ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາເວົ້າວ່າ ຖ້າທ່ານຢາກປົດ ທ່ານມອລເລີ ປີກາຍນີ້ ທ່ານກໍຈະເຮັດ ເຊັ່ນນັ້ນແລ້ວ


ໄອຍະການພິເສດ ໂຣເບີດ ມອລເລີ (Robert Muellor) ຍ່າງອອກຫ້ອງການລັດຖະສະພາ ຢູ່ນະຄອນຫລວງວໍຊິງຕັນ ພາຍຫລັງທີ່ໄດ້ລາຍງານ ໃຫ້ສະພາສູງຮູ້ກ່ຽວກັບການສືບສວນ ທີ່ຢາກກວດເບິ່ງວ່າ ຄະນະໂຄສະນາຫາສຽງຂອງທ່ານທຣໍາ ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍຫລືບໍ່ ໃນວັນທີ 21, ມິຖຸນາ 2017
ໄອຍະການພິເສດ ໂຣເບີດ ມອລເລີ (Robert Muellor) ຍ່າງອອກຫ້ອງການລັດຖະສະພາ ຢູ່ນະຄອນຫລວງວໍຊິງຕັນ ພາຍຫລັງທີ່ໄດ້ລາຍງານ ໃຫ້ສະພາສູງຮູ້ກ່ຽວກັບການສືບສວນ ທີ່ຢາກກວດເບິ່ງວ່າ ຄະນະໂຄສະນາຫາສຽງຂອງທ່ານທຣໍາ ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍຫລືບໍ່ ໃນວັນທີ 21, ມິຖຸນາ 2017

ປະທານາທິບໍດີສະຫະລັດ ດໍໂນລ ທຣໍາໄດ້ປະຕິເສດ ຕໍ່ລາຍງານຂ່າວຂອງໜັງສືພິມ
ນີວຢອກທາມສ໌ (New York Times) ທີ່ກ່າວວ່າ ໃນປີກາຍນີ້ ທ່ານໄດ້ພິຈາລະນາ
ປົດໄອຍະການພິເສດ ໂຣເບີດ ມອລເລີ (Robert Muellor) ທີ່ເປັນຜູ້ນໍາພາການສືບ
ສວນຄະດີອາຍາ ກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງຂອງສະ
ຫະລັດໃນປີ 2016 ນັ້ນ ອອກຈາກຕໍາແໜ່ງ.

ທ່ານທຣໍາໄດ້ຂຽນຂໍ້ຄວາມລົງໃນທວີດເຕີ ໃນວັນພະຫັດວານນີ້ວ່າ “ຖ້າຫາກຂ້າພະເຈົ້າ
ຢາກປົດໂຣເບີດ ມອລເລີ (Robert Muellor) ອອກຈາກຕໍາແໜ່ງໃນເດືອນທັນວາທີ່
ຜ່ານມາ ຄືກັນກັບການລາຍງານ ຂອງໜັງສືພິມນີວຢອກທາມສ໌ ທີ່ບໍ່ປະສົບຜົນສຳເລັດ
ນັ້ນ, ຂ້າພະເຈົ້າ ກໍຈະປົດລາວອອກແລ້ວ.” “ອັນນີ້ກໍເປັນພຽງຂ່າວບິດເບືອນຄວາມຈິງ
ອີກອັນນຶ່ງຈາກໜັງສືພິມທີ່ລໍາອຽງນີ້.”

ທ່ານທຣໍາໄດ້ສະແດງຄວາມບໍ່ພໍໃຈຂອງທ່ານ ຕໍ່ການສືບສວນຂອງທ່ານມອລເລີ ທີ່ໄດ້
ດໍາເນີນມາເປັນເວລາເກືອບຮອດ 1 ປີ ນັ້ນ ຢູ່ເລື້ອຍໆ ໂດຍສະເພາະໃນອາທິດນີ້ ພາຍ
ຫຼັງທີ່ນັກສືບຂອງອົງການສັນຕິບານກາງ ຫລືເອັຟບີອາຍ (FBI) ໄດ້ບຸກເຂົ້າໄປກວດຄົ້ນຫ້ອງການ ແລະເຮືອນພັກອາໄສຂອງທ່ານ ໄມໂຄລ ໂຄເຮັນ
(Michael Cohen), ທະ
ນາຍຄວາມສ່ວນຕົວ ຂອງທ່ານທຣໍາ. ພວກນັກສືບດັ່ງກ່າວ ໄດ້ພາກັນຊອກເອົາ ບັນທຶກ
ທາງການເງິນ ແລະເອກກະສານຕ່າໆ ທີ່ກ່ຽວຂ້ອງກັບການຈ່າຍເງິນປິດປາກຈໍານວນ
ຫລາຍ ບໍ່ດົນກ່ອນໜ້າການເລືອກຕັ້ງຂອງທ່ານ ໃຫ້ແກ່ແມ່ຍິງສອງຄົນ ທີ່ອ້າງວ່າໄດ້ມີ
ການພົວພັນແບບຊູ້ສາວກັບທ່ານທຣໍາໃນປີ 2006 ເພື່ອບໍ່ໃຫ້ເຂົ້າເຈົ້າເປີດເຜີຍເລື່ອງນີ້
ໃຫ້ຄົນຮູ້. ທ່ານທຣໍາ ໄດ້ປະຕິເສດວ່າ ທ່ານບໍ່ໄດ້ກ່ຽວຂ້ອງກັບເລື່ອງທີ່ກ່າວອ້າງມານັ້ນ.

