວ. ແຕ່ທ່ານບໍ່ໄດ້ຢືນຢັນການພົບປະກັບທ່ານນາງ ບາເຣັດ.

ຕໍ່ມາໃນຄຳປາໄສຂອງທ່ານໃນເມືອງ ເດຕັນ, ລັດໂອໄຮໂອ, ທ່ານ ທຣຳ ໄດ້ ກ່າວວ່າທ່ານຈະປະ ກາດຕົວເລືອກຂອງທ່ານຄົງຈະແມ່ນວັນເສົາານີ້, ແຕ່ອາດຈະເປັນນຶ່ງວັນກ່ອນໜ້ານັ້ນ.

ທ່ານປະທານາທິບໍດີໄດ້ກ່າວວ່າ “ມັນຈະເປັນຄົນທີ່ສະຫຼາດຫຼາຍ. ມັນຈະເປັນແມ່ຍິງ.”

ທ່ານນາງ ບາເຣັດ ອາຍຸ 48 ປີທີ່ເປັນຊາວ ກາໂຕລິກ ຈາກພາກຕາເວັນຕົກຕອນກາງ, ແລະ ທ່ານນາງ ລາໂກອາ, ອາຍຸ 52 ປີ ທີ່ເປັນຄົນອາເມຣິກັນ ເຊື້ອສາຍ ຄິວບາ ຈາກລັດຟລໍຣິດາ, ແມ່ນນັກອະນຸລັກນິຍົມຜູ້ທີ່ທ່ານ ທຣຳ ໄດ້ແຕ່ງຕັ້ງເປັນຜູ້ພິພາກສາສານອຸທອນລັດຖະບານກາງໃນບໍ່ເທົ່າໃດປີທີ່ຜ່ານ ມາ.

ທ່ານປະທານາທິບໍດີໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານອາດພົບປະກັບທ່ານນາງ ລາໂກອາ ໃນທ້າຍອາທິດນີ້ ເວລາທີ່ທ່ານເດີນທາງໄປນະຄອນ ໄມອາມີ ລັດ ຟລໍຣິດາ.

ທ່ານໄດ້ກ່າວຕື່ມວ່າ “ຂ້າພະເຈົ້າບໍ່ຮູ້ຈັກລາວ, ແຕ່ໄດ້ຍິນວ່າລາວໂດດເດັ່ນ.”

ຄົນອື່ນໆທີ່ມີລາຍງານວ່າຢູ່ໃນລາຍຊື່ຂອງທ່ານ ທຣຳ ແມ່ນຜູ້ພິພາກສາສານອຸທອນປະຈຳເຂດ 6 ທ່ານນາງ ໂຈອານ ລາເຊັນ, ຜູ້ພິພາກສາປະຈຳເຂດ 4 ທ່ານນາງ ອາລິສັນ ໂຈນສ໌ ແລະ ຮອງທີ່ປຶກສາທຳນຽບຂາວທ່ານນາງ ເຄດ ທອດ.

ໃນການກ່າວຄຳປາໄສຕໍ່ບັນດານັກຂ່າວເມື່ອຕອນບ່າຍວັນຈັນວານນີ້, ທ່ານປະທານາທິບໍດີ ໄດ້ຮຽກຮ້ອງສະພາສູງທີ່ຖືກຄວບຄຸມໂດຍພັກຣີພັບບລີກັນ, ໃຫ້ລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງກ່ອນການເລືອກຕັ້ງວັນທີ 3 ພະຈິກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG