ໂຄສົກທຳນຽບຂາວ ຮັບຮູ້ໃນວັນພະຫັດວານນີ້ວ່າ ທ່ານນາງໄດ້ຮຽນຮູ້ເປັນເທື່ອທຳອິດ
ພ້ອມດ້ວຍຊາວອາເມຣິກັນທັງໝົດ ໃນແລງວັນພຸດທີ່ຜ່ານມາວ່າ ປະທາ ນາທິບໍດີດໍ
ໂນລ ທຣໍາ ໄດ້ຈ່າຍເງິນຄືນໃຫ້ແກ່ທະນາຍຄວາມຂອງທ່ານຍ້ອນທະນາຍ ໄດ້ຈ່າຍ
ເງິນໃຫ້ແກ່ນັກສະແດງຮູບເງົາໂປ້ ບໍ່ດົນກ່ອນການເລືອກຕັ້ງໃນປີ 2016.
ທ່ານນາງຊາຣາ ຮັກກາບີ ແຊນເດີຣສ໌ ກ່າວໃນລະຫວ່າງ ການຖະແຫຼງຂ່າວທາງໂທ
ລະພາບຕາມປົກກະຕິວ່າ “ຂ້າພະເຈົ້າໄດ້ຮູ້້ເປັນເທື່ອທຳອິດແມ່ນໃນລະ ຫວ່າງການ
ໃຫ້ສຳພາດໃນມື້ຄືນນີ້. ຫ້ອງການຂ່າວທຳນຽບຂາວ ຈະບໍ່ປະສານງານກັບທິມກົດ
ໝາຍຂອງປະທານາທິບໍດີ ທີ່ຢູ່ຂ້າງນອກ ກ່ຽວກັບຍຸດທະສາດດ້ານກົດໝາຍ.”
ທ່ານນາງຮັກກາບີ ແຊນເດີຣສ໌ ໄດ້ຖືກຖາມຕື່ມວ່າ ທ່ານນາງໄດ້ຕົວະ ຫຼືວ່າໄດ້ຢູ່ໃນ
ຄວາມມືດມົວ ເວລາທ່ານນາງ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນໜ້ານັ້ນວ່າ ປະທານາ
ທິບໍດີບໍ່ຮູ້ກ່ຽວກັບການຈ່າຍເງິນ.
ທ່ານນາງຕອບວ່າ “ຂ້າພະເຈົ້າໄດ້ໃຫ້ຂໍ້ມູນທີ່ດີສຸດ ທີ່ຂ້າພະເຈົ້າມີຢູ່ໃນເວລານັ້ນ.”
ປະທານາທິບໍດີທຣໍາໄດ້ໃຫ້ການຢືນຢັນໃນຕອນເຊົ້າວັນນັ້ນ ຢູ່ໃນທວິດເຕີ ທີ່ນຶ່ງໃນ
ບັນດາທະນາຍຄວາມ ທ່ານຣູນີ ຈູລີອານີ ກ່າວຢູ່ໃນລາຍການໂທລະພາບຟັອກສ໌
ກ່ອນຕອນແລງນັ້ນວ່າ ທະນາຍຄວາມໄມເກີລ ໂຄເຮັນໄດ້ຖືກຈ່າຍເງິນຄືນໃຫ້ ໂດຍປະທານາທິບໍດີ ທີ່ທ່ານໄດ້ຈ່າຍໃຫ້ນາງສະຕອມມີ ດານຽລສ໌.
ນີ້ແມ່ນຂັດແຍ້ງໂດຍກົງ ກັບການໃຫ້ຄວາມເຫັນຂອງປະທານາທິບໍດີທຣໍາກ່ອນນັ້ນ.
ຢູ່ເທິງເຮືອບິນປະຈຳຕຳແໜ່ງ ແອຟອກສວັນ ເມື່ອເດືອນກ່ອນ ປະທານາທິບໍດີ ໄດ້
ຕອບວ່າ “ບໍ່” ຫຼັງຈາກນັກຂ່າວຄົນນື່ງຖາມວ່າ ທ່ານຮູ້ຫຼືບໍ່ ກ່ຽວກັບການທີ່ທ່ານໂຄເຮັນ
ໄດ້ຈ່າຍໃຫ້ແກ່ນາງດານຽລສ໌ ແລະປະທານາທິບໍດີທຣໍາຍັງກ່າວ ວ່າ ທ່ານບໍ່ຮູ້ວ່າເປັນ
ຫຍັງທະນາຍຄວາມຂອງທ່ານ ຈຶ່ງໄດ້ຈ່າຍເງິນໃຫ້ນາງ.
ດາຣາຮູບເງົາໂປ້ແລະຜູ້ກຳກັບ ຊຶ່ງມີຊື່ແທ້ວ່ານາງສະແຕັບຟານີ ເກຣກໍຣີ ຄລິຟ ຟອດ ໄດ້ກ່າວຫາວ່າ ຄວາມສຳພັນທາງຊູ້ສາວກັບທ່ານທຣຳຄືນນຶ່ງໃນປີ 2006 ຢູ່ໂຮງແຮມໃນລັດເນວາດາ. ປະທານາທິບໍດີ ແລະບັນດາທະນາຍຄວາມ ຂອງທ່ານ ໄດ້ຢືນຢັດໃນວັນພະຫັດວານນີ້ິວ່າ ທ່ານບໍ່ມີຄວາມສຳພັນທາງເພດ ແລະບໍ່ໄດ້ໃຊ້ເງິນໂຄສະນາຫາສຽງ ພົວພັນໃນການຈ່າຍໃຫ້ແກ່ນາງດານຽລສ໌.