ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ທຣຳ ແລະ ສະມາຊິກສະພາ ຖຽງກັນເລື່ອງ ການໃຫ້ຄວາມເຫັນ ຕໍ່ຄອບຄົວ ທະຫານ ທີ່ ເສຍຊີວິດ


ພາບຈາກວີດີໂອ ທ່ານນາງ Myeshia Johnson ຮ້ອງໄຫ້ ຕໍ່ສົບຂອງສາມີ ທີ່ນະຄອນ Miami ລັດ Florida, 17 ຕຸລາ 2017,
ພາບຈາກວີດີໂອ ທ່ານນາງ Myeshia Johnson ຮ້ອງໄຫ້ ຕໍ່ສົບຂອງສາມີ ທີ່ນະຄອນ Miami ລັດ Florida, 17 ຕຸລາ 2017,

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະຕິເສດຕໍ່ການໃຫ້ຄວາມເຫັນ
ແບບບໍ່ໃຫ້ຄວາມສຳຄັນ ຕໍ່ພັນລະຍາຂອງທະຫານອາເມຣິກັນທີ່ໄດ້ຖືກສັງຫານໃນ
ປະເທດໄນເຈີ ໂດຍກ່າວວ່າ ທ່ານມີຫຼັກຖານທີ່ສະມາຊິກສະພາຈາກລັດ Florida “ໄດ້ເສກສັນປັ້ນແຕ່ງ” ເລື່ອງຂຶ້ນມາ ໂດຍກ່າວວ່າ ປະທານາທິບໍດີ ໄດ້ບອກກັບ
ພັນລະຍາໝ້າຍຂອງທະຫານນັ້ນວ່າ ສາມີຂອງທ່ານນາງ “ຊາບດີກ່ຽວກັບ
ການທີ່ລາວໄດ້ຈົດຊື່ລົງໄປນັ້ນ.”

ສະມາຊິກສະພາແມ່ຍິງ ຜູ້ທີ່ໄດ້ກ່າວຫານັ້ນ ໄດ້ປະຕິເສດຕໍ່ຄຳເວົ້າຂອງທ່ານປະທານາ
ທິບໍດີ ແລະກ່າວວ່າ ທ່ານນາງມີຫຼັກຖານທີ່ວ່າ ເລື່ອງຂອງທ່ານນາງນັ້ນ ເປັນຄວາມຈິງ.

ສິບໂທ La David Johnson ແມ່ນຮວມຢູ່ໃນທະຫານອາເມຣິກັນ 4 ຄົນທີ່ໄດ້ເສຍຊີວິດ
ເມື່ອສອງສັບປະດາຜ່ານມານີ້ ໃນການດັກສະກັດໂຈມຕີ ໃກ້ໆກັບຊາຍແດນ Niger
ແລະMali ຊຶ່ງເຈົ້າໜ້າທີ່ສະຫະລັດເຊື່ອວ່າ ເປັນການກະທຳຂອງພວກນັບລົບ ທີ່ເປັນ
ເຄືອຂ່າຍຂອງກຸ່ມລັດອິສລາມ.

ສະມາຊິກສະພາ ທ່ານນາງ Frederica Wilson, ສັງກັດພັກ Democrat, ລັດ Florida., ກ່າວຕໍ່ພວກນັກຂ່າວ ໃນເມືອງ Miami Gardens, Florida., 18 ຕຸລາ 2017.
ສະມາຊິກສະພາ ທ່ານນາງ Frederica Wilson, ສັງກັດພັກ Democrat, ລັດ Florida., ກ່າວຕໍ່ພວກນັກຂ່າວ ໃນເມືອງ Miami Gardens, Florida., 18 ຕຸລາ 2017.

ສະມາຊິກສະພາແມ່ຍິງ Federica Wilson ຜູ້ທີ່ເປັນຕົວແທນຂອງເຂດ ບອ່ນທີ່ຄອບຄົວ
ຂອງທ່ານ Johnson ອາໄສຢູ່ນັ້ນ, ໄດ້ກ່າວວ່າ ທ່ານນາງໄດ້ຮັບຟັງການໂອ້ລົມສົນທະນາ
ກັນທາງໂທລະສັບ ທີ່ທ່ານທຣຳ ໄດ້ໂທຫາພັນລະຍາໝ້າຍຂອງທ່ານ Johnson,
ນາງ Myeshia ໃນຂະນະທີ່ສະມາຊິກຄອບຄົວ ນັ່ງຢູ່ໃນລົດ limousine ລະຫວ່າງ
ເດີນທາງໄປຍັງສະໜາມບິນ ເພື່ອຮັບສົບສາມີນາງ.

ໃນການໂອ້ລົມກັບຕາໜ່າງໂທລະພາບ MSNBC ທ່ານນາງ Wilson ໄດ້ກ່າວເຖິງ
ທ່ານ ທຣຳ ວ່າ “ທ່ານເກືອບວ່າ ເວົ້າແບບຕະລົກ” ໃນການໂອ້ລົມກັນນັ້ນ ທີ່ໄດ້ຍິນກັນ
ໃນລົດ ເພາະໃຊ້ເຄື່ອງກະຈາຍສຽງ.

“ທ່ານໄດ້ກ່າວວ່າ, ດີລະ, ຂ້າພະເຈົ້າຄິດວ່າເຈົ້າຮູ້ດີ, ໃນຜົນກະທົບຂອງການທີ່ລາວ
ຮູ້ດີໃນສິ່ງລາວໄດ້ເຊັນລົງໄປນັ້ນ, ແຕ່ວ່າ ເຖິງຢ່າງນັ້ນ ຂ້າພະເຈົ້າຄິດວ່າ ມັນກໍຍັງ
ເຈັບປວດຢູ່ດີ,”
ທ່ານນາງ Wilson ໄດ້ອະທິບາຍໃຫ້ທາງໂທລະພາບ MSNBC ຟັງ.

“ມັນເປັນສິ່ງທີ່ໜ້າຢ້ານ, ມັນເປັນເລື່ອງທີ່ບໍ່ຖືສຳຄັນ, ມັນແມ່ນເລື່ອງທີ່ຜີບ້າທີ່ສຸດ, ທີ່ບໍ່ໜ້າເກີດຂຶ້ນ. ຂ້ອຍຂຽວຊ້ຳໄປທັງຕົວເລີຍ,” ທ່ານນາງໄດ້ກ່າວໄວ້ເຊັ່ນນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ ທຣຳ ປົກປ້ອງ ການຮັບມືກັບການເສຍຊີວິດຂອງທະຫານອາເມຣິກັນ ໃນໄນເຈີ

Trump Defends His Handling of US Soldier's Death in Niger
please wait

No media source currently available

0:00 0:02:13 0:00

XS
SM
MD
LG