ນອກຈາກນັ້ນແລ້ວ ພວກນັກສືບສວນຍັງໄດ້ຊອກຫາເອກະສານກ່ຽວກັບການໂອ້ລົມ
ໃດໆຂອງທ່ານໂຄເຮັນ ທີ່ອາດມີກັບທ່ານທຣໍາກ່ຽວກັບເທບທີ່ຊື່ວ່າ ການເຂົ້າເຖິງຮອລ
ລີວູດ (Access Hollywood) ປີ 2005 ຊຶ່ງຢູ່ໃນນັ້ນທ່ານໄດ້ເວົ້າອວດວ່າ ທ່ານສາມາດ
ທີ່ຈະຈັບບາຍແມ່ຍິງຄົນໃດກໍໄດ້ ເພາະວ່າຕອນນັ້ນ ທ່ານເປັນດາລາຈັດລາຍການຄວາມ
ຈິງໃນໂທລະພາບ. ເທບນັ້ນ ໄດ້ມີການເປີດເຜີຍໃຫ້ຄົນຮູ້ເດືອນນຶ່ງກ່ອນໜ້າການເລືອກ
ຕັ້ງໃນເດືອນພະຈິກ ປີ 1016 ຊຶ່ງໄດ້ເຮັດໃຫ້ການໂຄສະນາຫາສຽງຂອງທ່ານທຣໍາໄດ້
ຮັບຜົນເສຍຫາຍໜ້ອຍນຶ່ງ ກ່ອນທີ່ທ່ານຈະອອກມາກ່າວຂໍຂະມາໂທດ.

ສໍານັກງານຂ່່າວຫລາຍໆແຫ່ງເວົ້າວ່າ ທ່ານທຣໍາກໍາລັງພິຈາລະນາທີ່ຈະປົດທ່ານຮອງ
ລັດຖະມົນຕີກະຊວງຍຸຕິທໍາ ຣັອດ ໂຣເຊັນສຕາຍນ໌ (Rod Rosenstein) ທີ່ຮັບຜິດຊອບ
ກ່ຽວກັບການສືບສວນຂອງທ່ານມອລເລີ ແລະເຊັນອະນຸຍາດໃຫ້ ທໍາການຍຶດເອົາເອກະ
ສານຕ່າງໆຂອງທ່ານໂຄເຮັນໄດ້.

ການຕິຕຽນຫລ້າສຸດຂອງທ່ານທຣໍາຕໍ່ການສືບສວນດັ່ງກ່າວ ແລະການອອກຂ່າວຂອງສື່
ມວນຊົນກ່ຽວກັບເລື້ອງນີ້ ມີຂຶ້ນໃນຂະນະທີ່ລາຍງານຂອງວາລະສານນິວຢອກເກີ (New
Yorker) ເວົ້າວ່າ ບໍລິສັດ ອາເມຣິກັນ ມີເດຍ (American Media, Inc.) ຊຶ່ງເປັນເຈົ້າ
ຂອງວາລະສານຊຸບຊິບສັງຄົມ ແນເຊັນນອລ ເອັນຄວາຍເຣີ (National Enquirer) ທີ່
ໃຫ້ການສະໜັບສະໜຸນທ່ານທຣຳນັ້ນ ໃນປີ 2015 ໄດ້ຈ່າຍເງິນ 30,000 ໂດລາ ໃຫ້ແກ່
ຜູ້ຍາມປະຕູຢູ່ຕຶກອາຄານຂອງທ່ານທຣໍາ ທີ່ຕັ້ງຢູ່ນະຄອນນີວຢອກ ທີ່ກ່າວອ້າງວ່າລາວ
ແມ່ນຜູ້ດຽວ ທີ່ຮູ້ເລື້ອງວ່າ ທ່ານທຣໍາເປັນພໍ່ຂອງລູກນອກສົມລົດ ຄົນນຶ່ງໃນຊຸມປີ 1980
ນັ້ນ. ບໍລິສັດ ອາເມຣິກັນມີເດຍ ຊຶ່ງມີປະທານເປັນເພື່ອນກັບທ່ານທຣໍາໄດ້ຫ້າມບໍ່ໃຫ້ອອກ
ຂ່າວກ່ຽວກັບເລື່ອງນີ້. ຕາມເງື່ອນໄຂຂອງການໄດ້ຮັບເງິນນັ້ນແລ້ວ ຄົນຍາມປະຕູຈະຕ້ອງ
ບໍ່ເວົ້າຫຍັງກ່ຽວກັບເລື້ອງດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG