ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ກຳລັງສູນເສຍ ການສະໜັບສະໜູນຈາກແມ່ຍິງ


ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ
ພັກ ຣີພັບບລີກັນ ທ່ານ Donald Trump ກ່າວໃນການຊຸມ
ນຸມໂຄສະນາຫາສຽງໃນເມືອງ Wilkes-Barre, ລັດ Pennsylvania, 10 ຕຸລາ, 2016.
ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ ພັກ ຣີພັບບລີກັນ ທ່ານ Donald Trump ກ່າວໃນການຊຸມ ນຸມໂຄສະນາຫາສຽງໃນເມືອງ Wilkes-Barre, ລັດ Pennsylvania, 10 ຕຸລາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ເສຍໄຊໃນວັນອາທິດວານນີ້ ທ່ານກຳລັງສູນເສຍການສະໜັບສະ ໜູນຈາກບັນດາແມ່ຍິງ, ແຕ່ທ່ານໄດ້ກ່າວຫາການລາຍງານຂອງສື່ສັງຄົມ ກ່ຽວກັບ ແມ່ຍິງ ຜູ້ທີ່ທ່ານກ່າວວ່າ ໄດ້ກ່າວຫາເພິ່ນຢ່າງບໍ່ຖືກຕ້ອງ ກ່ຽວກັບ ການທຳຮ້າຍທາງເພດ.

ທ່ານ Trump ໄດ້ຂຽນຂໍ້ຄວາມໃສ່ Twitter ວ່າ ການຢັ່ງຫາງສຽງສະແດງໃຫ້ເຫັນວ່າການ ແຂ່ງຂັນກັບທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ຍັງຄົງສູສີກັນຢູ່, “ແຕ່ທ່ານ ເຊື່ອໄດ້ບໍ່ວ່າ ຂ້າພະເຈົ້າກຳລັງສູນເສຍບັນດາແມ່ຍິງຜູ້ລົງຄະແນນສຽງ ອີງຕາມເຫດ ການທີ່ໄດ້ສ້າງຂຶ້ນມາເອງ ເຊິ່ງມັນບໍ່ເຄີຍເກີດຂຶ້ນເລີຍ. ພວກສື່ມວນຊົນກຳລັງສໍ້ໂກງ ການເລືອກຕັ້ງ” ຢູ່.

ທ່ານໄດ້ກ່າວຢ້ຳຂໍ້ກ່າວຫາຂອງທ່ານວ່າ ສື່ມວນຊົນລຳອຽງຕໍ່ເພິ່ນ, “ໃນຄວາມພະຍາ ຍາມທີ່ໄດ້ປະສານງານກັບການໂຄສະນາຫາສຽງຂອງທ່ານນາງ Clinton, ໂດຍການ ສ້າງເລື່ອງທີ່ບໍ່ເຄີຍເກີດຂຶ້ນລົງໃນຂ່າວ.”

ຄູ່ຮ່ວມລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີຂອງທ່ານນາງ Clinton, ສະມາຊິກ ສະພາສູງລັດເວີຈິເນຍ ທ່ານ Tim Kane, ໄດ້ເຢາະເຢີ້ຍການກ່າວຫາຂອງທ່ານ Trump, ໂດຍບອກຜູ້ສຳພາດທ່ານວ່າ “ລາວກຳລັງກ່າວຫາສື່ມວນຊົນ. ລາວກຳລັງກ່າວຫາພັກ ຣີພັບບລີກັນ. ລາວກ່າວວ່າ ອາເມຣິກາ ວ່າບໍ່ສາມາດຈັດການເລືອກຕັ້ງທີ່ມີຄວາມຍຸຕິ ທຳ. ລາວກຳລັງຕື່ນເຕັ້ນກັບຄວາມຝັນໃນຈິນຕະນາການຂອງລາວ ຍ້ອນວ່າລາວຮູ້ວ່າ ລາວກຳລັງຜ່າຍແພ້.”

ຜູູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄັດ ທ່ານນາງ Hilarry Clinton ທັກທາຍກັບປະຊາຊົນ ທີ່ຫ້ອງການໂຄສະນາຫາສຽງໃນນະຄອນ Seatle ລັດ ວໍຊິງຕັນ. 14 ຕຸລາ, 2016.
ຜູູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄັດ ທ່ານນາງ Hilarry Clinton ທັກທາຍກັບປະຊາຊົນ ທີ່ຫ້ອງການໂຄສະນາຫາສຽງໃນນະຄອນ Seatle ລັດ ວໍຊິງຕັນ. 14 ຕຸລາ, 2016.

ແຕ່ຄູ່ຮ່ວມລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີຂອງທ່ານ Trump, ຜູ້ປົກຄອງລັດ Indiana ທ່ານ Mike Pence ໄດ້ກ່າວໃນລາຍການ Meet the press ຂອງໂທລະພາບ NBC ວ່າ ທ່ານ Trump ຈະຍອມຮັບໃນຜົນທີ່ອອກມາຂອງການເລືອກຕັ້ງ.

ທ່ານໄດ້ກ່າວວ່າ “ປະຊາຊົນ ອາເມຣິກາ ຈະກ່າວໃນການເລືອກຕັ້ງທີ່ຈະມາຮອດຈຸດ ສຸດທ້າຍໃນວັນທີ 8 ເດືອນພະຈິກນີ້. ແຕ່ປະຊາຊົນ ອາເມຣິກັນ ແມ່ນເບື່ອກັບຄວາມ ລຳອຽງທີ່ເຫັນໄດ້ຊັດຂອງສື່ມວນຊົນແຫ່ງຊາດ. ນັ້ນແມ່ນບ່ອນທີ່ຄວາມຮູ້ສຶກຂອງ ການເລືອກຕັ້ງທີ່ປັ້ນຂຶ້ນມາໄດ້ໄດ້ເກີດຂຶ້ນ.”

ການຢັ່ງຫາງສຽງໂດຍສະເລ່ຍທົ່ວປະເທດ ທີ່ໄດ້ຖືກລວບລວມໂດຍເວັບໄຊທ໌ Real Clear politics ສະແດງໃຫ້ເຫັນວ່າ ທ່ານນາງ Clinton ມີຄະແນນນຳໜ້າດ້ວຍ 5.5 ເປີ ເຊັນ. ສະຖານທີ່ຢັ່ງຫາງສຽງສອງແຫ່ງທີ່ສຳຄັນໄດ້ເປີດເຜີຍໃນວັນອາທິດວານນີ້, ດ້ວຍ ການສຳຫລວດຂອງໜັງສືພິມ Washington Post ກັບ ໂທລະພາບ ABC ສະແດງໃຫ້ ເຫັນຄວາມໄດ້ປຽບຂອງທ່ານນາງ 47 ຕໍ່ 43 ເປີເຊັນໃນບັນດາຜູ້ທີ່ເບິ່ງຄືວ່າຈະໄປລົງຄະ ແນນສຽງ, ໃນຂະນະທີ່ໂທລະພາບ NBC ແລະ ໜັງສືພິມ Wall Street Journal ໄດ້ ກ່າວວ່າ ການຢັ່ງຫາງສຽງຂອງພວກເຂົາເຈົ້າສະແດງໃຫ້ເຫັນວ່າທ່ານນາງ Clinton ມີຄະ ແນນນຳໜ້າທີ່ຫຼາຍກວ່າ ຄື 48 ຕໍ່ 37 ເປີເຊັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG